ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວທິເບດອີກສອງຄົນ ເຜົາຕົນເອງຕາຍ ໃນສອງມື້ ຜ່ານມາ ເພື່ອປະທ້ວງຈີນ (ສະໄລດ໌)


ແຜນທີ່ບອກເມືອງຕ່າງໆ ບ່ອນທີ່ຊາວທິເບດເຜົາຕົນເອງຕາຍ ແລະຈໍານວນການເຜົາຕົນເອງ ມາຮອດວັນທີ 23 ຕຸລາ 2012 ນີ້.
ແຜນທີ່ບອກເມືອງຕ່າງໆ ບ່ອນທີ່ຊາວທິເບດເຜົາຕົນເອງຕາຍ ແລະຈໍານວນການເຜົາຕົນເອງ ມາຮອດວັນທີ 23 ຕຸລາ 2012 ນີ້.
ຊາຍຊະລາຊາວທິເບດຜູ້ນຶ່ງ ໄດ້ເອົາໄຟເຜົາຕົນເອງຕາຍ ເພື່ອ
ປະທ້ວງການປົກຄອງ ຂອງຈີນ ຊຶ່ງເປັນເຫດການເຜົາຕົນເອງ
ເທື່ອທີສອງ ໃນເວລາພຽງສອງມື້.

ຜູ້ເຫັນເຫດການເວົ້າວ່າ ທ່ານ Dorjee Rinchen ອາຍຸ 57 ປີ
ໄດ້ເອົາໄຟເຜົາຕົນເອງ ຢູ່ນອກກອງບັນຊາການທະຫານໃນ
ເມືອງ Labrang ບໍ່ໄກເທົ່າໃດຈາກວັດ Labrang ທີ່ເປັນ ບ່ອນສັກກາລະບູຊາຢູ່ງສູງຂອງຜູ້ຄົນທັງຫລາຍ. ພວກເຂົາ
ເຈົ້າເວົ້າວ່າ ຜູ້ຢືນເບິ່ງ ທ່ານ Rinchen ຈູດຕົນເອງນັ້ນ ໄດ້ພາກັນຫ້ອມລ້ອມສົບທີ່ຖືກເຜົາໄໝ້ຂອງທ່ານໄວ້ ເພື່ອ ບໍ່ໃຫ້ພວກເຈົ້າໜ້າທີ່ຈີນເຂົ້າມາເອົາ ແລະເພື່ອໃຫ້ແນ່ໃຈວ່າ
ສົບຂອງທ່ານໄດ້ຖືກນໍາ ໄປມອບໃຫ້ຄອບຄົວຂອງທ່ານ.

ພວກນັກເຄື່ອນໄຫວເວົ້າວ່າ ທ່ານ Rinchen ໄດ້ຮັບຄວາມນັບຖືເປັນຢ່າງສູງ ແລະໄດ້ ຖືກແຕ່ງຕັ້ງໃຫ້ເປັນນາຍບ້ານໆ Sayue. ທ່ານໄດ້ຕາຍປະ ພັນລະຍາ, ລູກຊາຍຜູ້ນຶ່ງ ແລະລູກສາວຜູ້ນຶ່ງ.

ການເຜົາຕົນເອງຕາຍຂອງທ່ານ Rinchen ເກີດຂຶ້ນພຽງແຕ່ມື້ດຽວ ລຸນຫລັງທີ່ຊາວນາ ອາ
ຍຸ 61 ປີຜູ້ນຶ່ງ ຊື່ Dhondup ໄດ້ເຜົາຕົນເອງ ຢູ່ໃກ້ວັດ Labrang ຄືກັນ. ວັດດັ່ງ ກ່າວຕັ້ງຢູ່ ໃນແຂວງ Gansu, ຢູ່ພາກຕາເວັນຕົກສຽງເໜືອຂອງຈີນ ແລະໄດ້ເປັນສະຖານທີ່ ທີ່ມີ ການປະທ້ວງຢ່າງຮຸນແຮງ ຕ້ານການປົກຄອງຂອງຈີນ ໃນປີ 2008.

ການເຜົາຕົນເອງຕາຍ ໃນວັນອັງຄານວານນີ້ ແມ່ນເປັນຄັ້ງທີ 3 ໃນໄລຍະ 4 ວັນ. ໃນວັນ ເສົາຜ່ານມາ ຊາຍຜູ້ນຶ່ງຊື່ Lhamo Kyab ກໍເສຍຊີວິດໄປ ລຸນຫລັງທີ່ໄດ້ເອົາໄຟເຜົາຕົນ ເອງ ຢູ່ນອກວັດ Bora ໃນແຂວງ Sangchu.

ນັບແຕ່ເດືອນກຸມພາປີ 2009 ເປັນຕົ້ນມາ ໄດ້ມີຊາວທິເບດຢ່າງໜ້ອຍ 58 ຄົນແລ້ວ ທີ່ ເອົາໄຟເຜົາຕົນເອງ ເພື່ອປະທ້ວງນະໂຍບາຍຂອງຈີນໃນເຂດທິເບດ. ໃນນັ້ນ ມີ 48 ຄົນ ທີ່ເສຍຊີວິດໄປ.

ຈີນໄດ້ກ່າວຫາພວກຊາວທິເບດພັດຖິ່ນ ຕະຫລອດມາວ່າ ຍຸແຍ່ໃຫ້ມີການເຜົາຕົນເອງ ເພື່ອໃຫ້ເປັນສ່ວນນຶ່ງຂອງການຕໍ່ສູ້ເພື່ອແບ່ງແຍກດິນແດນ ແລະໄດ້ປະນາມພວກນີ້ວ່າ ເປັນພວກກໍ່ການຮ້າຍ.

ເບິ່ງພາບສະໄລດ໌ກ່ຽວກັບການເຜົາຕົນເອງຕາຍໃນທິເບດໃນອາທິດນີ້:

XS
SM
MD
LG