ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປັກກິ່ງວາງມາດຕະການ ຄວບຄຸມເພີ່ມຂຶ້ນ ໃນເຂດທິເບດ (ວີດິໂອ ພາສາລາວ/ອັງກິດ)


ຊາວທິເບດໃນນີວຢ໊ອກ ພາກັນເດີນຂະບວນ ໄປຍັງ ສະຖານກົງສູນຂອງຈີນ ເພື່ອປະທ້ວງການປົກຄອງ ຂອງຈີນ ຢູ່ເຂດທິເບດ
ຊາວທິເບດໃນນີວຢ໊ອກ ພາກັນເດີນຂະບວນ ໄປຍັງ ສະຖານກົງສູນຂອງຈີນ ເພື່ອປະທ້ວງການປົກຄອງ ຂອງຈີນ ຢູ່ເຂດທິເບດ
ມີລາຍງານວ່າ ຂະນະນີ້ ລັດຖະບານຈີນກໍາລັງວາງມາດຕະການ
ຄວບຄຸມຢ່າງເຄ່ງຄັດຕື່ມຂຶ້ນຢູ່ໃນຫລາຍໆ​ເຂດຂອງທິເບດ ບ່ອນ
ທີ່ພວກຊາວບ້ານ ຊາວເມືອງໄດ້ຈູດ​ໄຟເຜົາຕົນເອງເພື່ອປະທ້ວງ ນະໂຍບາຍການປົກຄອງຂອງຈີນ. ​ເລີ້​ມແຕ່ປີ 2009 ເປັນຕົ້ນມາ ຊາວທິເບດໄດ້ຈູດໄຟເຜົາຕົນເອງໄປແລ້ວເກືອບນຶ່ງຮ້ອຍຄົນ ຊຶ່ງ
ສ່ວນຫຼາຍ​ແມ່ນ​ໄດ້ເສຍຊີວິດ. ບັນດານັກເຄື່ອນໄຫວຊາວທິເບດ
ທີ່ຢູ່ຕ່າງປະ​ເທດ ພາກັນປຸກລະດົມເພື່ອດຶງຄວາມສົນໃຈ​ໄປ​ໃສ່ ຊະຕາກໍາຂອງປະຊາຊົນຂອງພວກເຂົາເຈົ້າ. ຜູ້ສື່ຂ່າວວີໂອເອ
Jerom Socolovsky ມີລາຍງານມາຈາກນະຄອນຫລວງວໍຊິງ
ຕັນ ດີຊີ ຊຶ່ງທອງປານຈະນໍາມາສະເໜີທ່ານ.

ເບິ່ງວີດິໂອລາຍງານນີ້ ເປັນພາສາລາວ:


ເມື່ອບໍ່ດົນມານີ້ ນັກເຄື່ອນໄຫວຊາວທິເບດກຸ່ມນຶ່ງ ໄດ້ພາກັນໄປຍັງຫ້ອງການຂອງສະມາ
ຊິກສະພາຕໍ່າສະຫະລັດທຸກໆຄົນ ເພື່ອຂໍລາຍເຊັນສໍາລັບໜັງສືຮ້ອງຮຽນກ່ຽວກັບການຈູດ ເຜົາຕົນເອງຢູ່ໃນທິເບດ. ນາງ Dadon Ngodup ​ເປັນ​ຜູ້​ນຶ່ງ​ໃນ​ນັ້ນ.

ນັກເຄື່ອນໄຫວ ໂງ່ດຸບ ເວົ້າວ່າ: “ຈິງໆແລ້ວ ພວກເຮົາມາທີ່ນີ້ ເພື່ອຂໍຮ້ອງໃຫ້ ສະມາ
ຊິກສະພາຄອງແກຣສເຊັນຈົດໝາຍສະບັບນຶ່ງ ທີ່ສະພາຊິກ
ສະພາຕໍ່າ Wolf ແລະ McGovern ເປັນຜູ້ນໍາພາ ເພື່ອຈະສົ່ງ​ໄປໃຫ້ ທ່ານໂອບາມາ ກ່ຽວກັບເຫດການ
ທີ່
​ໄດ້ເກີດຂຶ້ນຕະຫຼອດມາຢູ່ໃນທິເບດ.”

ດັ່ງ​ທີ່​ເຫັນຢູ່​ໃນຮູບທີ່ຖ່າຍ​ໂດຍໂທລະສັບມືຖືຂອງ​ນັກ​ຖ່າຍວິດີ​ໂອສະໝັກຫຼິ້ນຄົນ​ນຶ່ງ ພວກ ຊາວໜຸ່ມໄດ້ພາກັນຈູດເຜົາຕົນເອງຢູ່ຕາມຖະໜົນຫົນທາງຂອງ​ທິ​ເບ​ດ ​ແລະພະສົງ ຫຼາຍ ຮ້ອຍອົງ ໄດ້ອອກ​ມາທໍາພິທີສົ່ງສະການສະມາຊິກ ອົງ​ນຶ່ງຂອງພວກຕົນ. ວັດ Kirti ເປັນວັດ ທີ່ເວົ້າກັນວ່າ ເປັນຈຸດສໍາຄັນຂອງ ການເຄື່ອນໄຫວດັ່ງກ່າວນີ້.

ພວກນັກເຄື່ອນໄຫວທີ່ວໍຊິງຕັນ ເວົ້າວ່າ ຊາວທິເບດແມ່ນທໍ້ແທ້ສິ້ນຫວັງທີ່ສຸດ ຫຼັງຈາກ​ໄດ້ ຢູ່ພາຍໃຕ້ການຍຶດຄອງຂອງຈີນ ມາໄດ້ຫຼາຍກວ່າ 60 ປີ ແລ້ວ

Dadon Ngodup ເກີດຢູ່ອິນເດຍ ແລະບໍ່ເຄີຍພົບເຄີຍເຫັນບ້ານເກີດ ເມືອງນອນຂອງພໍ່ ແມ່ເລີຍ

ນາງ ໂງ່ດຸບ ເວົ້າວ່າ: ​ເວົ້າຢ່າງຈິງໃຈແລ້ວ ສໍາລັບຂ້ອຍນັ້ນ ມັນ​ບໍ່​ແມ່ນ​ເລື້ອງ
ພວກເຮົາຢາກໃຫ້ທິເບດ​ເປັນເສລີ ຢາກໃຫ້ທິເບດ​ເປັນເສລີ ຕໍ່ໄປອີກ​ແລ້ວ
ແຕ່ມັນ​ແມ່ນເລຶ່ອງຂອງຊີວິດມະນຸດ ມະນຸດທີ່ຖືກເຜົາໄໝ້ ຍ້ອນພວກເຂົາເຈົ້າ
ຮູ້ສຶກວ່າ ພວກເຂົາເຈົ້າບໍ່
ສາມາດ​ເຮັດແນວອື່ນ​ໃດ​ໄດ້​ອີກແລ້ວ.”

ນຶ່ງໃນຄໍາສັ່ງສອນຫຼັກຂອງສາສະໜາພຸດ ​ເວົ້າ​ວ່າ​ ຄົນ​ເຮົາ​ຕ້ອງ​ບໍ່​ຂ້າ​ເພື່ອນ​ມະນຸດ​ດ້ວຍ​ກັນ. ອົງ​ດາ​ໄລ ລາ​ມະ ຜູ້​ນໍາ​ທາງດ້ານ​ຈິດ​ໃຈທີ່​ລີ້​ໄພ​ໃນ​ຕ່າງປະ​ເທດຂອງ​ຊາວ​ພຸດ​ທິ​ເບ​ດ ກໍສັ່ງ ສອນ ບໍ່​ໃຫ້​ໃຊ້​ຄວາມ​ຮຸນ​ແຮງ.

​ແຕ່​ວ່າ ​ໃນ​ຂະນະ​ດຽວ​ກັນ ສາສະໜາ​ພຸດ​ກໍ​ຮວມ​ເອົາອຸດົມຄະຕິຂອງພະໂພທິສັດ ຜູ້ທີ່ອຸທິດ ຕົນ ເພື່ອຜົນປະ​ໂຫຍ​ດຂອງ​ສ່ວນ​ລວມ. Tenzin Dorjee ປະຈໍາເຄືອຂ່າຍທິເບດລະຫວ່າງ ຊາດ ເວົ້າວ່າ:

“ເວລາຊາວທິເບດ ພາກັນເບິ່ງພາບການຈູດເຜົາຕົນເອງນັ້ນ ສິ່ງທີ່ພວກເຮົາ
ເຫັນ ກໍຄືການກະທໍາທີ່​ມາ​ຈາກຄວາມເຫັນອົກເຫັນໃຈການກະທໍາທີ່ເຫັນແກ່
ປະໂຫຍດຂອງຜູ້ອື່ນເປັນໃຫຍ່. ​ແລະ​ຊາວ​ທິ​ເບ​ດ ທຸກໆ​ຄົນ​ທີ່​ເຮັດ​ແບບ​ນັ້ນ
ກໍ​ບໍ່​ໄດ້​ທໍາຮ້າ​ຍມະນຸດ​ຄົນ​ອື່ນ​ຈັກ​ຄົນ.”


ລັດຖະບານໂອບາມາໄດ້ເວົ້າວ່າ ຕົນເຊື່ອວ່າ ການຈູດເຜົາຕົນເອງ​ໄດ້ເພີ້​ມທະວີ​ຫລາຍ​ຂຶ້ນ ກໍຍ້ອນນະໂຍບາຍການປົກຄອງ ທີ່ບີບ​ບີ້ກົດຂີ່ທີ່ສຸດຂອງຈີນຢູ່ໃນຂົງເຂດດັ່ງກ່າວ.

ຈີນ​ແມ່ນ​ສົ່ງ​ກໍາລັງ​ອອກ​ຍາມ​ຢ່າງ​ຫລວງ​ຫລາຍ​ ເປັນ​ປະ​ຈໍາ ​ເພື່ອ​ຂັດຂວາງ​ການ​ຈູດເຜົາ​ຕົນ​ເອງ ແລະພາບຂອງອົງດາໄລລາມະ ກໍຖືກສັ່ງຫ້າມ ແລະກໍແມ່ນອົງດາໄລ ລາມະ ທີ່ຈີນຖິ້ມ ໂທດໃສ່ວ່າ ​ເປັນສາ​ເຫດ​ຂອງການຈູດເຜົາຕົນເອງ. ທ່ານຮົງ ເລ ໂຄສົກກະຊວງຕ່າງປະເທດຈີນ ກ່າວ​ວ່າ:

“ການທໍາຮ້າຍຮ່າງກາຍ ແລະການທໍາລາຍຊີວິດມະນຸດ ເພື່ອ​ໃຫ້ບັນລຸເປົ້າໝາຍ ທາງການເມືອງຂອງ​ພວກ​ຫົວແບ່ງແຍກດິນແດນ ທີ່​ຢາກ​ໄດ້ເອກະລາດຂອງທິ
ເບດນັ້ນ ​ແມ່ນຈະບໍ່ມີວັນຈະປະສົບຜົນ ສໍາເລັດໄດ້.”


ເມື່ອບໍ່ດົນມານີ້ ໂທລະພາບລັດໄດ້ອອກອາກາດການສໍາພາດກັບຜູ້ຕ້ອງສົງ​ໄສຄົນ​ນຶ່ງ ທີ່​ລາຍ​ງານ​ຂ່າວເວົ້າ​ວ່າຜູ້ກ່ຽວ​ໄດ້​ສາລະພາບວ່າ ຕົນ​ໄດ້​ໃຫ້​ຄໍາ​ໝັ້ນສັນຍາ​ແກ່ພວກທີ່ຈູດເຜົາ ຕົນເອງວ່າ ພວກເຂົາເຈົ້າຈະ​ໄດ້ເປັນວີລະບຸລຸດຢູ່ໃນຕ່າງປະເທດ ຊຶ່ງ​ແນ່ນອນ​ວ່າ ພວກ​ເຂົາ​ເຈົ້າ​ກໍ​ເປັນ​ວີລະ​ບຸລຸດແທ້ ​ໃນ​ສາຍຕາ​ຂອງບັນດານັກເຄື່ອນ​ໄຫວເຫຼົ່ານີ້ ທີ່ຍັງສືບຕໍ່ເຝົ້າ ພາວະນາອະທິຖານຢ່າງສັນຕິ ຈົນເຖິງຍາມຄໍ່າຄືນ ຢູ່ຕໍ່ໜ້າທໍານຽບຂາວ ​ໃນ​ມື້​ນັ້ນ.

ຄື້ນຟອງແຫ່ງການຈູດເຜົາຕົນເອງ ທີ່ເພີ້​ມທະວີ​ຂຶ້ນຢ່າງທີ່ບໍ່ເຄີຍມີມາກ່ອນນັ້ນ ກໍາລັງດຶງ​ດູດຄວາມສົນໃຈຂອງນານາຊາດຫຼາຍຂຶ້ນນັບມື້​ໄປ​ໃສ່ທິເບດ. ນັກເຄຶ່ອນໄຫວເຫຼົ່ານີ້ຕ່າງ ກໍຫວັງວ່າ ມັນຈະຊ່ວຍຊຸກຍູ້ໃຫ້ລັດຖະບານໂອບາມາ ເພີ່ມຄວາມກົດດັນຫຼາຍຂຶ້ນຕໍ່ລັດຖະ
ບານຈີນ.

ເບິ່ງວີດິໂອ ພາສາອັງກິດ:

XS
SM
MD
LG