ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວທິເບດພັດຖິ່ນ ລະນຶກເຖິງ ວັນແຫ່ງ ຄວາມເປັນເອກະພາບ ຂອງທິເບດສາກົນ(ວີດິໂອ)


ການລະນຶກເຖິງ “ວັນແຫ່ງຄວາມເປັນເອກະພາບ
ຂອງຊາວທິເບດສາກົນ" ໃນເມືອງທໍາມະສາລາ ຂອງອິນເດຍ.
ການລະນຶກເຖິງ “ວັນແຫ່ງຄວາມເປັນເອກະພາບ ຂອງຊາວທິເບດສາກົນ" ໃນເມືອງທໍາມະສາລາ ຂອງອິນເດຍ.
ຊາວທິເບດພັດຖິ່ນຫລາຍໆຮ້ອຍຄົນ ໄດ້ພາກັນໄຕ້ທຽນໄວ້
ອາໄລ ຢູ່ໃນນະຄອນຫລວງນີວແດນລີຂອງອິນເດຍ ເພື່ອ
ເປັນຂີດໝາຍລະນຶກເຖິງ “ວັນແຫ່ງຄວາມເປັນເອກະພາບ
ຂອງຊາວທິເບດສາກົນ.”

ພວກເດີນຂະບວນໃນວັນສຸກຜ່ານມາ ໄດ້ຮ້ອງຂໍໃຫ້ປະຊາຄົມ
ສາກົນເຂົ້າແຊກແຊງຢ່າງຮີບດ່ວນ ໃນເຂດທິເບດ.

ຈີນເວົ້າວ່າ ເຂດທິເບດໄດ້ເປັນດິນແດນຂອງຈີນຢູ່ສະເໝີມາ ແຕ່ວ່າຊາວທິເບດສ່ວນໃຫຍ່
ກ່າວວ່າ ຂົງເຂດພູເຂົາຫິມະໄລແຫ່ງນັ້ນ ແມ່ນເປັນເຂດອິດສະລະມາ ໄດ້ຫລາຍສັດ
ຕະວັດ ຈົນຮອດເວລາກອງທະຫານຈີນ ເຂົ້າໄປບຸກລຸກໃນຊຸມປີ 1950 ຊຶ່ງໄດ້ບັງຄັບໃຫ້
ອົງດາໄລ ລາມະ ຜູ້ນໍາທາງຈິດໃຈຊາວທິເບດຕ້ອງອອກໄປເປັນຄົນພັດຖິ່ນຢູ່ອິນເດຍ.

ຈີນໄດ້ຕໍານິຜູ້ສະໜັບສະໜຸນພະອົງວ່າ ໄດ້ຍຸຍົງສົ່ງເສີມໃຫ້ມີການເຜົາໂຕເອງ ແລະການ
ປະທ້ວງແບບອື່ນ. ແຕ່ວ່າພວກນັກເຄື່ອນໄຫວເວົ້າວ່າ ຊາວທິເບດ ໄດ້ຖືກຜັກດັນໄປສູ່
ການກະທໍາທີ່ຮຸນແຮງຈັດຫລາຍຂຶ້ນຢ່າງບໍ່ຢຸດຢັ້ງ ກໍຍ້ອນ ການກົດດັນຈາກຕໍາຫລວດ
ແລະທະຫານຂອງຈີນ.

ພວກຜູ້ນໍາທິເບດ ພາກັນຮຽກຮ້ອງ ໃຫ້ມີການເຈລະຈາກັບຈີນ. ຄູບາ Yashi Phuntsok ສະມາຊິກສະພາຂອງຊາວທິເບດພັດຖິ່ນເວົ້າວ່າ:

“ກ່ຽວກັບການແກ້ໄຂບັນຫາຂອງຂະບວນການຊາວທິເບດ ການຮ້ອງຂໍຂອງ
ພວກເຮົາ ກໍຄືໃຫ້ມີການເຈລະຈາຜ່ານການສົນທະນາຫາລືກັນ.”


ເບິ່ງວີດິໂອກ່ຽວກັບຂ່າວນີ້:
ຊາວທິເບດພັດຖິ່ນ ໂຮມຊຸມນຸກັນ ທີ່ອິນເດຍ
please wait

No media source currently available

0:00 0:00:45 0:00
XS
SM
MD
LG