ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ. ທຣໍາ ປະກາດ ພາວະສຸກເສີນ ເພື່ອແກ້ໄຂ ວິກິດການ ຢາ opioids


ທ່ານ Jeanne Moser, (ກາງ) ຈາກເມືອງ East Kingston, ລັດນີວແຮມເຊີ, ຫລຽວເບິ່ງໃນ ໃນຂະນະທີ່ ປ. ທຣໍາ ຍື່ນມືອອກໄປບາຍຮູບຂອງລູກຊາຍລາວ, ທ້າວ Adam Moser, ໃນງານປະກາດ ພາວະສຸກເສີນດ້ານສາທາລະນະສຸກ ເພື່ອແກ້ໄຂວິກິດການດ້ານການໃຊ້ຢາທີ່ສະກັດຈາກຢາຝິ່ນ
ຫລື opioids ທີ່ຈັດຢູ່ໃນທໍານຽບຂາວ. ທ້າວ Adam ມີອາຍຸໄດ້ 27 ປີ ຕອນທີ່ເສຍຊີວິດ ທີ່ຄິດວ່າ ເປັນຍ້ອນການໃຊ້ຢາ fentanyl ເກີນກໍານົດ
ທ່ານ Jeanne Moser, (ກາງ) ຈາກເມືອງ East Kingston, ລັດນີວແຮມເຊີ, ຫລຽວເບິ່ງໃນ ໃນຂະນະທີ່ ປ. ທຣໍາ ຍື່ນມືອອກໄປບາຍຮູບຂອງລູກຊາຍລາວ, ທ້າວ Adam Moser, ໃນງານປະກາດ ພາວະສຸກເສີນດ້ານສາທາລະນະສຸກ ເພື່ອແກ້ໄຂວິກິດການດ້ານການໃຊ້ຢາທີ່ສະກັດຈາກຢາຝິ່ນ ຫລື opioids ທີ່ຈັດຢູ່ໃນທໍານຽບຂາວ. ທ້າວ Adam ມີອາຍຸໄດ້ 27 ປີ ຕອນທີ່ເສຍຊີວິດ ທີ່ຄິດວ່າ ເປັນຍ້ອນການໃຊ້ຢາ fentanyl ເກີນກໍານົດ

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ໄດ້ປະກາດພາວະສຸກເສີນດ້ານສາທາ
ລະນະສຸກຢູ່ທົ່ວປະເທດ ເພື່ອແກ້ໄຂວິກິດການດ້ານການໃຊ້ຢາທີ່ສະກັດຈາກຢາຝິ່ນ
ຫຼື opioids ຊຶ່ງທ່ານເວົ້າວ່າ ລັດຖະບານກາງໄດ້ຕໍ່ສູ້ກັບບັນຫາດັ່ງກ່າວ "ໃນທຸກດ້ານ"
ຢູ່.

ໂດຍກ່າວຕໍ່ຜູ້ເຂົ້າຮ່ວມຟັງການປະກາດ ທີ່ມີປະມານ 180 ຄົນ ລວມທັງຜູ້ທີ່ຟື້ນຈາກ
ການຕິດຢາ ແລະສະມາຊິກຄອບຄົວຂອງຜູ້ໄດ້ຮັບເຄາະຮ້າຍ ຢູ່ໃນຫ້ອງການດ້ານ
ຕາເວັນອອກຂອງ ທໍານຽບຂາວໃນວັນພະຫັດວານນີ້ ທ່ານທຣໍາ ເວົ້າວ່າ "ໃນນາມທີ່
ເປັນຊາວອາເມຣິກັນ ພວກເຮົາບໍ່ສາມາດປ່ອຍໃຫ້ສະພາບການອັນນີ້ ສືບຕໍ່ມີໄປໄດ້
ອີກແລ້ວ."

ຜູ້ເຂົ້າຮ່ວມຟັງການປະກາດດັ່ງກ່າວສອງຄົນ ໄດ້ລຸກຂຶ້ນຢືນຢູ່ທາງຫລັງຂອງປະທານາ
ທິບໍດີ ພ້ອມທັງ ຍົກຮູບຂອງຄົນໃນຄອບຄົວຂອງເຂົາເຈົ້າ ທີ່ເສຍຊີວິດຍ້ອນການກິນຢາ
ໃນຄວາມແຮງເກີນກໍານົດນັ້ນ ຂຶ້ນ.

ບັນດາສູນກາງຄວບຄຸມ ແລະປ້ອງກັນພະຍາດສະຫະລັດເວົ້າວ່າ ການກິນຢາທີ່ມີຄວາມ
ແຮງເກີນກໍານົດ ໄດ້ເຮັດໃຫ້ຄົນອາເມຣິກັນເສຍຊີວິດ 64,000 ຄົນໃນປີກາຍນີ້. ແລະ
ສະຖາບັນແຫ່ງຊາດ ທີ່ປິ່ນປົວພວກຕິດຢາພົບວ່າ ໃນຈໍານວນການຕາຍນັ້ນ ຢາ opioids
ທີ່ເປັນຢາແກ້ປວດ ຄາດຄະເນວ່າ ໄດ້ເຮັດໃຫ້ຄົນເສຍຊີວິດປະມານ 35,000 ຄົນ.

ທ່ານທຣໍາ ເວົ້າວ່າ "ໃນທຸກມື້ນີ້ ມີຄົນເສຍຊີວິດຍ້ອນການກິນຢາທີ່ມີຄວາມແຮງເກີນກໍາ
ນົດ ຫລາຍກວ່າຍ້ອນການຍິງກັນແລະຍານພາຫະນະ ຮວມເຂົ້າກັນອີກ," ໂດຍໃຫ້ຂໍ້
ສັງເກດວ່າ ສະພາບການນີ້ ເຮັດໃຫ້ການໃຊ້ຢານີ້ເປັນ "ສາເຫດນໍາໜ້າໝູ່ ທີ່ພາໃຫ້ເສຍ
ຊີວິດໂດຍບໍ່ໄດ້ເຈດຕະນາ" ຢູ່ໃນອາເມຣິກາ.

ໃນການສະແດງຄໍາເຫັນຂອງທ່ານນັ້ນ ປະທານາທິບໍດີ ໄດ້ເວົ້າແບບກວ້າງໆ ຂຶ້ນກວ່າ
ເກົ່າກ່ຽວກັບການຕິດສິ່ງເສບຕິດ.

ທ່ານທຣໍາເວົ້າວ່າ "ເພື່ອນຮ່ວມຊາດຂອງພວກເຮົາຫລາຍໆ ລ້ານຄົນໄດ້ຕິດຢາແລ້ວ.
ນັ້ນຄືຄວາມເປັນຈິງ”.

ທ່ນໄດ້ກ່າວເຖິງອ້າຍຂອງທ່ານ ທີ່ຊື່ Fred ທີ່ເສຍຊີວິດຕອນອາຍຸໄດ້ 43 ປີ ທີ່ໄດ້
ບອກໃຫ້ ທ່ານທຣໍາ ຊໍ້າແລ້ວ ຊໍ້າອີກວ່າ "ຢ່າດື່ມເຫລົ້າ … ແລະຈົນຮອດທຸກມື້ນີ້
ຂ້າພະເຈົ້າບໍ່ເຄີຍດື່ມ ແມ່ນແຕ່ໜ້ອຍດຽວເລີຍ."

ທ່ານທຣໍາປະຕິຍານວ່າ ຄະນະລັດຖະບານຂອງທ່ານຈະຊຸກຍູ້ໃຫ້ມີການຟ້ອງຮ້ອງ
ຕໍ່ສ່ວນບຸກຄົນ ແລະບໍລິສັດທີ່ມີສ່ວນພົວພັນເຮັດໃຫ້ມີການໃຊ້ອໍານາດແບບບໍ່ຖືກ
ຕ້ອງແລະພົວພັນກັບຢາແກ້ປວດທີ່ເຮັດໃຫ້ຄົນຕິດ. ທ່ານຍັງເວົ້າອີກວ່າ ທ່ານຈະຍົກ
ບັນຫາການຜະລິດ ແລະສົ່ງອອກຢາດົມ fentanyl ທີ່ແຮງກວ່າ ເຮໂຣອິນອີກ ໃນ
ເວລາທີ່ທ່ານໂອ້ລົມ ກັບປະທານປະເທດຈີນ ທ່ານສີ ຈິນຜິງ ຢູ່ໃນນະຄອນປັກກິ່ງ ໃນອາທິດໜ້າ.

ທ່ານທຣໍາຄາດວ່າ "ທ່ານສີຈະເຮັດສິ່ງໃດ ສິ່ງໜຶ່ງຕໍ່ບັນຫານີ້".

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG