ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ HRW ວ່າ ລັດຖະບານຈີນ ຈໍາກັດສິດ ເສລີພາບ ໃນ ເຂດທິເບດ (ວີດິໂອ)


Tibet and 4 provinces
Tibet and 4 provinces
ກຸ່ມປົກປ້ອງສິດທິມະນຸດ ລະດັບແນວໜ້າກຸ່ມນຶ່ງ ເວົ້າວ່າ
ການປຸກລະດົມໃຫ້ມີການເຝົ້າຕິດຕາມຂອງລັດຖະບານ
ຈີນ ໄດ້ຈໍາກັດສິດເສລີພາບໃນການສະແດງຄວາມຄິດເຫັນ
ແລະສ້າງໃຫ້ມີວັດທະນະທໍາຢ້ານກົວກັນຢູ່ໃນໝູ່ບ້ານຕ່າງໆ
ຂອງທິເບດ.

ກຸ່ມປົກປ້ອງສິດທິມະນຸດ Human Rights Watch ເວົ້າວ່າ
ມີສະມາຊິກພັກຄອມມີວນິສຈີນ ຫລາຍກວ່າ 20 ພັນຄົນທີ່
ຖືກສົ່ງໄປປະຈໍາຢູ່ໃນເຂດທິເບດ “ດໍາເນີນການເຝົ້າລະວັງ ທີ່ລ່ວງລໍ້າຕໍ່ສິດຂອງປະຊາຊົນ ຈັດໃຫ້ມີການສຳມະນາທາງ
ການເມືອງໃນຂອບເຂດທີ່ກ້ວາງຂວາງ ແລະສ້າງໜ່ວຍງານ
ຮັກສາຄວາມ ປອດໄພຂອງພັກຂຶ້ນ” ໃຫ້ເປັນສ່ວນນຶ່ງ ຂອງການປຸກລະດົມດັ່ງກ່າວ.

ການປຸກລະດົມ ຊຶ່ງເອີ້ນກັນຢ່າງເປັນທາງການວ່າ “ສ້າງຄວາມສາມັກຄີຂັ້ນພື້ນຖານ,
ເຮັດໃຫ້ມະຫາຊົນໄດ້ຮັບຜົນປະໂຫຍດ” ໄດ້ມີການກໍ່ຕັ້ງຂຶ້ນໃນປີ 2011 ໂດຍມີເປົ້າໝາຍ
ທີ່ກໍານົດໄວ້ວ່າ ເພື່ອປັບປຸງມາດຕະຖານຊີວິດການເປັນຢູ່ໃນເຂດຊົນນະບົດ ແລະບັນລຸ
“ສະຖຽນລະພາບທາງສັງຄົມ” ຢູ່ໃນເຂດປົກຄອງຕົນເອງທິເບດ.

ແຕ່ກຸ່ມປົກປ້ອງສິດທິມະນຸດ Human Rights Watch ເວົ້າວ່າ ຈຸດປະສົງຫຼັກຂອງ
ການປຸກລະດົມດັ່ງກ່າວ ກໍແມ່ນເພື່ອຂະຫຍາຍຂະໜາດແລະອິດທິພົນຂອງ ພັກຄອມ
ມີວນິສ ແລະກໍາຈັດການສະໜັບສະໜຸນຕໍ່ອົງດາໄລລາມະຜູ້ນໍາພັດຖິ່ນທິເບດ ຊຶ່ງກຸງ
ປັກກິ່ງເຫັນວ່າ ເປັນຜູ້ຢາກແບ່ງແຍກດິນແດນ ແລະເປັນຄົນຂາຍຊາດນັ້ນ.

ເພື່ອຈະໃຫ້ບັນລຸເປົ້າໝາຍດັ່ງກ່າວ ກຸ່ມປົກປ້ອງສິດທິມະນຸດ ທີ່ມີສໍານັກງານຕັ້ງ ຢູ່ໃນ
ນະຄອນນີວຢອກກຸ່ມນີ້ເວົ້າວ່າ ກຸງປັກກິ່ງໄດ້ສອບຖາມ ແລະຕິດຕາມເບິ່ງ ຊາວບ້ານ
ໃນເຂດທິເບດຢ່າງລະມັດລະວັງແລະຈັດກຸ່ມໃຫ້ເຂົາເຈົ້າ ໂດຍອີງຕາມ ຄວາມຄິດເຫັນ
ທາງສາສະໜາ ແລະການເມືອງ.

ຊາວບ້ານຜູ້ນຶ່ງກ່າວຕໍ່ກຸ່ມປົກປ້ອງສິດທິມະນຸດວ່າ ທຸກຄົນຢູ່ໃນບ້ານຂອງລາວໄດ້ຖືກ
ຈັດເປັນສາມປະເພດດ້ວຍກັນ ຄື ພວກທີ່ສະໜັບສະໜຸນລະບອບການປົກຄອງ, ພວກ
ທີ່ເຫລື້ອມໃສຕໍ່ອົງດາໄລມລາມະຢ່າງລັບໆ ແຕ່ບໍ່ໄດ້ທໍາການຕໍ່ຕ້ານ ຢ່າງເປີດເຜີຍ ແລະພວກທີ່ບໍ່ຮັບເອົາການສຳມະນາຫລືບໍ່ໃຫ້ການສະໜັບສະໜຸນ ຕໍ່ພັກຄອມມີວນິສ.

ຊາວບ້ານຜູ້ນັ້ນເວົ້າວ່າ 135 ຄົນໃນຈໍານວນທີ່ຖືກຈັດຢູ່ໃນປະເພດທີສາມ ແມ່ນຖືກນໍາ
ຕົວໄປ 45 ມື້ ແລະຖືກສົ່ງໄປສຳມະນາໃນຕົ້ນປີນີ້. ລາວເວົ້າວ່າ ມີຮອດ 500 ຄົນ ທີ່ຢູ່
ໃນບ້ານໃກ້ຄຽງກໍຖືກກັກຂັງເຊັ່ນກັນ ເພື່ອໃຫ້ເຂົ້າຮັບການສຳມະນາໃນເວລາໄລ່ເລ່ຍ
ກັນນັ້ນ.

ເບິ່ງວີດິໂອ ກ່ຽວຂ້ອງກັບຂ່າວນີ້: ເປັນຫຍັງຊາວທິເບດຈຶ້ງພາກັນຈຸດໄຟເຜົາໂຕເອງ?



XS
SM
MD
LG