ສະພາພັດຖິ່ນຂອງທິເບດພວມກະກຽມກ່ຽວກັບອະນາຄົດ
ທາງການເມືອງໂດຍປາສະຈາກການນຳພາຂອງອົງດາໄລ
ລາມະ.
ສະມາຊິກສະພາພັດຖິ່ນຂອງທິເບດ ທີ່ປະຊຸມກັນ ຢູ່ເມືອງ
Dharamsala ໃນພາກເໜືອຂອງປະເທດອິນເດຍ ໃນວັນ
ສຸກວານນີ້ໄດ້ສ້າງຕັ້ງຄະນະກຳມະການນຶ່ງຂຶ້ນ ເພື່ອສຶກສາ
ເບິ່ງລັດຖະທຳມະນູນ ທີ່ຈະອຳນວຍໃຫ້ອົງດາໄລລາມະ ຜູ້
ນຳທາງດ້ານຈິດໃຈ ຂອງຊາວທິເບດ ລາອອກ ຫຼືຖອນໂຕ
ຈາກການເມືອງ.
ບັນດາສະມາຊິກສະພາຂອງທິເບດກ່າວວ່າ ຄະນະກຳມະການດັ່ງກ່າວຈະລາຍງານຕໍ່ສະພາ
ໃນວັນທີ 11 ເມສາຈະມານີ້ຊຶ່ງຈະຕິດຕາມດ້ວຍກອງປະຊຸມນັດພິເສດຂອງສະພາໃນເດືອນ
ພຶດສະພາ ເພື່ອອະນຸມັດການປ່ຽນແປງຢ່າງເປັນທາງການ.
ອົງດາໄລລາມະ ຊົງປະກາດກ່ຽວກັບຄວາມຕັ້ງໃຈຂອງພະອົງທີ່ຢາກລາພັກຈາກການມີບົດ
ບາດທາງດ້ານການເມືອງ ເມື່ອໄວໆມານີ້ ໂດຍເວົ້າວ່າ ຄວາມຮັບຜິດຊອບທາງການເມືອງ ຄວນຈະຖືກມອບໂອນໃຫ້ແກ່ຜູ້ນຳທີ່ຖືກເລືອກຕັ້ງໂດຍກົງ ຂອງຊາວທິເບດ.
ໃນຂັ້ນຕົ້ນສະພາຂອງທິເບດໄດ້ປະຕິເສດຕໍ່ການຮ້ອງຂໍຂອງອົງດາໄລລາມະໂດຍໂຕ້ແຍ້ງວ່າ
ຈະບໍ່ມີຜູ້ໃດມາແທນໄດ້ ທີ່ມີລະດັບຄວາມຮູ້ ເທົ່າທຽມກັບອົງດາໄລລາມະ.