ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ແມ່​ຊີ ຊາວ​ທິ​ເບ​ດ ຄົນ​ນຶ່ງ ​ຈູດ​ໄຟ ​ເຜົາ​ຕົວ​ເອງ ປະທ້ວງຈີນ (ວີດິໂອ)


ແຜນທີ່ຂອງຈຸດຕ່າງໆ ທີ່ມີການຈູດ​ໄຟ​ເຜົາ​ຕົວ​ເອງຂອງ ຊາວທິເບດ
ແຜນທີ່ຂອງຈຸດຕ່າງໆ ທີ່ມີການຈູດ​ໄຟ​ເຜົາ​ຕົວ​ເອງຂອງ ຊາວທິເບດ
ພວກ​ທີ່​ເຫັນ​ເຫດການ​ກ່າວ​ວ່າ ​ແມ່​ຊີຊາວ​ທິ​ເບ​ດຄົນ​ນຶ່ງ ​ໄດ້ຈຸດ
​ໄເຜົາ​ຕົວ​ເອງ ໃນ​ແຂວງ Sichuan ​ທາງ​ພາກ​ຕາ​ເວັນ​ຕົກສຽງ​
ໃຕ້ຂອງ​ຈີນ ​ໃນ​ອັນ​ທີ່​ປະກົດ​ວ່າ​ເປັນການ​ປະ​ທ້ວງ​ນະ​ໂຍບາຍ
ຂອງ​ຈີນ ໃນ​ທິ​ເບດ.

​ແຫຼ່ງຂ່າວ​ບອກ​ກັບ VOA ພະ​ແນ​ກພາສາ​ທິ​ເບ​ດວ່າ ແມ່​ຊີ
ຊາວທິ​ເບ​ດທີ່​ບໍ່ລະບຸ​ຊື່ວ່າ​ແມ່ນ​ຜູ້​ໃດນັ້ນ ໄດ້ຈຸດ​ໄຟ​ເຜົາ​ຕົວ​
ເອງ ​ໃນ​ຕອນ​ບ່າຍວັນ​ອັງຄານ​ວານ​ນີ້ ຢູ່​ໃກ້ໆກັບ​ວັດ​ແຫ່ງ​ນຶ່ງ
​ໃນ​ເຂດເມືອງ Tawu. ສະພາບ​ການ​ຂອງແມ່​ຊີ​ຂະນະ​ນີ້ ​ຍັງ
​ບໍ່ເປັນ​ທີ່​ຈະ​ແຈ້ງ​ເທື່ອ. ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ຂອງ​
ຈີນ ​ໄດ້​ພາເພິ່ນໄປ​ຮັກສາ​ທີ່​ໂຮງພະຍາບານ​ໃກ້ໆແຫ່ງ​ນຶ່ງ.
ແຫຼ່ງຂ່າວກ່າວອີກວ່າ ການ​ຕິດ​ຕໍ່​ ​ເຂົ້າ​ແລະອອກເຂ​ດດັ່ງກ່າວ
​ນັ້ນ​ໄດ້​ກີດ​ກັນ​ໄວ້ ພ້ອ​ມທັງ​ມີການ​ຈໍາກັດການເດີນທາງນໍາດ້ວຍ.

ການຈຸດ​ໄຟ​ເຜົາ​ຕົວ​ເອງຄັ້ງ​ນີ້ ​ເປັນ​ຄັ້ງ​ທີ 119​ ໃນຂົງ​ເຂດ​ທິ​ເບດອັນ​ກ້ວາງ​ໃຫຍ່​ນັ້ນ ນັບ​ຕັ້ງ​ແຕ່​
ຕົ້ນປີ 2009 ​ເປັນ​ຕົ້ນ​ມາ ​ເວລາ​ພວກປະ​ທ້ວງ​ຕໍ່ຕ້ານຈີນ ຊຶ່ງ​ສ່ວນ​ໃຫຍ່​ເປັນ​ພະສົງ​ແລະ​ແມ່​ຊີ​
ຊາວ​ພຸດ ​ໄດ້​ເລີ່​ມທໍາ​ການຈຸດ​ໄຟ​ເຜົາ​ຕົວ​ເອງ ​ເພື່ອຕໍ່ຕ້ານ​ອັນ​ທີ່​ພວກ​ປະຊາຊົນທ້ອງ​ຖິ່ນ
ເອີ້ນວ່າ ເປັນ​ການແຊ​ກ​ແຊງຂອງ​ຈີນ​ເຂົ້າໃນ​ຮີດ​ຄອງປະ​ເພນີ ​ຮວມທັງ​ສາສະໜາຂອງ​
ຊາວທິ​ເບ​ດ.

ພວກ​ປະ​ທ້ວງຍັງ​ໄດ້​ພະຍາຍາມ​ຈະ​ດຶງຄວາມ​ສົນ​ໃຈ​ໄປ​ໃສ່​ຄໍາ​ຮຽກຮ້ອງ​ຂອງ​ເຂົາ​ເຈົ້າ ທີ່​ຢາກ​
ໃຫ້ຜູ້​ນໍາ​ທາງ​ດ້ານ​ຈິດ​ໃຈ​ຂອງ​ເຂົາ​ເຈົ້າ ກໍ​ຄື ອົງ​ດາ​ໄລ ລາ​ມະ ​ທີ່​ລີ້​ໄພ​ຢູ່​ໃນ​ຕ່າງ​ປະ​ເທດນັ້ນ
ກັບ​ຄືນ​ໄປ​ຍັງ​ທິ​ເບດ.

ທາງ​ການຈີນໄດ້​ຕອບ​ໂຕ້​ ​ດ້ວຍ​ການ​ກວດ​ລ້າງ ຢູ່​ໃນ​ບັນດາເຂດ​ທີ່​ວຸ້ນວາຍ ມີ​ການ​ເຜົາ​ຕົວ​ເອງ​ຕາຍ​ນັ້ນ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG