ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນຶ່ງຄົນເສຍຊີວິດໄປອີກ ຫຼັງຈາກຊາວທິເບດສອງຄົນ ຈູດເຜົາຕົນເອງ


ແຜນທີ່ເຂດທີ່ມີການຈູດເຜົາຕົນເອງຂອງຊາວຕີເບດ ເພື່ອເປັນການປະທ້ວງຕໍ່ຈີນ
ແຜນທີ່ເຂດທີ່ມີການຈູດເຜົາຕົນເອງຂອງຊາວຕີເບດ ເພື່ອເປັນການປະທ້ວງຕໍ່ຈີນ

ກຸ່ມ​ປົກ​ປ້ອງສິດທິ​ມະນຸດ​ກຸ່ມ​ນຶ່ງ​ທີ່​ມີ​ສໍານັກງານ​ຢູ່ກຸງ​ລອນ​ດອນ ກ່າວ​ວ່າ ມີ​ຊາວ​ທິ​ເບ​ດ
ອີກ​ສອງ​ຄົນໄດ້​ຈູດ​ເຜົາ​ຕົນ​ເອງ​ ​ໃນ​ເຂດພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງຈີນ ​ແລະ​ໄດ້​ເສຍ​
ຊີວິດ​ໄປ​ຢ່າງ​ໜ້ອຍ​ນຶ່ງ​ຄົນ​ ໃນ​ເຫດການ​ດັ່ງ​ກ່າວ.

ກຸ່ມທິ​ເບ​ດ​ເສລີທີ່​ມີ​ສໍານັກງານ​ຢູ່​ອັງກິດກ່າວ​ວ່າ ​ແມ່ຍິງ​ຄົນ​ນຶ່ງ ຊື່ Dolkar Kyi ​ໄດ້​ເສຍ​
ຊີວິດ​ໄປທີ່​ວັດ Tso ​ໃນ​ແຂວງ Gansu ​ເມື່ອ​ວັນອັງຄານ​ວານ​ນີ້ ຫຼັງຈາກ​ໄດ້​ຈູດ​ເຜົາ​ຕົນ​ເອງ.

ກຸ່ມ​ທິ​ເບ​ດ​ເສລີ ​ເວົ້າ​ອີກ​ວ່າ ພະອົງ​ນຶ່ງ ອາຍຸ 21 ​ປີ ຈາກ​ວັດ Kirti ​ໃນ​ແຂວງ Sichuan
​ກໍໄດ້​ຈູດ​ເຜົາ​ຕົນ​ເອງ ​ແຕ່​ປະກົດ​ວ່າ​ບໍ່​ໄດ້​ເຖິງ​ແກ່​ມໍລະ ນະພາ​ບ. ມີ​ລາຍ​ງານ​ວ່າ ພະ​ຊຶ່ງມີ​
ການລະບຸ​ຊື່ວ່າ Lobsang Tsultrim ​ ​ໄດ້​ຖືກ​ພວກ​ເຈົ້າໜ້າ​ທີ່​ພາ​ໜີ​ໄປ ​ຊຶ່ງໃນ​ເວລາ​ນີ້ບໍ່​ຮູ້​ວ່າ​
ຜູ້ກ່ຽວ​ຢູ່​ແຫ່ງ​ຫົນ​ໃດ​ແລະ​ມີ​ອາກາ​ນຢ່າງ​ໃດ. ກຸ່ມທິ​ເບ​ດ​ເສລີກ່າວ​ວ່າ ພະ Tsultrim ​ໄດ້​ຖືກ​
ທຸບຕີ​ໂດຍ​ເຈົ້າໜ້າ​ທີ່​ຈີນ​ໃນ​ປີ 2008 ຍ້ອນ​ໄດ້​ເຂົ້າປະກອບສ່ວນ​ເດີນ​ຂະ​ບວນປະ​ທ້ວງ​ຕໍ່ຕ້ານ ລັດຖະບານ.

ຊາວ​ທິ​ເບ​ດ​ໄດ້​ກ່າວ​ຫາ​ລັດຖະບານ​ຈີນ​ ມາ​ເປັນ​ເວລາ​ດົນ​ນານ​ແລ້ວວ່າ ໄດ້ທໍາລາຍ​ປະ​ເພນີ​
ວັດທະນະ​ທໍາ​ຂອງ​ທິ​ເບ​ດ ໂດຍປ່ອຍ​ໃຫ້​ຊາວ​ຈີນ Hans ຈຳນວນ​ຫຼວງຫຼາຍຫຼັ່ງ​ໄຫຼ​ເຂົ້າ​ໄປ​ຢູ່
ໃນ​ເຂດ​ທິ​ເບ​ດ. ລັດຖະບານ​ປັກ​ກິ່ງ​ກ່າວ​ວ່າ ຊາວ​ທິ​ເບ​ດທັງຫຼາຍຊື່ນ​ຊົມ​ກັບ​ສິດເສລີພາບ​ທາງ​
ສາສະໜາ ​ແລະ​ມີ​ມາດຕະຖານ​ການ​ຄອງ​ຊີບທີ່​ສູງ​ຂຶ້ນກວ່າ​ເກົ່າ ຍ້ອນ​ການ​ພັດທະນາ​ທາງ​ເສດ ຖະກິດຂອງ​ຈີນ.

XS
SM
MD
LG