ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພະ​ທິ​ເບ​ດອີກ​ອົງ​ນຶ່ງ​​ ​ຈູດໄຟ​ເຜົາຕົນ​ເອງ (ວີດິໂອກ່ຽວຂ້ອງ)


ການເດີນຂະບວນປະທ້ວງບັ້ນນຶ່ງຂອງພະສົງໃນທິເບດ ຕໍ່ຕ້ານນະໂຍ
ບາຍການປົກຄອງຂອງຈີນໃນທິເບດ
ການເດີນຂະບວນປະທ້ວງບັ້ນນຶ່ງຂອງພະສົງໃນທິເບດ ຕໍ່ຕ້ານນະໂຍ ບາຍການປົກຄອງຂອງຈີນໃນທິເບດ
ມີ​ລາຍ​ງານ​ວ່າ ພະ​ຊາວ​ທິ​ເບ​ດອີກ​ອົງ​ນຶ່ງໄດ້​ເສຍ​ຊີວິດ ຫຼັງຈາກ​ໄດ້​ຈູດ​ເຜົາຕົນ​ເອງ​ ເພື່ອ​ປະ​ທ້ວງ​ນະ​ໂຍບາຍການ​ປົກຄອງຂອງ​ຈີນຢູ່​ໃນ​ທິ​ເບ​ດ.

ຊາວ​ທິ​ເບ​ດພັດ​ຖິ່ນ ​ທີ່ເມືອງທໍາ​ມະ​ສາລາ ປະ​ເທດ​ອິນ​ເດຍ ​ເວົ້າ​ວ່າ ພະ Lobsang Thokmey ອາຍຸ 28 ​ປີ ​ເສຍ​ຊີວິດ​ເມື່ອ​ຕອນ​ບ່າຍ​ວັນ​ເສົາ ຜ່ານ​ມາ​ນີ້ ຕາ​ມ​ເວລາ​ທ້ອງ​ຖິ່ນ​ ຢູ່​ເຂດ Amdo ​
ແຂ​ວງ Sichuan.

ຊາວ​ທິ​ເບ​ດພັດ​ຖິ່ນ​ຄົນ​ນຶ່ງ​ບອກ​ວີ​ໂອ​ເອພະ​ແນ​ກພາສາ​ທິ​ເບ​ດວ່າ ພະ​ອົງ ດັ່ງກ່າວ​ໄດ້​ຖອກ​ນໍ້າມັນແອັສຊັງ​ຮວດ​ຕົນ​ເອງ​ ຢູ່ບໍລິ​ເວນ​ນອກ​ວັດ ​ແລະ​ກໍ​ໄດ້​ຈູດ​ເຜົາຕົນ​ເອງ. ພະທີ່​ເຫັນ​ເຫດການ​ກໍ​ຟ້າວ​ນໍາ​ຜູ້ກ່ຽວ​ໄປ​ຍັງ​ໂຮງ​ໝໍ​ທ້ອງ​ຖິ່ນ ບ່ອນທີ່​ພະອົງ​ນັ້ນ​ໄດ້​ເສຍ​ຊີວິດ ​ຍ້ອນທົນ​ພິດ​ບາດ​ແຜບໍ່​ໄດ້.

ໜ່ວຍ​ຮັກສາ​ຄວາມ​ປອດ​ໄພກຸ່ມໃຫຍ່​ກຸ່ມ​ນຶ່ງ ໄດ້ໄປ​ຍັງໂຮງໝໍ ​ແລະ​ໄດ້​ນໍາ​ເອົາສົບພະ Thokmey ໜີ​ໄປ ​ເຖິງ​ແມ່ນມີ​ການ​ປະ​ທ້ວງ​ຂອງ​ຄອບຄົວ​ແລະ​ວັດຂອງເພິ່ນ ກໍ​ຕາມ.

​ໄລຍະກາງ​ເດືອນ​ມີນາ​ນີ້ ​ແມ່ນ​ຂີດ​ໝາຍ​ ​ຄົບຮອບ 5 ປີ ຂອງເຫດການ​ກໍ່ ການ​ຈະລາຈົນ​ໃຫຍ່​ເຖິງ​ຂັ້ນ​ເສຍ​ຊີວິດ​ ເມື່ອ​ປີ 2008 ຢູ່​ໃນ​ເຂດ​ທີ່​ມີ​ຊາວ​ທິ ​ເບ​ດອາໄສ​ຢູ່ ​ຢູ່​ໃນ​ຈີນ ​ເພື່ອ​ຕໍ່ຕ້ານ​ໃນ​ສິ່ງ​ທີ່​ຊາວ​ທິ​ເບ​ດທັງຫຼາຍ​ເຫັນວ່າ ​ເປັນ​ການ​ກົ​ດຂີ່​ປາບ​ປາມ​ຂອງ​ຈີນ​ນັ້ນ.

ນັບ​ຕັ້ງ​ແຕ່​ປີ 2009 ​ເປັນ​ຕົ້ນມາ ມີ​ຊາວ​ທິ​ເບ​ດ​ຈູດ​ເຜົາ​ຕົນ​ເອງ​ໄປ​ແລ້ວ ຫຼາຍກວ່າ 100
ຄົ​ນ ເພື່ອ​ປະ​ທ້ວງ​ນະ​ໂຍບາຍຂອງ​ປັກ​ກິ່ງ​ ຢູ່​ເຂດ​ບ້ານ​ເກີດເມືອງ​ນອນ​ຂອງ​ພວກ​ເຂົາເຈົ້າ.

ເບິ່ງວີດິໂອລາຍງານ ນັກແຕ້ມຮູບຈີນ ແຕ້ມຮູບພວກຈູດໄຟເຜົາຕົນເອງ ເພື່ອສະແດງການສະໜັບສະໜຸນເຂົາເຈົ້າ:

Chinese Artist Depicts Tibetan Protesters
please wait

No media source currently available

0:00 0:02:40 0:00
ລິງໂດຍກົງ
XS
SM
MD
LG