ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະເທດ ເອຣິເທຣຍ ກັບ ຈີບູຕີ ຟື້ນຟູ ສາຍພົວພັນ ຄືນໃໝ່


ແຫຼມຕາເວັນອອກສຽງເໜືອຂອງ ອາຟຣິກາ ຫຼື Horn of Africa.
ແຫຼມຕາເວັນອອກສຽງເໜືອຂອງ ອາຟຣິກາ ຫຼື Horn of Africa.

ແຫຼມຕາເວັນອອກສຽງເໜືອຂອງ ອາຟຣິກາ ຫຼື Horn of Africa ໄດ້ສືບຕໍ່ທີ່ຈະແກ້ໄຂ
ຫົນທາງຕັນດ້ານການທູດ ດ້ວຍການປະກາດໃນວັນສຸກທີ່ຜ່ານມາວ່າ ປະເທດ ເອຣິ
ເທຣຍ ແລະ ຈີບູຕີ ຈະສືບຕໍ່ສາຍພົວພັນກັນຢ່າງປົກກະຕິ. ບັນດາຜູ້ນຳໃນພາກພື້ນດັ່ງ
ກ່າວ ທັງ ຢູ່ຫ່າງໄກ, ໄດ້ພາກັນສະເຫຼີມສະຫຼອງຄວາມຄືບໜ້ານັ້ນ, ເຊິ່ງໄດ້ໃຫ້ຄຳສັນ
ຍາວ່າ ຈະສິ້ນສຸດຄວາມຂັດແຍ້ງເປັນສິບປີ ແລະ ລຸນຫຼັງການຟື້ນຟູສາຍພົວພັນທາງ
ການທູດ ລະຫວ່າງ ເອຣິເທຣຍ ກັບ ເອທິໂອເປຍ ແລະ ໂຊມາເລຍ ໃນເດືອນກໍລະກົດ
ທີ່ຜ່ານມາ.

ຄວາມຂັດແຍ້ງຂອງ ເອຣິເທຣຍ ກັບ ຈີບູຕີ ໄດ້ເກີດຂຶ້ນ ຈາກການປະທະກັນ ຢູ່ເຂດ
ຊາຍແດນໃນປີ 2008 ທີ່ໄດ້ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ໄດ້ສົ່ງຜົນໃຫ້ມີການຈັບ
ກຸມນັກໂທດສົງຄາມ ຈາກທັງສອງຝ່າຍ. ສາຍພົວດັ່ງກ່າວໄດ້ຢຸດຊະງັກລົງເປັນເວລາ
ຫຼາຍປີ ຫຼັງຈາກການພະຍາຍາມໄກ່ເກ່ຍໃນຄັ້ງທີ່ຜ່ານມາໄດ້ລົ້ມແຫຼວ.

ທ່ານ ໂມຮາເມັດ ຊີອາດ ດົວເລ (Mohamed Siad Doualeh), ເອກອັກຄະລັດຖະທູດ
ຈີບູຕີ ປະຈຳອົງການສະຫະປະຊາຊາດ, ກ່າວວ່າ ມັນເຖິງເວລາແລ້ວ ສຳລັບບັນດາປະ
ເທດຂອງ Horn of Africa ທີ່ຈະສະໜັບສະໜູນກັນແລະກັນ.

ທ່ານ ດົວເລ ໄດ້ກ່າວຕໍ່ວີໂອເອ ວ່າ “ຂ້າພະເຈົ້າຄິດວ່າ ພວກເຮົາທຸກຄົນ ທີ່ມີໜ້າທີ່ ໃນ
ການຮັກຊາດໃນແຫຼມດັ່ງກ່າວ ບໍ່ຄວນພົວພັນໃນການດີ້ນຮົນເຂັ່ນຂ້າກັນ ເຊິ່ງຖືກກະ
ຕຸ້ນໂດຍຄວາມພະຍາຍາມທີ່ຈະທ້າທາຍອ້າຍນ້ອງຂອງພວກເຮົາ, ແລະ ໃຫ້ສ້າງສາ
ເສດຖະກິດ ໃນອະນາຄົດສຳລັບປະຊາຊົນຂອງພວກເຮົາ. ນີ້ແມ່ນໜ້າທີ່ ໃນຄວາມຮັກ
ຊາດ. ພວກເຮົາໄດ້ຕິດໜີ້ປະຊາຊົນຂອງພວກເຮົາມາ ຢູ່ໃນແຫຼມດັ່ງກ່າວ.”

ທ່ານ ອາເມັດ ອິສເຊ ອາວັດ (Ahmed Isse Awad), ລັດຖະມົນຕີການຕ່າງປະເທດ
ຂອງ ໂຊມາເລຍ ໄດ້ກ່າວຕໍ່ວີໂອເອ ພະແນກ ໂຊມາເລຍ ວ່າ ປະເທດ ເອທິໂອເປຍ
ແລະ ໂຊມາເລຍ ໄດ້ມີບົດບາດທີ່ສຳຄັນ ໃນການຄືນດີກັນ ຂອງ ເອຣີເທຣຍ ກັບ ຈີບູຕີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG