ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈະ​ຕຸ​ລັດ​ ທຽນ​​ອັນ​ເໝິນ ​ງຽບ​ສະ​ຫງົບດີ ໃນ​ວັນ​​ຄົບ​ຮອບ 30 ປີ ຂອງ​ການ​ປະ​ຫັດປະ​ຫານ​ຢ່າງນອງ​ເລືອດ​ ໂດຍລັດ​ຖະ​ບານ​ຈີນ​


ພວກ​ຕຳ​ຫຼວດ ລາດ​ຕະ​ເວນ​ແລະ​ຮັກ​ສາ​ຄວາມ​ປອດ​ໄພ​ຢ່າງ​ເຂັ້​ມ
ງວດ ໃນ​ເຂດຈະ​ຕຸ​ລັດ​ທຽນ​​ອັນ​ເໝິນ ໃນ​ປັກ​ກິ່ງ, 3 ມິ​ຖ​ນາ 2019.
ພວກ​ຕຳ​ຫຼວດ ລາດ​ຕະ​ເວນ​ແລະ​ຮັກ​ສາ​ຄວາມ​ປອດ​ໄພ​ຢ່າງ​ເຂັ້​ມ ງວດ ໃນ​ເຂດຈະ​ຕຸ​ລັດ​ທຽນ​​ອັນ​ເໝິນ ໃນ​ປັກ​ກິ່ງ, 3 ມິ​ຖ​ນາ 2019.

ມີການ​ຮັກ​ສາ​ຄວາມ​ປອດ​ໄພ​ຢ່າງເຄັ່ງ​ຄັດ​ ທີ່ຈະ​ຕຸ​ລັດ​ທຽນອັນ​ເໝິນ ໃນ​ນະ​ຄ​ອນ​ຫຼວງປັກ​ກິ່ງ ໃນ​ວັນ​ອັງ​ຄານ​ມື້​ນີ້ ໃນ​ຂະ​ນະ​ທີ່​ຈີນ ຢາກ​ໃຫ້​ມິດງຽບ ​ກ່ຽວ​ກັບ​ການ​ລະ​ລຶກ​ເຖິງ ​ການ​ປະ​ຫັດ​ປະ​ຫານທີ່​ຮ້າຍ​ກາດຂອງ​ລັດ​ຖະ​ບານ​ ຕໍ່​ການ​ປະ​ທ້ວງ​ທີ່​ນຳ​ພາ​ໂດຍພວກ​ນັກ​ສຶກ​ສາ ເມື່ອ 30 ປີ ກ່ອນ​ນັ້ນ.

ພວກ​ນັກ​ທ່ອງ​ທ່ຽວ​ແມ່ນ​ຖືກກວດ​ກາ​ຢ່າງ​ເຂັ້​ມງວດ ​ເບິ່ງ​ບັດ​ປະ​ຊາ​ຊົນ ໂດຍກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ໃນ​ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ ​ຢ້ຽມ​ຢ​າມຈະ​ຕຸ​ລັດ​ທຽນອັນ​ເໝິນ ເພື່ອ​ຊົມ​ການ​ປະ​ຕິ​ບັດ​ໃນ​ທຸກໆເຊົ້າ​ຂອງ​ພິ​ທີ​ຊັກ​ທຸງ​ຂຶ້ນ​ເສົາ​ນັ້ນ. ພວກ​ນັກ​ຂ່າວ​ຕ່າງ​ປະ​ເທດ​ແມ່ນ​ຖືກ​ເກືອດ​ຫ້າມ​ ຈາກຈະ​ຕຸ​ລັດທຽນອັນ​ເໝິນ ແລະ​ໄດ້​ເຕືອນ ບໍ່ໃ​ຫ້​ຖ່າຍ​ພາບ​ໃດໆ​ເລີຍ.

ມີ​ຜູ້​ຄົນ​ຫຼາຍ​ຮ້ອຍ​ຄົນ ຫຼື​ບໍ່ ກໍ​ຫຼາຍ​ພັນ​ຄົນ ແມ່ນ​ໄດ້​ຖືກ​ສັງ​ຫານ ເວ​ລາ​ພວກ​ທະ​ຫານ​ຈີຍ ແລະ​ລົດ​ຖັງ ໄດ້​ເຂົ້າ​ບຸກ​ເຂົ້າ​ໄປ​ໃນຈະ​ຕຸ​ລັດ​ທຽນອັນ​ເໝິນ ເມື່ອ​ວັນ​ທີ 4 ມິ​ຖຸ​ນາ 1989 ເພື່ອ​ຍຸ​ຕິ​ການ​ປະ​ທ້ວງ​ທີ່​ຍາວ​ນານ ເປັນ​ເວ​ລາ 2 ເດືອນໂດຍ ພວກ​ນັກ​ສຶກ​ສາແລະ​ພວກ​ພະ​ນັກ​ງານ ທີ່ຮຽກ​ຮ້ອງ​ໃຫ້​ໃຫ້​ມີ​ການ​ປ່ຽນ​ແປງ​ໄປ​ສູ່​ປະ​ຊາ​ທິ​ປະ​ໄຕ ແລະ​ສິ້ນ​ສຸດການ​ສໍ້​ລາດ​ບັງ​ຫຼວງ​ນັ້ນ. ໃນ​ການ​ລະ​ລຶກ​ເຖິງວັນຄົບຮອບ ໃນ​ອະ​ດີດ​ນັ້ນ, ພັກຄອມ​ມຸຍ​ນິດຈີນ ທີ່​ປົກ​ຄອງ​ປະ​ເທດ ແມ່​ນ​ໄດ້​ສືບ ​ຕໍ່​ລົບ​ລ້າງ​ຄວາມ​ຊົງ​ຈຳ​ໃດໆ​ຈາກ​ປະ​ຫວັດ​ສາດ​ທາງ​ການ. ລັດ​ຖະ​ບານ​ເກືອດ​ຫ້າມ​ການ​ຊິ້ງ​ຊອມ​ເບິ່ງ​ການ​ປະ​ຫັດ​ປະ​ຫານສາ​ທາ​ລະ​ນະ​ໃດໆ, ກວດ​ຂັນ​ຂໍ້​ຄວາມ​ຕ່າງໆ ດ້ວຍ​ການ​ລົບ​ອອກຈາກ​ບົດ​ຄວາມ​ແລະ​ຂໍ້​ຂຽນ​ໃດໆ​ທາງ​ອິນ​ເຕີ​ແນັດ ທີ່​ກ່າວ​ເຖິງ​ເຫດ​ການ​ແລະ​ຮູບ​ພາບ​ຂອງ​ມື້​ດັ່ງ​ກ່າວ ແລະ​ກວດ​ຂັນ​ພວກ​ນັກ​ເຄື່ອນ​ໄຫວ ພວກທະ​ນາຍ​ຄວາມ ແລະ​ພວກ​ນັກ​ຂ່າວ ໃນ​ແຕ່​ລະ​ປີ ໃນ​ຂະ​ນະ​ທີ່​ວັນ​ຄົບ​ຮອບ​ຍັບ​ໃກ້​ເຂົ້າ​ມາ​ນັ້ນ.

ຕຳຫຼວດຂອງສະພາປະຊາຊົນຈີນ ຢືນຍາມລາດຕະເວນ ຕໍ່ໜ້າຮູບພາບປະທານປະເທດມາວ ເຈຕຸງ ໃນຈະຕຸລັດທຽນອັນເໝິນ ຂອງວັນຄົບຮອບ 30 ປີ ຂອງການຂປະຫັດປະຫານທີ່ນຂອງເລືອດ ຕໍ່ພວກພວກປະທ້ວງທີ່ຕໍ່ຕ້ານລັດຖະບານ, ປັກກິ່ງ, 04 ມິຖຸນາ 2019.
ຕຳຫຼວດຂອງສະພາປະຊາຊົນຈີນ ຢືນຍາມລາດຕະເວນ ຕໍ່ໜ້າຮູບພາບປະທານປະເທດມາວ ເຈຕຸງ ໃນຈະຕຸລັດທຽນອັນເໝິນ ຂອງວັນຄົບຮອບ 30 ປີ ຂອງການຂປະຫັດປະຫານທີ່ນຂອງເລືອດ ຕໍ່ພວກພວກປະທ້ວງທີ່ຕໍ່ຕ້ານລັດຖະບານ, ປັກກິ່ງ, 04 ມິຖຸນາ 2019.

​ຖະ​ແຫຼງ​ການ​ທີ່​ນຳ​ອອກ​ເຜີຍ​ແຜ່ໃນ​ວັນ​ຈັນ​ວານນີ້ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ, ທ່ານ​ໄມ​ຄ໌ ພອມພຽວ ໄດ້ສະ​ແດງ​ຄວາມ​ຄຳ​ນັບ​ຕໍ່ພວກ​ປະ​ທ້ວງດັ່ງ ​ກ່າວ​ນີ້​ວ່າ “ເປັນ​ວິ​ລະ​ບຸ​ລຸດ​ຊາວ​ຈີນ” ທີ່​ໄດ້ພາ​ໃຫ້​ມີ​ການ​ຕຳ​ໜິ ໂດຍ​ສະ​ຖານ​ທູດຈີນ ທີ່ວໍ​ຊິ​ງ​ຕັນ. ທ່ານພອມພຽວ ໄດ້ກ່າວ​ວ່າ​ ສະ​ຫະ​ລັດຫວັງວ່າ ຈີນ​ໄດ້​ນຳ​ເອົາ​ການ​ປະ​ສົມ​ປະ​ສານ​ເຂົ້າ​ໃນ​ລະ​ບົບ​ສາ​ກົນ ທີ່ຈະ​ນຳ​ໄປ​ສູ່​ການ​ເປີດກວ້າງ ສັງຄົມ ​ທີ່​ມີ​ການ​ໂຍະ​ຍານ​ຜ່ອນ​ຜັນ​ຫຼາຍ​ຂຶ້ນ​ນັ້ນ.” ໃນ 3 ທົດ​ສະ​ວັດ ນັບ​ຕັ້ງ​ແຕ່ ເຫດ​ການ​ຄັ້ງ​ນັ້ນ ທີ່ສ້າງ​ຄວາມ​ຄິດ​ເຫັນ ໃນ​ທົ່ວ​ໂລກ​ນັ້ນ.

“ແຕ່​ຄວາມ​ຫວັງ​ທັງ​ຫຼາຍ​ນີ້ ແມ່ນ​ໄດ້ໝົດ​ໄປ,” ນັ້ນ​ຄື​ຄຳ​ເວົ້າ​ຂອງເຈົ້າ​ໜ້າ​ທີ່ການ​ທູດສູງ​ສຸດ​ຂອງ​ສະ​ຫະ​ລັດ ໄດ້​ກ່າວ​ໄປ ແລະ​ທ່ານ​ຍັງ​ໄດ້​ກ່າວ​ເພີ້ມ​ຕື່ມ​ວ່າ “ພັກ​ການ​ເມືອງ​ພັກ​ດຽວ​ຂອງ​ຈີນ ແມ່ນ​ບໍ່​ໄດ້ມີ​ການ​ໂຍະ​ຍານ​ໃຫ້​ພວກ​ຄັດ​ຄ້ານ ແລະ​ ​ລະ​ເມີດ​ສິດ​ທິ​ມະ​ນຸດ ໃນ​ທຸກ​ໆ​ບ່ອນ​ທີ່​ເຫັນວ່າ​ເປັນ​ຜົນ​ປະ​ໂຫຍດຂອງ​ຕົນ. ​ທຸກມື້​ນີ້ ຊາວ​ຈີນ​ທັງ​ຫຼາຍ ແມ່ນ​ເປັນ​ເຄື່ອງ​ມື​ຂອງ​ກາ​ນ​ລະ​ເມີດ​ຄື້ນ​ໃໝ່, ໂດຍ​ສະ​ເພາະ ໃນ​ເຂດ​ຊິນ​ຈຽງ ບ່ອນ​ທີ່ຜູ້​ນຳ​ພັກຄອມ​ມຸຍ​ນິດ​ໄດ້​ພະ​ຍາ​ຍາມ​ໃຊ້​ວິ​ທີ​ການ​ແບບປະ ​ຫັດ​ປະ​ຫານ ທຳ​ລາຍ​ປະ​ເພ​ນີ​ຂອງ​ຊາວ​ວີ​ເກີ ແລະ​ລົບ​ລ້າງການ​ນັບ​ຖື​ສາ​ສະ​ໜາ​ອິ​ສ​ລາມ​ ຊຶ່ງ​ຮວມ​ທັງ​ການ​ກັກ​ຂັງພວກ​ສະ​ມາ​ຊິກ​ ຂອງ​ຊົນ​ກຸ່ມ​ນ້ອຍ​ຊາວ​ມຸສລິມ​ດັ່ງ​ກ່າວ.”

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG