ອົງດາໄລ ລາມະ ຜູ້ນໍາທາງດ້ານຈິດໃຈຂອງຊາວທິເບດ
ໄດ້ຊົງຮ້ອງຂໍຕໍ່ສະພາຂອງຊາວທິເບດທີ່ລີ້ໄພໃນຕ່າງ
ແດນ ໃຫ້ຍອມຮັບເອົາການລາອອກຂອງພະອົງ ຈາກ
ການເປັນຜູ້ນໍາທາງການເມືອງຂອງເຂົາເຈົ້າ.
ອົງດາໄລ ລາມະ ຊຶ່ງໄດ້ຮັບລາງວັນ Nobel ຂະແໜງ
ສັນຕິພາບແລະປະຈຸບັນນີ້ ມີພະຊົນມາຍຸໄດ້ 75 ພັນ
ສາແລ້ວນັ້ນ ກ່າວຢູ່ໃນສານສະບັບນຶ່ງ ທີ່ມີການອ່ານ
ຕໍ່ພວກສະມາຊິກຂອງສະພາດັ່ງກ່າວວ່າ ມັນເປັນການ
ສໍາຄັນທີ່ຈະຕ້ອງຮັກສາໄວ້ຊຶ່ງຄວາມຕໍ່ເນື່ອງໃນຂະບວນ
ການຂອງທິເບດ ໃນຂະນະທີີ່ພະອົງຍັງມີພະຊົນຢູ່.
ຜູ້ນໍາທາງດ້ານຈິດໃຈຂອງຊາວທິເບດ ໄດ້ປະກາດໃນອາ
ທິດແລ້ວນີ້ວ່າ ພະອົງຊົງມີ ຈຸດປະສົງທີ່ຈະລາອອກຈາກ
ການເປັນຜູ້ນໍາຂອງລັດຖະບານພັດຖິ່ນຂອງທິເບດ ແລະ
ມອບໝາຍພາລະນີ້ຕໍ່ໄປໃຫ້ຜູ້ນໍາທີ່ຖືກເລືອກເອົາໂດຍກົງ.
ບັນຫາດັ່ງກ່າວນີ້ຈະຖືກຍົກຂຶ້ນມາສົນທະນາກັນໃນວັນອັງຄານມື້ອື່ນນີ້ ໂດຍສະພາພັດຖິ່ນ ທີ່
ຈະປະຊຸມກັນໃນສັບປະດານີ້ທີ່ເມືອງທໍາມະສາລາ ປະເທດອິນເດຍ.
ສະພາດັ່ງກ່າວເຄີຍປະຕິເສດຕໍ່ການລາອອກຂອງອົງດາໄລລາມະ ໃນເມື່ອກ່ອນມາແລ້ວຫລາຍຄັ້ງ ໂດຍໂຕ້ແຍ້ງວ່າ ບໍ່ມີຜູ້ໃດທີ່ຈະມີຄຸນນະສົມບັດສູງສົ່ງເທົ່າທຽມກັບອົງດາໄລ ລາມະ.