ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວທິເບດ 2 ຄົນ ເຜົາຕົນເອງ ປະທ້ວງ ການປົກຄອງ ຂອງຈີນ (ວີດີໂອ)


ຊາຍໜຸ່ມທິເບດສອງຄົນທີ່ຈູດເຜົາຕົນເອງ ປະທ້ວງການປົກຄອງຂອງຈີນ
ຊາຍໜຸ່ມທິເບດສອງຄົນທີ່ຈູດເຜົາຕົນເອງ ປະທ້ວງການປົກຄອງຂອງຈີນ

ຊາວ​ໜຸ່ມ​ທິ​ເບ​ດອີກສອງ​ຄົນ​ໄດ້​ຈູດ​ເຜົາ​ຕົນ​ເອງ ທີ່​ຮຽກຮ້ອງ​ໃຫ້​ທິ​ເບ​ດເປັນເອກະລາດ ​ແລະ​ອົງ​ດາ​ໄລ ລາ​ມະ ຜູ້​ນໍາ​ດ້ານ​ຈິດ​ໃຈ​ພັດຖິ່ນ ​ໃຫ້​ມີ​ພະ​ຊົນ​ພັນ​ສາ​ໝັ້ນຍືນ.

ບັນດາ​ຜູ້​ນໍາ​ພັດ​ຖິ່ນ​ທິ​ເບ​ດ ກ່າວ​ວ່າ ນັກ​ເຄຶ່ອນ​ໄຫວ ອາຍຸ 22 ​ແລະ 24 ປີ ພາກັນ​ຖື​ທຸງຊາດ​ທິ​ເບ​ດ ​ເວລາ​ພວກ​ເຂົາ​ເຈົ້າ​ເລີີ່​ມທໍາ​ການ​ປະ​ທ້ວງ​ໃນ ຕອນ​ບ່າຍຂອງ​ວັນ​ພຸດ​ວານ​ນີ້ ຢູ່​ໃນ​ເຂດ​ຊົນ​ເຜົ່າ​ທິ​ເບ​ດ ແຂວງ Qinghai ​ທາງພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ນັ້ນ. ລາຍ​ງານໃນ​ຕອນ​ຕົ້ນໆ​ທີ່​ອີງ​ຕາມຄໍາ​ເວົ້າຂອງ​ຜູ້​ເຫັນ​ເຫດການທີ່​ກ່າວວ່າ ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ເສຍ​ຊີວິດ ​ແລະ​ໃນ​ຂະນະທີ່ອີກ​ຄົນນຶ່ງ ບໍ່​ຮູ້​ວ່າ​ຢູ່​ແຫ່ງ​ຫົນ​ໃດ ​ແລະ​ມີ​ອາການ​ຢ່າງ​ໃດ.

ຖະ​ແຫຼງການ​ສະບັບ​ນຶ່ງ​ທີ່​ຂຽນໂດຍ​ພວກ​ປະ​ທ້ວງ​ນັ້ນ ​ເວົ້າວ່າ ປະຊາຊົນ ຄື​ພວກ​ເຮົາ​ນີ້ ບໍ່​ສາມາດ​ປະກອບສ່ວນ​ຫຍັງ​ເລີຍ​ໃນ​ວັດທະນະ​ທໍາ​ແລະ​ສາສະໜາ​ຂອງ​ທິ​ເບ​ດ ຫຼື​ແມ່ນ​ແຕ່​ມີ​ສ່ວນ​ຮ່ວມ ໃນ​ການ​ສ້າງສາ​ເສດຖະກິດ​ເພື່ອຊ່ວຍ​ເຫຼືອຊາວ​ທິ​ເບ​ດ. ​ແລະ​ພວກ​ປະ​ທ້ວງ​ດັ່ງກ່າວ​ເວົ້າອີກ​ວ່າ ພວກ​ເຂົາ​ເຈົ້າ​ເລືອກ ​ເອົາ​ວິທີ​ຈູດ​ເຜົາ​ຕົນ​ເອງ ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັກ​ແພງ​ຕໍ່​ຊາວທິ​ເບ​ດດ້ວຍກັນ ​ແລະ​ຈົ່ງ​ຮັກ​ພັກດີ​ຕໍ່​ອົງ​ດາ​ໄ​ລ ລາ​ມະຜູ້​ນໍາ​ທາງ​ດ້ານ​ຈິດ​ໃຈຂອງ​ພວກ​ເຂົາ​ເຈົ້ານັ້ນ. ຮູບວີ​ດີ​ໂອຂອງ​ການ​ປະ​ທ້ວງ​ທີ່​ລຸກ​ເປັນ​ໄຟ​ນັ້ນ​ທີ່ໄດ້​ສົ່ງ​ຕໍ່​ໄປຍັງປະຊາ​ຄົມ​ພັດ​ຖິ່ນ​ຊາວ​ທິ​ເບ​ດ​ໄດ້​ໄປຮອດ​ ພະ​ແນ​ກພາສາທິ​ເບ​ດຂອງ​ວີ​ໂອ​ເອ ພາຍ​ໃນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງຕໍ່​ມາ ​ແລະ​ກໍ​ໄດ້​ນຳ​ອອກ​ເຜີຍ​ແຜ່​ທາງ​ອິນ​ເທີແນັດຢ່າງ​ໄວ.

ລັດຖະບານ​ຈີນ ທີ່​ມອງ​ທິ​ເບ​ດວ່າ ເປັນ​ພາກສ່ວນ​ນຶ່ງ​ຂອງ​ຕົນ​ ແບບ​ບໍ່​ສາມາດໂຕ້​ຖຽງ​ໄດ້​ນັ້ນ ​ໄດ້​ປະນາມ​ການ​ປະ​ທ້ວງ​ດັ່ງກ່າວ​ຢ່າງ​ຮຸນ​ແຮງ ທີ່​ລະ​ເບີດ​ຂຶ້ນມາ​ໄດ້ 15 ​ເດືອນ​ຜ່ານມາ ​ໃນ​ຂະນະ​ທີ່​ກໍາລັງ​ຮັກສາ​ຄວາມປອດ ​ໄພ​ຂອງ​ຈີນ ພະຍາຍາມ​ຄວບ​ຄຸມ​ຂົງ​ເຂດ​ດັ່ງກ່າວ​ໄວ້ ​ເພື່ອ​ປ້ອງ​ກັນບໍ່​ໃຫ້​ເກີດ​ມີ​ການ​ປະ​ທ້ວງ​ທໍາ​ນອງນີ້​ອີກ.

XS
SM
MD
LG