ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຊາວທິເບດຄົນນຶ່ງ ເສຍຊີວິດ ຍ້ອນເອົາໄຟເຜົາຕົນເອງ (ວີດິໂອ)


ແຜນທີ່ຂອງຊາວທິເບດທີ່ເອົາໄຟເຜົາຕົນເອງ ຈົນຮອດວັນທີ 22 ມັງກອນ 2013
ແຜນທີ່ຂອງຊາວທິເບດທີ່ເອົາໄຟເຜົາຕົນເອງ ຈົນຮອດວັນທີ 22 ມັງກອນ 2013
ຊາຍຊາວທິເບດຄົນນຶ່ງເສຍຊີວິດ ລຸນຫລັງທີ່ໄດ້ເອົາໄຟຈູດ
ເຜົາຕົນເອງ ໃນອັນທີ່ເປັນຄັ້ງຫລ້າສຸດຂອງການເຜົາຕົນເອງ
ທີ່ມີມາຢ່າງຕໍ່ເນື່ອງ ເພື່ອປະທ້ວງການປົກຄອງຂອງຈີນໃນ
ເຂດທິເບດນັ້ນ.

ພວກທີ່ເຫັນເຫດການກ່າວຕໍ່ວີໂອເອພະແນກພາສາທິເບດວ່າ
ຊາຍອາຍຸ 49 ປີ ຄົນນັ້ນ ໄດ້ເອົາໄຟເຜົາຕົນເອງໃນວັນອາທິດ
ວານນີ້ ຢູ່ນອກໂຮງສາຍຮູບເງົາ ແຫ່ງນຶ່ງ ໃນແຂວງ Gansu ທາງພາກຕາເວັນຕົກສຽງເໜືອຂອງປະເທດ.

ມີຊາວທິເບດຫລາຍກວ່າ 100 ຄົນແລ້ວ ທີ່ໄດ້ເອົາໄຟເຜົາຕົນ
ເອງນັບແຕ່ປີ 2009 ເປັນ ຕົ້ນມາ ເພື່ອປະທ້ວງອັນທີ່ພວກເຂົາ
ເຈົ້າເອີ້ນວ່າ ການປາບປາມ ຂອງຈີນຕໍ່ວັດທະນະທໍາ ແລະບ້ານ
ເກີດເມືອງນອນຂອງພວກເຂົາເຈົ້າ. ຈີນໄດ້ປະຕິເສດການກ່າວຫານັ້ນ ແລະເວົ້າວ່າການ
ປະທ້ວງແບບສະລະຊີບດັ່ງກ່າວ ແມ່ນເປັນພຶດຕິການກໍ່ການຮ້າຍ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

XS
SM
MD
LG