ຫົວໜ້າຂອງລັດຖະບານພັດຖິ່ນຂອງຊາວທິເບດ ໄດ້ສາບານໂຕເຂົ້າຮັບຕໍາ ແໜ່ງໃນ
ວັນຈັນມື້ນີ້ ໂດຍໄດ້ປະຕິຍານຕົນໃຫ້ຄໍາໜັ້ນສັນຍາວ່າ ຈະປະຄອງ ຂະບວນການພັດ
ຖິ່ນໃຫ້ຍືນຍົງຕໍ່ໄປຢ່າງບໍ່ຢຸດຢັ້ງ ຈົນກວ່າວ່າຈະມີອິດສະລະ ເສລີພາບໃນທິເບດ.
ພິທີສາບານໂຕຂອງທ່ານ Lobsang Sangay ໃນມື້ນີ້ແມ່ນເປັນຂີດໝາຍຂອງການ
ມອບໂອນອໍານາດທາງການເມືອງຢ່າງເປັນທາງການ ຈາກອົງ Dalai Lama ຫົວໜ້າ
ລັດຖະບານພັດຖິ່ນຊຸດເກົ່າ ຜູ້ຊຶ່ງຍັງຈະເປັນຜູ້ນໍາທາງຈິດຂອງ ຊາວທິເບດຢູ່ນັ້ນ.
ໃນພິທີມອບໂອນດັ່ງກ່າວທີ່ມີຂຶ້ນທີ່ເມືອງທໍາມະສາລາ ໃນອິນເດຍ ທ່ານ Sangay
ໄດ້ກ່າວວ່າ ການທີ່ຊາວທິເບດໃນທົ່ວໂລກໄດ້ເລືອກເອົາທ່ານນັ້ນ ແມ່ນເປັນການສັ່ງ
ສັນຍານຢ່າງແຈ້ງຂາວເຖິງຄະນະນໍາພາຂອງຈີນວ່າ ຂະບວນ ການຂອງຊາວທິເບດນັ້ນ ຍັງບໍ່ໄດ້ຕາຍຫລືຈາງຫາຍລົງແຕ່ຢ່າງໃດ. ທ່ານກ່າວ ອີກວ່າ ລະບົບຢູ່ໃນທິເບດທີ່ຈີນ
ປົກຄອງຢູ່ໃນປະຈຸບັນນີ້ ບໍ່ແມ່ນການປົກຄອງແບບສັງຄົມນິຍົມ ແຕ່ເປັນການປົກຄອງແບບຫຫົວເມືອງຂຶ້ນຕ່າງຫາກ.
ເຖິງແມ່ນຈະໃຊ້ສໍານວນພາສາທີ່ແຂງກະດ້າງກໍຕາມ ແຕ່ທ່ານ Sangay ໄວ 42 ປີ
ກໍກ່າວວ່າ ທ່ານຈະສືບຕໍ່ດໍາເນີນຕາມເຈດຕະນາລົມຂອງອົງ Dalai Lama ໃນການ
ດໍາເນີນນະໂຍບາຍສາຍກາງ ໃນການຕໍ່ສູ້ເພື່ອໃຫ້ທິເບດມີສິດທິໃນການປົກຄອງຕົວເອງ
ເທົ່ານັ້ນ ບໍ່ແມ່ນແຍກອອກມາເປັນເອກກະລາດຈາກຈີນ ໃນທັນທີ.