ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວ​ທິ​ເບ​ດພັດ​ຖິ່ນ​​ຈັດ ​ພິທີ​ ລະນຶກ​ເຖິງ ການ​ລຸກ​ຮືຂຶ້ນ​ ຕໍ່ຕ້ານ​ຈີນ ໃນປີ 1959


ຕໍາຫລວດເນປາລກໍາລັງຈັບກຸມຊາວທິເບດທີ່ປະທ້ວງຢູ່ຕໍ່ໜ້າຕຶກອົງການ ສະຫະປະຊາຊາດ ທີ່ເມືອງ Katmandu ປະເທດເນປາລ
ຕໍາຫລວດເນປາລກໍາລັງຈັບກຸມຊາວທິເບດທີ່ປະທ້ວງຢູ່ຕໍ່ໜ້າຕຶກອົງການ ສະຫະປະຊາຊາດ ທີ່ເມືອງ Katmandu ປະເທດເນປາລ

ພວກ​ຊາວ​ທິ​ເບ​ດພັດ​ຖິ່ນ​ພາກັນ​ຈັດ​ພິທີ​ລະນຶກ​ເຖິງ ​ວັນ​ຄົບຮອບຂອງ​ການ​ລຸກ​ຮື​ຕໍ່ຕ້ານ​ຈີນ​
ທີ່​ບໍ່​ປະສົບ​ຜົນຂອງ​ທິ​ເບ​ດ ເມື່ອ​ປີ 1959 ​ແລະ​ການ​ກໍ່​ການ​ຈະລາຈົນຂັ້ນ​ຮຸນ​ແຮງ​ໃນ​ປີ
2008 ທີ່​ເມືອງ Lhasa ນັ້ນ. ພິທີຂີດ ໝາຍວັນ​ຄົບຮອບ​ດັ່ງກ່າວ​ ຍັງ​ໄດ້​ຈັດ​ຂຶ້ນທີ່​ເມືອງ​
ທໍາ​ມະ​ສາລາ​ ຊຶ່ງ​ເປັນ​ທີ່​ຕັ້ງ​ລັດຖະບານ​ພັດ​ຖິ່ນ​ຢ່າງ​ບໍ່​ເປັນ​ທາງ​ການ​ຂອງ​ທິ​ເບ​ດ ​ທາງພາກ
ເໜືອ​ຂອງ​ປະ​ເທດ​ອິນ​ເດຍນັ້ນນໍາ. ​ໃນ​ພິທີ​ດັ່ງກ່າວ​ນີ້ ທ່ານ Lobsang ນາຍົກ ລັດຖະມົນ
ຕີລັດຖະບານ​ທິ​ເບ​ດພັດ​ຖິ່ນ ​ໄດ້​ຖື​ໂອກາດ​ກ່າວຕໍ່​ຝຸງ​ຊົນ​ທີ່​ເຂົ້າ ຮ່ວມ​ນັ້ນ​ວ່າ ປັດຈຸບັນ​ນີ້ປັກ​
ກິ່ງ​ຍັງ​ຄວບ​ຄຸມ​ຂົງ​ເຂດທັງ​ໝົດທີ່​ມີ​ຊາວ​ທິ​ເບ​ດ ອາ​ໄສ​ຢູ່​ນັ້ນ ​ພາຍ​ໃຕ້​ກົດ​ໄອ​ຍະ​ການ​ເສິກ​ທີ່
ບໍ່​ໄດ້​ປະກາດ​. ທ່ານ​ລອບ​ຊັງ​ ກ່າວຕື່ມ​ວ່າ ມີ​ກ້ອງ​ສອດ​ແນມ​ຕິດ​ຕັ້ງ​ໄວ້ຫລາຍ​ກວ່າ​ຈໍານວນ​
ປ້ອງ​ຢ້ຽມ ​ຢູ່​ໃນ​ເມືອງ Lhasa ນັ້ນ. ອົງ​ດາ​ໄລ ລາ​ມະ ຜູ້​ນໍາ​ຈິດ​ໃຈ​ຂອງ​ທິ​ເບ​ດ ​ກໍ​ຊົງ​ໄດ້
ເຂົ້າຮ່ວມ​ໃນ​ພິທີ​ດັ່ງກ່າວ ​ແຕ່​ບໍ່​ໄດ້​ກ່າວຄໍາ​ປາ​ໄສ.

ພວກ​ປະ​ທ້ວງ​ຫລາຍ​ຮ້ອຍ​ຄົນ ພາກັນ​ເດີນ​ຂະ​ບວນປະ​ທ້ວງ​ຢູ່​ໃນ​ນະຄອນ ຫລວງ​ນີວ​ເດ​ລີ
ທວງ​ໃຫ້​ທິ​ເບ​ດ​ໄດ້​ຮັບ​ເສລີພາບ. ທີ່​ນະຄອນຫລວງ Katmandu ຂອງ​ເນ​ປາລ ຕໍາ​ຫລວດ
ໄດ້​ປະ​ທະ​ກັບ​ພວກ​ປະ​ທ້ວງ​ຕໍ່ຕ້ານ​ຈີນ ​ແລະ​ຈໍານວນ​ນຶ່ງ​ໄດ້ຖືກ​ຈັບ​ກຸມ. ລັດຖະບານ​ເນ​ປາລ
ກ່າວ​ວ່າ ຕົນ​ບໍ່ ອະນຸຍາດ​ໃຫ້​ປະ​ທ້ວງ​ຕໍ່ຕ້ານ​ປະ​ເທດທັງຫລາຍທີ່​ເປັນ​ມິດ​ຂອງຕົນ.

XS
SM
MD
LG