ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນສະຫລອງຄົບຮອບ 60 ປີ ຂອງການປົກຄອງທິເບດ


ປະຊາຊົນທິເບດຕ້ອນຮັບ ຄະນະຜູ້ແທນຈີນ, ວັນທີ 17 ກໍລະກົດ 2011.
ປະຊາຊົນທິເບດຕ້ອນຮັບ ຄະນະຜູ້ແທນຈີນ, ວັນທີ 17 ກໍລະກົດ 2011.

ຜູ້​ແທນ​ຈີນຄະນະນຶ່ງທີ່​ນໍາພາ​ໂດຍຮອງ​ປະທານປະເທດ Xi Jingping ກໍາລັງ ຢູ່ໃນທິ​ເບ​ດ
ເວລາ​ນີ້ ​ເພື່ອ​ຮ່ວມການສະຫຼອງ​ຄົບຮອບ 60 ປີ ທີ່ທິ​ເບ​ດ​ໄດ້​ຕົກ​ຢູ່ພາຍ​ໃຕ້​ການ​ປົກຄອງ
ໂດຍ​ກົງຂອງຈີນ​ນັ້ນ.

ໃນບັນດາສະມາຊິກ 59 ທ່ານຂອງຄະນະຜູ້​ແທນດັ່ງກ່າວ ​ແມ່ນ​ມີ​ຮວມທັງຮອງ​ຮອງ​ນາຍົກ
ລັດຖະມົນຕີ Hui Liangqyu ​ແລະນາຍ​ພົນ Chen Bingde ຫົວໜ້າ​ເສນາ​ທິການກອງ​ທັບ​.

ອົງກາ​ນຂ່າວ​ທາງ​ການ​ຈີນກ່າວ​ວ່າ ຄະນະຜູ້​ແທນຂອງ​ຈີນໄດ້​ຮັບ​ການ​ຕ້ອນຮັບ​ຈາກ​ປະຊາ
ຊົນ ​ຈໍາ​ນວນປະມານ 600 ຄົນ​ທີ່​ແຕ່ງ​ຕົວດ້ວຍເສື້ອ​ຜ້າ​ສີສົດ​ໃສ​ທີ່​ ໃສ່​ໃນ​ເທດສະການ​ບຸນ
ປະ​ເພນີ​ຕ່າງໆ​ ​ຢູ່ສະນາມ​ບິນ​ເມືອງ​ຫລວງ Lhasa ​ໃນ​ວັນ​ອາທິດ​ວານ​ນີ້.​ ລາຍ​ງານ​ຍັງ​
ຖະ​ແຫຼ່ງອີກວ່າ ພວກ​ທີ່​ໄປ​ຕ້ອນຮັບ​ນັ້ນ​ໄດ້​ສະ​ແດງຟ້​ອນຕ່າງໆ​ ​ແລະ​ໃຫ້​ກຽດ​ບັນດາ​ແຂກ
ທີ່​ມາ​ຢ້ຽມຢາມ​ນັ້ນ ດ້ວຍ​ຝ້າ​ພັນ​ຄໍ​ສີ ຂາວ.

ລາຍ​ງານ​ຂອງສື່​ທາງ​ການຂອງ​ຈີນ​ ອ້າງ​ເອົາ​ຄໍາ​ເວົ້າຂອງ​ປະຊາຊົນ Tibet ທີ່​ກ່າວວ່າ ວິຖີຊີວິດຂອງພວກເຂົາເຈົ້າແມ່ນດີຂຶ້ນ ຕັ້ງແຕ່ອັນທີ່ທາງການຈີນເອີ້ນວ່າ​ ການປົດປ່ອຍ
ທິ​ເບ​ດຢ່າງ​ສັນຕິ ໃນປີ 1951 ນັ້ນ. ແຕ່ເຖິງຢ່າງໃດກໍດີ,​ ທາງການຈີນກໍຍັງເອົາມາດຕະ
ການ​ຮັກສາຄວາມປອດໄພຢ່າງເຄັ່ງຄັດຂຶ້ນ ແລະເຂັ້ມງວດໃນການເດີນທາງເຂົ້າອອກ
ໃນຂົງເຂດນັ້ນ ເພາະຢ້ານວ່າຈະ​ມີ​ການປະທ້ວງຢ່າງຕໍ່ເນື່ອງຕໍ່ຕ້ານຈີນ ໃນ Lhasa
ຄື​ກັນ​ກັບ​ເມື່ອ 3 ປີກ່ອນນີ້.

XS
SM
MD
LG