ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທິເບດໄດ້ຜູ້ນໍາຄົນໃໝ່ ແທນອົງດາໄລ ລາມະ


ທ່ານ Lobsang Sengey ທີ່ຊະນະການເລືອກຕັ້ງເອົາຕໍາແໜ່ງ ນາຍົກລັດຖະມົນຕີຂອງລັດຖະບານທິເບດພັດຖິ່ນ ສືບຕໍ່ແທນ ອົງດາໄລ ລາມະ
ທ່ານ Lobsang Sengey ທີ່ຊະນະການເລືອກຕັ້ງເອົາຕໍາແໜ່ງ ນາຍົກລັດຖະມົນຕີຂອງລັດຖະບານທິເບດພັດຖິ່ນ ສືບຕໍ່ແທນ ອົງດາໄລ ລາມະ

ນັກວິຊາການທ່ານນຶ່ງທີ່ສະຖາບັນກົດໝາຍທີ່ມີຊື່ືສຽງຂອງມະຫາວິທະຍາ Harvard ໄດ້ຖືກເລືອກຕັ້ງເປັນ kalon tripa ຫລືນາຍົກລັດຖະມົນຕີ ຂອງລັດຖະບານທິເບດພັດຖິ່ນ.

ທ່ານ Jampal Thosang ຫົວໜ້າເລືອກຕັ້ງຂອງລັດຖະບານທິເບດພັດຖິ່ນໄດ້ປະກາດ ໃນວັນພຸດມື້ນີ້ວ່າ ທ່ານ Lobsang Sangay ໄດ້ຮັບ 55 ເປີເຊັນຂອງຄະແນນສຽງເລືອກ ຕັ້ງທັງໝົດ ໂດຍຊາວທິເບດຫລາຍສິບພັນ ຄົນໃນທົ່ວໂລກ ນອກນັ້ນຍັງມີຜູ້ສະໝັກເລືອກ ຕັ້ງອີກສອງຄົນ.

ທ່ານ Sangay ອາຍຸ 42 ປີ ເກີດທີ່ສູນອົພະຍົບຂອງຊາວທິເບດແຫ່ງນຶ່ງ ແລະເຕີບໂຕ ຂຶ້ນມາເປັນຜູ້ນໍາຄົນນຶ່ງຂອງສະພາເຍົາວະຊົນຊາວທິເບດ ຊຶ່ງຮຽກຮ້ອງໃຫ້ທິເບດ ເປັນປະ ເທດເອກກະລາດໂດຍສົມບູນ ຈາກການປົກຄອງຂອງຈີນ ທ່ານ Sangay ໄດ້ຮັບທຶນການ ສຶກສາໄປຮຽນຕໍ່ທີ່ມະຫາ ວິທະຍາໄລ Harard ທີ່ທ່ານໄດ້ຮຽນຈົບປະລິນຍາກົດໝາຍ ແລະຊຶ່ງບັດ ນີ້ທໍາງານເປັນນັກຄົ້ນຄວ້າຄົນນຶ່ງ.

ທ່ານ Sangay ຈະເຂົ້າຮັບບົດບາດຜູ້ນໍາທາງການເມືອງຂອງທິເບດ ຈາກອົງດາໄລລາມະ ທີ່ມີພະຊົນມາຍຸ 75 ພັນສາ ຊຶ່ງໄດ້ປະກາດໃນເດືອນມີນາ ຜ່ານມາວ່າພະອົງຈະຊົງໂອນ ອໍານາດໃຫ້ແກ່ບຸກຄົນທີ່ຖືກເລືອກຕັ້ງໄດ້ຈາກປະຊາຊົນທິເບດ ແຕ່ແນວໃດກໍດີອົງດາໄລ ລາມະ ຜູ້ທີ່ໄດ້ຮັບລາງວັນ ໂນແບລຂະແໜງສັນຕິພາບນັ້ນ ກໍຍັງຈະຊົງກຳບົດບາດ ການເປັນຜູ້ນໍາທາງ ດ້ານຈິດໃຈຂອງຊາວທິເບດຢູ່ຕໍ່ໄປ.

ອົງດາໄລ ລາມະ ໄດ້ຊົງລີ້ໄພຢູ່ໃນຕ່າງປະເທດ ນັບຕັ້ງແຕ່ໄດ້ຫລົບໜີຈາກທິເບດເມື່ອປີ 1959 ຫລັງຈາກການລຸກຮືຕໍ່ຕ້ານການປົກຄອງຈີນທີ່ລົ້ມແຫຼວນັ້ນ. ພະອົງເປັນຜູ້ສະໜັບ ສະໜຸນໃຫ້ທິເບດມີສິດປົກຄອງຕົນເອງຫຼາຍຂຶ້ນ ພາຍໃຕ້ການປົກຄອງຂອງຈີນ ແຕ່ລັດຖະ ບານປັກກິ່ງໄດ້ປະນາມພະອົງວ່າເປັນຜູ້ແບ່ງແຍກດິນແດນ.

XS
SM
MD
LG