ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ​ທິ​ເບດ ສະ​ຫຼອງ​ຄົບ​ຮອບ 80 ປີ ​ໃນການ​​ຂຶ້ນຄອງ​ລາດ ​ຂອງ ອົງ​ດາ​ໄລ ລາ​ມະ


ອົງ​ດາ​ໄລ ລາ​ມະ ຜູ້​ນຳ​ທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ທິ​ເບດ ໂບກ​ມື​ເວ​ລາ​ເດີນ​ທາງ​ໄປເຖິງໂຮງ​ແຮມ ໃນເ​ມືອງ​ດາມ​ສະ​ຕາດ ປະ​ເທດ​ ເຢ​ຣະ​ມັນ ເມື່ອວັນ​ທີ 18 ກັນ​ຍາ 2018.
ອົງ​ດາ​ໄລ ລາ​ມະ ຜູ້​ນຳ​ທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ທິ​ເບດ ໂບກ​ມື​ເວ​ລາ​ເດີນ​ທາງ​ໄປເຖິງໂຮງ​ແຮມ ໃນເ​ມືອງ​ດາມ​ສະ​ຕາດ ປະ​ເທດ​ ເຢ​ຣະ​ມັນ ເມື່ອວັນ​ທີ 18 ກັນ​ຍາ 2018.

ອົງ​ດາ​ໄລ ລາ​ມະ ຜູ້​ນຳ​ທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ທິ​ເບດ ກຳ​ລັງ​ສະ​ຫຼອງວັນ​ຄົບ​ຮອບ​ 80
ປີ ໃນການ​ຂຶ້ນຄອງ​ລາດຂອງ​ພະ​ອົງ ໃນ​ວັນ​ເສົາ​ມື້​ນີ້.

ອົງດາ​ໄລ ລ​າ​ມະ ​ທີ 14 ຜູ້​ທີ່​ໄດ້​ປະ​ສູດ​ມາ ​ໃນ​ຊື່ ລາ​ໂມ ທົນ​ດັບ (Lhamo Thondup)
ຍັງ​ເປັນ​ແອ​ນ້ອຍ​ຢູ່ ເວ​ລາພະ​ອົງ​ໄດ້​ຖືກ​ລະ​ບຸ​ວ່າ​ເປັນລາ​ມະ​ອົງ​ກ່ອນທີ່​ກັບ​ຊາດ ມາ​ປະ​
ສູດ​ໃໝ່.ພວກຊາວ​ພຸດ​ທິ​ເບດ​ ເຊື່ອ​ວ່າ ​ອົງ​ດາ​ໄລ ລາ​ມະ ມີ​ຄວາ​ມສາ​ມາດ ຫຼັງ​ຈາກ​ຕາຍ​
ໄປ​ແລ້ວ ​ເລືອກ​ກັບ​ຊາດ​ມາ​ປະ​ສູດ ຢູ່​ໃນ​ຮ່າງ​ກາຍ​ຂອງ​ເດັກ​ນ້ອຍ.

ອົງ​ດາ​ໄລ ລາ​ມະ ໄດ້​ຂຶ້ນຄອງ​ລາດ​ ​ເປັນຜູ້​ນຳທາງ​ດ້ານຈິດ​ໃຈ​ທີ່​ສຳ​ຄັນ​ສຸດ​ຂອງຊາວ​ທິ
​ເບດ ໃນ​ວັນ​ທີ 22 ກຸມ​ພາ ປີ 1940 ເວ​ລາ​ພະ​ອົງ​ຊົງ​ມີ​ອາ​ຍຸ 4 ​ພັນ​ສາ.

ນັບ​ແຕ່​ນັ້ນມາ ພະ​ອົງ​ກໍໄດ້​ເປັນ​ຜູ້​ນຳທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ທິ​ເບດ ​ທີ່​ສະ​ໜັບສະໜູນ​

ຢ່າງ​ແຮງ​ກ້າ​ຕໍ່ການ​ບໍ່​ໃ​ຊ້​ຄວາມຮຸນ​ແຮງແລະ​ໄດ້​ຊົງ​ຊະ​ນະ​ລາ​ງວັນ​ໂນ​ແບ​ລຂະ​ແໜງ
ສັນ​ຕິ​ພາບ​ໃນ​ປີ 1989 ​ໃນຄວາມ​ພະ​ຍາ​ຍາມ​ຂອງພະ​ອົງ ທີ່​ຈະ​ນຳ​ເອົາ​ການ​ປົກ​ຄອງ
ຕົນ​ເອງມາ​ໃຫ້​ທິ​ເບດ​.

​ອົງ​ດາ​ໄລ​ ລາ​ມະ ທີ່​ຊົງ​ປະ​ສູດ​ຢູ່​ໃນ​ທິ​ເບດ ​ເມື່ອ​ປີ 1935 ​ຊຶ່ງ​ເປັນຜູ້​ນຳ​ທາງ​ດ້ານ​ຈິດ​ໃຈ
ທີ່​ມີ​ພະ​ຊົນ​ມາ​ຍຸ 85 ພັນ​ສາ​ແລ້ວນັ້ນ ໄດ້​ໃຊ້​ຊີ​ວິດ​ສ່ວນໃ​ຫຍ່ຂອງພະ​ອົງ ຢູ່​ໃນປະ​ເທດ
ອິນ​ເດຍ​ທີ່​ເປັນເພື່ອນ​ບ້ານ. ອົງ​ດາ​ໄລ ລາ​ມະ ໄດ້​ຫລົບ​ໜີ​ຈາກ​ທິ​ເບດ ຫຼັງ​ຈາກ​ການ​
ລຸກ​ຮື​ຂຶ້ນ​ຕໍ່ຕ້ານ ການ​ປົກ​ຄອງ​ຂອງຈີນ ທີ່​ບໍ່​ປະ​ສົບ​ຜົນ​ສຳ​ເລັດ ໃນ​ປີ 1959 ແລະ​ບັດ
​ນີ້​ພະ​ອົງ​ຊົງ​ພຳ​ນັກ​ຢູ່​ເມືອງດາ​ຣຳ​ຊາ​ຣາ (Dharamsala) ​ຊຶ່ງ​ເປັນ ເມືອງ​ພູ​ຜາ ​ໃນ
ພາກ​ເໜືອອິນ​ເດຍ ບ່ອນ​ທີ່ຜູ້​ສະ​ໜັບ​ສະ​ໜູນພະ​ອົງ​ບໍ​ລິ​ຫານ​ລັດ​ຖະ​ບານ​ພັດ​ຖິ່ນ
​ຢູ່​ທີ່ນັ້ນ.

ອົງ​ດາ​ໄລ ລາ​ມະ ກ່າວ​ວ່າ ​ພະ​ອົງ​ກຳ​ລັງ​ຊອກ​ຫາ​ຊ່ອງ​ທາງ​ເພື່ອ​ໃຫ້​ມີ​ການ​ປົກ​ຄອງ
​ຕົນ​ເອງຫຼາຍ​ຂຶ້ນ ​ສຳ​ລັບ​ບ້ານ​ເກີດ​ຂອງ​ພະ​ອົງ ຢູ່ໃນເຂດ​ພູ​ຜາ ​ທີ່ຫ່າງ​ໄກ​ສອກ​ຫຼີກ
ແລະ​ບໍ່​ແມ່ນ​ເປັນ​ເອກ​ກະ​ລາດ ​ໃນ​ຂະ​ນະ​ທີ່​ຈີນ​ກ່າວ​ຫາ​ວ່າ​ພະ​ອົງ​ເປັນ​ອັນ​ຕະ​ລາຍ
​ຕໍ່​ການ​ແບ່ງ​ແຍກ. ຈີນ​ໄດ້​ໃຊ້​ອິດ​ທິ​ພົນ​ຂອງ​ຕົນ​ຢູ່​ເວ​ທີ​ໂລກ ເພື່ອ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​
ຜູ້​ນຳ​ຂອງ​ປະ​ເທດ​ຕ່າງໆ ບໍ່​ໃຫ້​ພົບ​ປະ​ກັບ​ຜູ້​ນຳທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ທິ​ເບດ.

ໃນ​ເດືອນ​ເມ​ສາ ປີ 2019 ອົງ​ດາ​ໄລ ລາ​ມະ ໄດ້​ເຂົ້າ​ໂຮງ​ໝໍ​ໃນ​ນະ​ຄອນ​ຫຼວງນິວ​ເດ​ລີ
ປະ​ເທດ​ອິນ​ເດຍ ຍ້ອນ​ເຈັບ​ໜ້າ​ເອິກ ແລະ​ແຕ່​ນັ້ນ​ມາ​ກໍ​ໄດ້​ຫລຸດ​ຜ່ອນ​ການ​ພົບ​ປະ​ກັບ​
ປະ​ຊາ​ຊົນ​ຂອງພະ​ອົງ​ລົງ. ເຖິງ​ຢ່າງ​ໃດ​ກໍ​ດີ ບັນ​ດາ​ຜູ້​ຊ່ວຍ​ກ່າວ​ວ່າ ​ພະ​ອົງຍັງ​ຊົງ
ສະ​ບາຍ​ດີ​ຢູ່.

ຄຳ​ຖາມ ​ກ່ຽວ​ກັບ​ການ​ກັບ​ຊາດ​ມາ​ປະ​ສູດ​ໃໝ່ ຂອງ​ອົງ​ດາ​ໄລ ລາ​ມະ ​ຄົນ​ຕໍ່​ໄປມີ​
ຄວາມ​ສະຫ​ລັບຊັບ​ຊ້ອນ​ດ້ານ​ການ​ເມືອງ. ຈີນ​ໄດ້ກ່າວ​ວ່າ ບັນ​ດາ​ຜູ້​ນຳ​ຂອງ​ຕົນ​ມີ​ສິດ​
ທີ່​ຈະ​ຮັບ​ຮູ້​ຜູ້​ທີ່​ມາ​ທົດ​ແທນ​ອົງ​ດາ​ໄລ ລາ​ມ​ະ ວ່າ​ເປັນ​ຜູ້​ສືບ​ທອດ​ມາ​ຈາກບັນ​ດາ​
ຈັກ​ກະ​ພັດຂອງ​ຈີນ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG