ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາຍໜຸ່ມ ທິເບດ ຈູດເຜົາໂຕເອງ ປະທ້ວງ ການປົກຄອງຈີນ


ທ້າວ Kunchock Kyab ອາຍຸ 23 ປີ ທີ່ໄດ້ເອົາໄຟຈູດເຜົາໂຕເອງ ໃນວັນອັງຄານວານນີ້ ຢູ່ໃນເມືອງ Bora ເພື່ອປະທ້ວງຕໍ່ຕ້ານການປົກຄອງ
ຂອງຈີນ (VOA Tibetan Service)
ທ້າວ Kunchock Kyab ອາຍຸ 23 ປີ ທີ່ໄດ້ເອົາໄຟຈູດເຜົາໂຕເອງ ໃນວັນອັງຄານວານນີ້ ຢູ່ໃນເມືອງ Bora ເພື່ອປະທ້ວງຕໍ່ຕ້ານການປົກຄອງ ຂອງຈີນ (VOA Tibetan Service)
ຊາຍໜຸ່ມທິເບດຄົນນຶ່ງໄດ້ເສຍຊີວິດໄປ ລຸນຫລັງໄດ້ເອົາໄຟເຜົາ
ໂຕເອງ ຊຶ່ງໄດ້ເຮັດໃຫ້ລາວກາຍເປັນບຸກຄົນທີ 99 ແລ້ວ ທີ່ໄດ້
ຈູດເຜົາໂຕເອງ ນັບຕັ້ງແຕ່ມີການປະທ້ວງຕໍ່ຕ້ານການປົກຄອງ
ຂອງຈີນ ທີ່ໄດ້ເລີ້ມຕົ້ນຂຶ້ນໃນປີ 2009 ເປັນຕົ້ນມາ.

ທ້າວ Kunchock Kyab ໄດ້ເອົາໄຟຈູດເຜົາໂຕເອງ ໃນວັນ
ອັງຄານວານນີ້ ຢູ່ໃນເມືອງ Bora ໃກ້ກັບວັດ Labrang ຢູ່
ແຂວງ Kansu ທາງພາກຕາເວັນອອກຂອງທິເບດ. ແຫລ່ງ
ຂ່າວຈາກພວກພັດຖິ່ນ ທີ່ມີສາຍຕິດຕໍ່ພົວພັນຢູ່ໃນເຂດດັ່ງ
ກ່າວ ໄດ້ບອກວີໂອເອ ພະແນກພາສາທິເບດວ່າ ຊາວນາທີ່
ມີອາຍຸ 23 ປີຜູ້ນີ້ ເສຍຊີວິດຍ້ອນ ທົນຕໍ່ພິດບາດແຜບໍ່ໄຫວ
ແລະວ່າພວກເຈົ້າໜ້າທີ່ຈີນ ແມ່ນໄດ້ກັກສົບຂອງຜູ້ກ່ຽວໄວ້.

ລາວຕາຍປະພັນລະນາ ແລະລູກນ້ອຍອາຍຸ 10 ເດືອນ ທີ່ມີຊີວິດຢູ່ລອດນັ້ນ. ທ້າວ Kunchock Kyab ແມ່ນຊາວທິເບດຄົນທີສີ່ ຈາກເມືອງ Bora ທີ່ໄດ້ເອົາໄຟຈູດເຜົາໂຕ ເອງນັບແຕ່ປີ 2012 ເປັນຕົ້ນມາ.

ພັນລະນາ ແລະລູກນ້ອຍອາຍຸ 10 ເດືອນ ຂອງທ້າວ Kunchock Kyab ທີ່ມີຊີວິດຢູ່ລອດ (VOA Tibetan Service)
ພັນລະນາ ແລະລູກນ້ອຍອາຍຸ 10 ເດືອນ ຂອງທ້າວ Kunchock Kyab ທີ່ມີຊີວິດຢູ່ລອດ (VOA Tibetan Service)

ເຫດການທີ່ເກີດຂຶ້ນໃນວັນອັງຄານວານນີ້ ເປັນການປະທ້ວງໃນ
ແບບດຽວກັນນັ້ນ ຄັ້ງທີ ສາມແລ້ວສໍາລັບປີນີ້ ໃນຂະນະທີ່ຊາວທິ
ເບດໄດ້ສືບຕໍ່ເຜົາໂຕເອງ ເພື່ອຮຽກຮ້ອງໃຫ້ອົງ ດາໄລ ລາມະ ກັບຄືນມາຈາກການລີ້ໄພຢູ່ຕ່າງປະເທດ ແລະໃຫ້ມີອິດສະລະ
ຢູ່ໃນທິເບດ.

ອີກດ້ານນຶ່ງ ວີໂອເອພະແນກພາສາທິເບດຍັງລາຍງານວ່າ
ລັດຖະບານຈີນປະກົດວ່າ ໄດ້ ເພີ້ມການດໍາເນີນຄວາມພະ
ຍາຍາມ ເພື່ອຕັດຮອນການສົ່ງຂ່າວກ່ຽວກັບສະພາບການຢູ່ ໃນເຂດປົກຄອງຕົນເອງຂອງທິເບດ.

ແຜນທີ່ຄົນເຜົາຕົນເອງຕາຍໃນທິເບດນັບແຕ່ປີ 2009 ເປັນຕົ້ນມາ:
ແຜນທີ່ຄົນເຜົາຕົນເອງຕາຍໃນທິເບດ ຈົນຮອດວັນທີ 22 ມັງກອນ 2013
ແຜນທີ່ຄົນເຜົາຕົນເອງຕາຍໃນທິເບດ ຈົນຮອດວັນທີ 22 ມັງກອນ 2013
XS
SM
MD
LG