ຟັງລາຍງານໂດຍເຕັມ:
ພວກເດັກນ້ອຍທິເບດພາກັນຫລິ້ນ ເວລາຢຸດພັກຮຽນໃນມື້ນຶ່ງທີ່ມີຟ້າແຈ້ງໃສໃນເດືອນເມສາ.
ພວກເດັກນ້ອຍເຫລົ່ານີ້ພາກັນນຸ່ງເຄຶ່ອງຕາມເພນີຂອງບ້ານເກີດ ທີ່ເຂົາເຈົ້າບໍ່ເຄີຍໄດ້ເຫັນ.
ບ່ອນທີ່ເຂົາເຈົ້າຢູ່ນີ້ແມ່ນເມືອງທໍາມະສາລາ ປະເທດອິນເດຍ. ຜູ້ນໍາທາງຈິດໃຈຂອງຊາວທິ
ເບດ ອົງດາໄລ ລາມະ ໄດ້ສະເດັດມາທີ່ນີ້ເມື່ອປີ 1959 ພ້ອມດ້ວຍສິດບໍລິວານຊາວທິເບດ
ຫລາຍໝື່ນຄົນ ແລະ ຕັ້ງເປັນເມືອງຫລວງພັດຖິ່ນຂຶ້ນມາ.
ເສື້ອຜ້າເຄື່ອງນຸ່ງຖື ແລະການດໍາເນີນຄວາມພະຍາຍາມເພີ່ມຂຶ້ນເພື່ອປາກເວົ້າພາສາທິເບດ
ແມ່ນເປັນພາກສ່ວນນຶ່ງຂອງທີ່ເອີ້ນວ່າ ວັນພຸດສີຂາວ ທີ່ສອດຄ່ອງຂະໜານກັນໄປກັບການ
ຕໍ່ຕ້ານແບບງຽບໆບໍ່ຮຸນແຮງໃນເຂດທີ່ມີຊາວທິເບດອາໃສຢູ່ ພາຍໃຕ້ການຄວບຄຸມຂອງຈີນ.
ເມື່ອບໍ່ດົນຜ່ານມານີ້ ພວກເດັກນ້ອຍກໍໄດ້ຮຽນຮູ້ກ່ຽວກັບວິທີການຕໍ່ຕ້ານອີກແບບນຶ່ງ ໂດຍ
ພວກຊາວທິເບດທີ່ເລືອກເອົາວິທີຈູດເຜົາຕົນເອງ ເພື່ອປະທ້ວງນັ້ນ.
ໃນຮອບນຶ່ງປີຜ່ານມາ ປາກົດມີການຈູດເຜົາຕົນເອງຈົນຕາຍ ຢ່າງໜ້ອຍ 34 ຄົນ ເພື່ອປະ
ທ້ວງນະໂຍບາຍການປົກຄອງຂອງຈີນ. ຄູ Dolma Nyima ປະເຊີນກັບຄວາມທ້າທາຍໃນ
ການສອນເດັກວ່າ ດ້ວຍເຫດໃດ ຄົນພວກນັ້ນຈຶ່ງຕ້ອງເລືອກເອົາວິທີທີ່ຮຸນແຮງຂະໜາດນັ້ນ.
“ໃນລະຫວ່າງການເຕົ້າໂຮມກັນ ເຮົາຈະເອົາຮູບພາບໃຫ້ພວກເຂົາເຈົ້າເບິ່ງ
ວ່າຄົນພວກນັ້ນຈູດເຜົາຕົນເອງແບບໃດ ແລະເວລາພວກເດັກເຫັນຮູບພາບ
ນັ້ນ ພວກເຂົາເຈົ້າມີຄວາມຮູ້ສຶກສະເທືອນໃຈຫລາຍ. ມັນເຮັດໃຫ້ສີໜ້າຂອງ
ເຂົາເຈົ້າປ່ຽນແປງໄປທັງໝົດ ເດັກນັກຮຽນບາງຄົນຖາມຄູວ່າ…ໂອ້ ຄູ …
ພວກເຮົາຈະຕ້ອງເຮັດແນວນີ່ຫວະ?”
ນາຍ Jamphel Yeshi ອາຍຸ 27 ປີ ກາຍເປັນຜູ້ທໍາອິດໃນປີນີ້ ທີ່ຈູດເຜົາຕົນເອງ ໃນດິນ
ແດນຂອງປະເທດອິນເດຍ. ນາຍ ເຢສຊິ ແລ່ນໄປຕາມຖະໜົນໃນນະຄອນຫລວງນິວແດລລີ
ໃນຂະນະທີ່ຮ່າງກາຍກໍາລັງລຸກເປັນໄຟ ເມື່ອວັນທີ່ 26 ເດືອນມີນາ ຜ່ານມານີ້ ພຽງບໍ່ເທົ່າໃດ
ມື້ກ່ອນກໍານົດການໄປເຖິງຂອງປະທານປະເທດຈີນ ທ່ານ ຫູ ຈິນເຖົາ. ພວກນັກເຄຶ່ອນໄຫວ
ໄດ້ຕິດຮູບພາບຂອງນາຍເຢສຊິ ໄວ້ທົ່ວທໍາມະສາລາເພື່ອໃຫ້ກຽດລາວ ໃນຖານະເປັນຜູ້ຍອມ
ຮັບການທໍລະມານແລະຍອມຕາຍເພື່ອສາສະໜາຂອງຕົນ.
ນາງ Tenzin Chokey ເລຂາໃຫຍ່ສະພາເຍົາວະຊົນທິເບດ ທີ່ໄດ້ຊ່ວຍພິມຮູບໂພສເຕີເຫລົ່ານີ້ ເວົ້າວ່າ:
“ຂ້າພະເຈົ້າແນ່ໃຈວ່າ ປະເທດຕາເວັນຕົກຈະບໍ່ອະນຸຍາດໃຫ້ເອົາຮູບພາບເຫລົ່າ
ນີ້ສະແດງໃຫ້ພວກເດັກເບິ່ງເລີຍ. ແຕ່ພວກເຮົາກໍເຮັດຢູ່ນີ້ ເພາະວ່ານີ້ຄືຄວາມ
ເປັນຈິງ.”
ພວກເດັກນັກຮຽນກໍຮວມຢູ່ໃນຈໍານວນຫລາຍໆພັນຄົນ ທີ່ຍ່າງແຫ່ຂະບວນສົ່ງສະການນາຍ
Jamphel Yeshi ຜ່ານໄປຕາມຖະໜົນຫົນທາງ ຂອງເມືອງທໍາມະສາລາ.
“ມີປະຊາຊົນລຽນແຖວກັນ ດັ່ງທີ່ພວກເຮົາຄາດໄວ້ ແລະຂ້າພະເຈົ້າຮູ້ວ່າພວກ
ເດັກນັກຮຽນກໍຈະພາກັນມາລຽນແຖວນໍາເຊັ່ນກັນ. ແຕ່ເມື່ອໄດ້ເຫັນ ພວກເຂົາ
ເຈົ້າຖືທຸງຊາດທິເບດ ມັນເປັນຊ່ວງທີ່ເສົ້າສະເທືອນໃຈຫລາຍແທ້ໆ ສໍາລັບ
ຂ້າພະເຈົ້າແລ້ວ.”
ລັດຖະບານສະຫະລັດເປັນຜູ້ໃຫ້ທຶນແກ່ສູນຮັບຮອງ ທີ່ເມືອງທໍາມະສາລາ ສໍາລັບຊາວທິເບດ
ທີ່ຫລົບໜີການປະຫັດປະຫານຢູ່ບ້ານ ທີ່ປະເທດຈີນມານັ້ນ.
ຊາຍຄົນນຶ່ງອາຍຸ 24 ຄົນ ໄດ້ມາເຖິງທໍາມະສາລາປະມານເດືອນເຄິ່ງຜ່ານມາ. ເຮົາຈະບໍ່
ບອກຊື່ລາວ ເພື່ອບໍ່ໃຫ້ຄອບຄົວຂອງລາວຢູ່ປະເທດຈີນຖືກລົງໂທດ. ລາວກ່າວວ່າ ຢູ່ທີ່ນັ້ນ
ຊາວທິເບດແມ່ນຖືກຈໍາແນກກີດກັນຈາກ ການໄດ້ຊົມໃຊ້ຄວາມຈະເລີນຮຸ່ງເຮືອງທາງເສດຖະ
ກິດ ທີ່ລັດຖະບານຈີນກ່າວວ່າ ໄດ້ນໍາມາສູ່ຂົງເຂດຂອງພວກເຂົາເຈົ້ານັ້ນ ແຕວ່າສິ່ງທີ່ດົນໃຈ
ໃຫ້ລາວໜີມາ ແມ່ນການກົດຂີ່ປາບປາມທາງວັດທະນະທໍາ. ລາວເວົ້າວ່າ:
“ຂ້ອຍມີຮູບນ້ອຍໆແຜ່ນນຶ່ງຂອງອົງດາໄລ ລາມາະ ຜູ້ສັກສິດ ຄ້ອງຢູ່ຄໍຂ້ອຍ
ຕະຫລອດ. ແຕ່ພວກທະຫານຈີນດຶງມັນຖິ້ມ. ພວກເຂົາທຸບຕີຂ້ອຍ ແລ້ວຈຶ່ງ
ສອບປາກຄໍາຂ້ອຍພາຍຫລັງ.”
ຊາວທິເບດພັດຖິ່ນມອງເຫັນພວກເຂົາເຈົ້າເອງວ່າ ຈະເປັນຜູ້ມີໄຊຢ່າງຫລີກລ່ຽງບໍ່ໄດ້ ໃນ
ການທົດສອບຄວາມອົດກັ້ນອົດທົນທີ່ມີມາແຕ່ປະວັດສາດ ຕໍ່ພັກຄອມມີສນີສຈີນນັ້ນ.
ແຕ່ວ່າ ເວລາກໍາລັງຈະໝົດໄປແລ້ວ ສໍາລັບການເດີນທາງກັບຄືນປະເທດ ຂອງອົງດາໄລ
ລາມະ ທີ່ມີພະຊົນມາຍຸ 76 ພັນສານັ້ນ
ແລະຖ້າຫາກວ່າ ອົງດາໄລ ລາມະ ມໍລະນະພາບໄປໂດຍບໍ່ໄດ້ກັບຕ່າວຄືນທິເບດແລ້ວ
ມັນກໍເປັນຄໍາຖາມທີ່ເປີດກວ້າງວ່າ ຊາວໜຸ່ມທິເບດທັງຫລາຍ ບໍ່ວ່າຈະພັດຖິ່ນຫລືຢູ່ບ້ານ
ເກີດກໍຕາມ ຈະສາມາດເກັບຄວາມໂກດແຄ້ນຂອງພວກເຂົາເຈົ້າໄວ້ໄດ້ຫລືບໍ່?
ເບິ່ງວີດີໂອກ່ຽວກັບ ເມຍຂອງນັກຖ່າຍຮູບເງົາຊາວທິເບດຄົນນຶ່ງທີ່ຖືກຂັງຄຸກ
ຮຽກຮ້ອງໃຫ້ຈີນ ປ່ອຍສາມີຂອງນາງ: