ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວທິເບດ ອີກ 4 ຄົນ ຈູດ​ເຜົາ​ຕົນ​ເອງ ປະທ້ວງ ນະໂຍບາຍຈີນ


ບັນດາພະສົງແລະພົນລະເຮືອນຊາວທິເບດ ປະທ້ວງຕໍ່ການປົກຄອງ
ທິເບດຂອງຈີນ
ບັນດາພະສົງແລະພົນລະເຮືອນຊາວທິເບດ ປະທ້ວງຕໍ່ການປົກຄອງ ທິເບດຂອງຈີນ
ແມ່​ທີ່​ເປັນ​ໂສດໄວສາວຄົນ​ນຶ່ງ ​ແລະ​ພະໜຸ່ມນ້ອຍ​ອີກ​ສາມ​ອົງ ​
ໄດ້ເປັນ​ຊາວ​ທິເບ​ດ ຈຸຫລ້າສຸດ ​ທີ່​ໄດ້​ຈູດ​ເຜົາ​ຕົນ​ເອງ ເພື່ອ​ປະ
​ທ້ວງນະ​ໂຍບາຍປົກຄອງ​ທິ​ເບດຂອງ​ຈີນ.

ວີ​ໂອ​ເອພະ​ແນ​ກພາສາ​ທິ​ເບ​ດໄດ້​ລາຍ​ງານ​ວ່າ ​ທັງ​ສີ່​ຄົນ​ໄດ້​ຈູດ​
ເຜົາ​ຕົນ​ເອງ ເມື່ອ​ວັນ​ພຸດ​ວານ​ນີ້ ​ແລະ​ເຮັດ​ໃຫ້ແມ່​ໄວ​ສາວ​ຄົນ​
ນັ້ນ ​ແລະພະ​ອົງ​ນຶ່ງ​ເສຍ​ຊີວິດ.

ນາງ Tamding Tso, ຊາວທິເບດຜູ້ນຶ່ງທີ່ເຜົາຕົນເອງ
ນາງ Tamding Tso, ຊາວທິເບດຜູ້ນຶ່ງທີ່ເຜົາຕົນເອງ

ນາງ Tamding Tso ແມ່ ​ໄວ 23 ປີ ​ໄດ້​ຈູດ​ເຜົາ​ຕົນ​ເອງ​ໃນ​ເມື​ອງ
Rebkong ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ທິ​ເບ​ດ. ພວກເຫັນ​ເຫດ
ການ​ກ່າວວ່າໃນ​ຂະນະທີ່​ນາງ​ຈູດ​ເຜົາ​ຕົນ​ເອງຢູ່ນັ້ນນາງ​ໄດ້​ຂໍຮ້ອງ​
ໃຫ້ອົງ​ດາ​ໄລລາ​ມະ​ກັບຄືນ​ມາ​ທິ​ເບ​ດ.

ນາງ ​ໂສ ​ໄດ້​ປະ​ລູກ​ນ້ອຍ​ອາຍຸຫ້າ​ປີ​ໄວ້ ພວກ​ຄົນ​ທີ່ຢູ່​ໃກ້ຊິດ​ກັບ​ນາງ
​ໂສ ກ່າວ​ວ່າ ນາງ​ໄດ້​ວາງ​ແຜນ​ຈະ​ຈູດ​ເຜົາ​ຕົນ​ເອງ​ມາຫຼາຍ​ເດືອນ
​ແລ້ວ ​ແລະ​ໄດ້​ໃຊ້​ເວລາ​ອົດ​ອາຫານ ​ແລະສວດ​ມົນ​ພາວະນາ ຫຼັງ
ຈາກ​ນາງ​ໄດ້​ຍິນ​ຂ່າວ ກ່ຽວ​ກັບ​ການ​ຈູດ​ເຜົາ​ຕົນ​ເອງ.

ສ່ວນ​ພະໜຸ່ມ​ນ້ອຍ​ສາມ​ອົງ ທີ່​ຈູດ​ເຜົາ​ຕົນ​ເອງ​ນັ້ນ ຖືກ​ລະບຸ​ຊື່ວ່າ
Dorje ອາຍຸ 15 ປີ ​ ພະ Samdup ​ແລະ ພະ Dorje Kyap ອາຍຸ 16 ປີ ຊຶ່ງ​ທັງ​ສາມ ມາ​ຈາກ​ວັດ Ngoshul ທີ່ເມືອງ Goman.

ພວກ​ເຫັນ​ເຫດການເວົ້າ​ຕໍ່​ໄປ​ວ່າ ພະ​ໜຸ່ມ​ນ້ອຍ​ທັງ​ສາມ​ ໄດ້​ຈູດ​ເຜົາ​ຕົນ​ເອງຢູ່​ນອກ​ບໍລິ ເວນ
ປ້ອມຕໍາຫຼວດ ​ແລະ​ພະ​ອາຍຸ 15 ປີ ໄດ້​ເສຍ​ຊີວິດ​ທີ່​ບ່ອນເກີດ​ເຫດ ຊຶ່ງ​ພວກ​ເຫັນເຫດ
ການ​ກ່າວ​ອີກ​ວ່າ ​ເຈົ້າໜ້າ​ທີ່ຮັກສາ​ຄວາມ​ປອດໄພ​ຈີນ ​ໄດ້​ນໍາ​ພະ​ອາຍຸ 16 ປີ​ ທັງ ສອງສົ່ງ​ໄປ​ໂຮງໝໍ ​ແລະ​ກໍ​ບໍ່​ຮູ້​ລາຍ​ລະ ອຽດ​ເພີ່ມ​ຕື່ມ​ກ່ຽວ​ກັບ​ອາການ​ຂອງ​ພະ​ທັງ​ສອງ​ອົງດັ່ງກ່າວ.

ແຜນທີ່ເຂດທີ່ມີຄົນເອົາໄຟເຜົາຕົນເອງຕາຍ ຢູ່ໃນຕີເບດ
ແຜນທີ່ເຂດທີ່ມີຄົນເອົາໄຟເຜົາຕົນເອງຕາຍ ຢູ່ໃນຕີເບດ

ການ​ປະ​ທ້ວງ​ເມື່ອ​ວັນ​ພຸດ​ວານ​ນີ້ ​ໄດ້​ເຮັດ​ໃຫ້​ຈໍານວນຊາວ​ທິ​
ເບ​ດ​ທີ່​ຈູດ​ເຜົາຕົນ​ເອງໄປແລ້ວ​ເພີ້ມຂຶ້ນ​ເປັນຢ່າງ​ໜ້ອຍ 67 ຄົນ
ນັບ​ຕັ້ງ​ແຕ່​ເດືອນ​ກຸມພາ​ປີ 2009 ​ເປັນ​ຕົ້ນ​ມາ ​ຊຶ່ງ​ໃນຈໍານວນ​
ນັ້ນ ມີ 53 ຄົນ ​ໄດ້​ເສຍ​ຊີວິດ.
XS
SM
MD
LG