ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ກັນຍາ ໒໐໒໓

ພະທິເບດອົງນຶ່ງ ເຜົາຕົວເອງຕາຍ ໃນແຂວງຊີສວນ ຂອງຈີນ


ພະ Lobsang Gyatso ແຫ່ງທິເບດ ເອົາໄຟເຜົາຕົວເອງຕາຍ ໃນວັນຈັນວານນີ້ໃນແຂວງຊີສວນໃນພາກຕາ ເວັນຕົກສຽງໃຕ້ຂອງຈີນ. ວັນທີ 13 ກຸມພາ 2012.

ພະ​ສາສະໜາ​ພຸດ​ທິ​ເບ​ດອົງ​ນຶ່ງ​ໄວ 19 ປີ​ໄດ້​ເອົາ​ໄຟ​ເຜົາ​ຕົວ​ເອງ​ຕາຍ​ໃນ​ວັນຈັນ​ວານ​ນີ້​ໃນ​ແຂວງ​ຊີ​ສວນ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ທີ່ປະ​ເຊີນ​ກັບ​ຄວາມ​ວຸ້ນວາຍ​ນັ້ນ.

ພວກ​ຊາວ​ທິ​ເບ​ດທີ່​ລີ້​ໄພ​ໃນ​ຕ່າງປະ​ເທດ​ກ່າວ​ວ່າ ພະ Lobsang Gyatso ​ໄດ້​ຮ້ອງ​ຄໍາ​ຂັວນປະ​ທ້ວງ​ຕ່າງໆ​ຕໍ່ຕ້ານ​ລັດຖະບານຈີນ​ກ່ອນ​ເອົາ​ໄຟ​ເຜົາ​ຕົວ​ເອງ​ຕາຍ ​ໃນ​ເວລາ​ປະມານ​ບ່າຍ 2:00 ໂມງ​ຕາມ​ເວລາ​ໃນ​ທ້ອງ​ຖິ່ນ.

ລາຍ​ງານ​ເວົ້າ​ວ່າ ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຈີນ​ໄດ້​ເຄື່ອນ​ເຂົ້າໄປ​ຫາ​ພະອົງ​ນີ້​ຢ່າງ​ໄວ​ເພື່ອ​ໄປ​ມອດ​ໄຟ ​ແລະພາ​ໂຕ​ພະໄວ​ຮຸ່ນອົງ​ນີ້​ໄປ ​ແລະ ​ຍັງບໍ່​ຮູ້ຈັກ​ກ່ຽວ​ກັບ​ອາການ​ຂອງ​ຜູ້ກ່ຽວ​ແລະ​ກໍ​ບໍ່​ຮູ້ວ່າ​ດຽວ​ນີ້​ຢູ່​ໃສ.

ພະ​ອົງ​ນີ້ ​ເປັນ​ໄວ​ຮຸ່ນ​ຄົນທີ​ສອງ​ທີ່​ໄດ້​ເອົາ​ໄຟ​ເຜົາ​ຕົວ​ເອງຕາຍ ຢູ່ໃກ້ໆ​ກັບ​ເມືອງ Ngaba ທີ່​ຖືກ​ປິດ​ລ້ອມ​ນັ້ນ. ​ໃນ​ວັ​ນ​ເສົາ​ຜ່ານ​ມາ​ນີ້ແມ່​ຊີທິ ​ເບ​ດ Tenzin Choedon ​ໄວ 18 ປີ ​ໄດ້​ເອົາ​ໄຟ​ເຜົາ​ຕົວເອງ ​ແລະ​ຜູ້ກ່ຽວ​ໄດ້​ເສຍ​ຊີວິດ​ໃນ​ເວລາ​ຕໍ່​ມາ.

ການ​ເອົາ​ໄຟ​ເຜົນ​ຕົນ​ເອງ​ຂອງ​ພະ Gyatso ນີ້ເຮັດ​ໃຫ້ຈໍານວນ​ຂອງ​ພວກ​ຊາວ​ທິ​ເບ​ດທີ່​ເອົາ​ໄຟ​ເຜົາ​ຕົວ​ເອງ​ເພີ່ມ​ຂຶ້ນ​ເປັນ​ຢ່າງ​ໜ້ອຍ 21 ຄົນ​ໃນ​ຊ່ວງ​ປີຜ່ານມາ​ນີ້. ບັນດາ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ​ເຊື່ອ​ກັນວ່າ​ມີ​ຊາວ​ທິ​ເບ​ດຢ່າງ​ໜ້ອຍ 12 ຄົນ​ແລ້ວໄດ້​ເສຍ​ຊີວິດ​ຈາກ​ບາດ​ແຜ​ທີ່ ໄດ້​ຮັບ​ຈາກ​ໄຟ​ໄໝ້ນັ້ນ.

ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ເດືອນ​ຜ່ານ​ມາ​ນີ້ ​ໄດ້​ເຫັນ​ການ​ປະ​ທ້ວງ​ຕໍ່ຕ້ານ​ຈີນ ເພີ່ມ​ຂຶ້ນ​ໃນ​ຂົງ​ເຂດ​ຕ່າງໆ​ທີ່​ມີ​ຊາວ​ທິ​ເບ​ດອາ​ໄສຢູ່​ໃນ​ຈີນ ອັນ​ເປັນ​ເຫດການຮ້າຍ​ແຮງ​ທີ່​ສຸດ​ນັບ​ແຕ່​ປີ 2008 ​ເປັນ​ຕົ້ນ​ມາ.

ລັດຖະບານ​ຈີນ​ກ່າວ​ຫາ​ອົງ​ດາ​ໄລ ລາ​ມະ ຜູ້​ນໍາ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ທິ​ເບ​ດທີ່​ລີ້​ໄພ​ໃນ​ຕ່າງປະ​ເທດ ​ແລະ​ພວກ​ອົງການ​ຈັດ​ຕັ້ງ​ຕ່າງໆ​ໃນ​ຕ່າງປະ​ເທດ​ເຊ່ນ ຂະ​ບວນການ​ເສລີ​ທີ​ເບ​ດ ທີ່​ມີ​ຫ້ອງການ​ປະຕິບັດ​ງານໃນ​ກຸງ​ລອນ​ດອນ ​ເປັນ​ຜູ້​ຍຸຍົງ​ໃຫ້​ເກີດ​ຄວາມວຸ້ນວາຍ​ນີ້.

XS
SM
MD
LG