ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຊາຍ ທິເບດ ຄົນນຶ່ງ ເຜົາໂຕເອງຕາຍ ໃນພາກຕາເວັນຕົກ ຂອງຈີນ


ຜູ້ຊາຍທິເບດຄົນນຶ່ງເຜົາໂຕຕາຍ ຫລັງຈາກຜູ້ຍິງທີ່ເປັນແມ່ ມີລູກ ສີ່ຄົນ ໄດ້ເຜົາໂຕຕາຍໃນແຂວງ Sichuan ໃນວັນອາທິດແລ້ວນີ້.
ຜູ້ຊາຍທິເບດຄົນນຶ່ງເຜົາໂຕຕາຍ ຫລັງຈາກຜູ້ຍິງທີ່ເປັນແມ່ ມີລູກ ສີ່ຄົນ ໄດ້ເຜົາໂຕຕາຍໃນແຂວງ Sichuan ໃນວັນອາທິດແລ້ວນີ້.
ແຫ​ລ່ງຂ່າວ​ທິ​ເບ​ດ​ແຈ້ງ​ວ່າ ມີອີກ​ຄົນ​ນຶ່ງ​ໄດ້​ເຜົາ​ໂຕ​ຕາຍ​ໃນ​ພາກ​
ຕາ​ເວັນ​ຕົກ​ຂອງ​ຈີນ ໃນ​ອັນ​ທີ່​ປະກົດ​ວ່າ ​ເປັນ​ການ​ປະ​ທ້ວງ​ຕໍ່
ຕ້ານການ​ປົກຄອງ ​ຈີນ ຢູ່​ໃນ​ເຂດ​ທີ່​ມີ​ຊາວ​ທິເບ​ດອາ​ໄສ​ຢູ່.

​ແຫ​ລ່ງຂ່າ​ວກ່າວ​ວ່າ ຜູ້​ຊາຍ​ອາຍຸ 43 ປີ​ຊື່ວ່າ Lhamo Kyab ທີ່ເຮັດ​ວຽກ​ຮັກສາ​ປ່າ ​ໄດ້​ເຜົາ​ໂຕຕາຍ​ຢູ່​ເທິງກອງ​ຟືນ ​ໃນ​ວັນ​ຈັນ​ວານ​ນີ້ທີ່ເຂດ Labrang.

​ເຂົາ​ເຈົ້າ​ກ່າວ​ວ່າ ຊາກ​ສົບ​ຂອງ​ລາວ ແມ່ນ​ບໍ່​ເຫຼືອຫຍັງ​ຫລາຍ​ປະ​ໄວ້ ຫລັງ​ຈາກ​ຊາວບ້ານ​ໃນ​ເຂດ​ທ້ອງ​ຖິ່ນ ພົບ​ເຫັນ​ສົບ​ຂອງ​ລາວ​ໃນຕອນ​ເຊົ້າ.

ການເຜົາ​ໂຕ​ຕາຍ​ທີ່​ວ່າ​ນີ້ ໄດ້​ເກີດ​ຂື້ນ​ນຶ່ງ​ມື້​ ຫລັງ​ຈາກຜູ້​ເປັນ​ແມ່​ອາຍຸ 30 ປີ ທີ່ມີ​ລູກ​ສີ່​ຄົນ ​ໄດ້​ເຜົາໂຕ​ເອງ​ຕາຍ​ໃນ​ແຂວງ Sichuan ​ໃນ​ວັນ​ອາທິດຜ່ານ​ມາ.

ມີຊາວ​ທິ​ເບ​ດ ຫລາຍ​ກວ່າ 100 ຄົນ ​ໄດ້​ພາກັນ​ເຜົາ​ໂຕ​ເອງ​ຕາຍ ນັບ​ຕັ້ງ​ແຕ່ປີ 2009 ເປັນຕົ້ນມາເພື່ອ​ປະ​ທ້ວງຕໍ່​ອັນ​ທີ່​ເຂົາ​ເຈົ້າຮ້ອງ​ວ່າ ການ ກົດ​ຂີ່​ຕໍ່​ວັດທະນາ​ທໍາ​ເຂົາ​ເຈົ້າ​ໂດຍ​ຈີນ. ຈີນ​ໄດ້​ປະຕິ​ເສດ​ການຕໍ່​ກ່າວ​ຫາ ​ນີ້ແລະເວົ້າ​ວ່າ ການ​ຂ້າ​ໂຕ​ຕາຍ ເພື່ອເປັນ​ການ​ປະ​ທ້ວງນັ້ນ ​ແມ່ນ​ເປັນ​ການປະພຶດ​ຂອງ​ພວກ​ກໍ່​ການ​ຮ້າຍ.

ກ່ຽວຂ້ອງກັນ

XS
SM
MD
LG