ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໗ ພຶດສະພາ ໒໐໒໔

ສາມ​ປີຫຼັງ​ຈາກ​ການ​ກໍ່​ລັດ​ຖະ​ປະ​ຫານ, ລັດ​ຖະ​ບານ​ທະ​ຫານ​ຂອງ​ມຽນ​ມາ ໄດ້​ສູນ​ເສຍ​ຄວາມ​ໄດ້​ປຽບ ແຕ່​ຍັງ​ສູ້​ທົນ​ຢູ່


ສະ​ມາ​ຊິກ​ຂອງກອງ​ກຳ​ລັງ​ປະ​ຊາ​ຊົນ​ແມນ​ດາ​ເລ ຢືນ​ຍາມ​ຢູ່​ຖານ​ທັບ​ຂອງ​ເຂົາ​ເຈົ້າ​ໃນ​ປ່າ​ໃກ້​ກັບ​ເມືອງ ນາມ​ຊານ, ລັດ​ສານ ທາງ​ພາກ​ເໜືອ​ຂອງ ມຽນ​ມາ, 9 ທັນ​ວາ 2023.
ສະ​ມາ​ຊິກ​ຂອງກອງ​ກຳ​ລັງ​ປະ​ຊາ​ຊົນ​ແມນ​ດາ​ເລ ຢືນ​ຍາມ​ຢູ່​ຖານ​ທັບ​ຂອງ​ເຂົາ​ເຈົ້າ​ໃນ​ປ່າ​ໃກ້​ກັບ​ເມືອງ ນາມ​ຊານ, ລັດ​ສານ ທາງ​ພາກ​ເໜືອ​ຂອງ ມຽນ​ມາ, 9 ທັນ​ວາ 2023.

ວັນ​ທີ 1 ກຸມ​ພາ​ຈະ​ເປັນ​ຂີດ​ໝາຍ 3 ປີ​ ນັບ​ຕັ້ງ​ແຕ່ກອງ​ທັບ​ຂອງ​ມຽນ​ມາ ໄດ້​ໂຄ່ນ​ລົ້ມ​ລັດ​ຖະ​ບານ ​ທີ່​ຖືກ​ເລືອກ​ຢ່າງ​ເປັນ​ປະ​ຊາ​ທິ​ປະ​ໄຕ​ຂອງ​ປະ​ເທດ, ຈົນ​ກໍ່​ໃຫ້​ເກີດ​ສົງ​ຄາມ​ກາງ​ເມືອງ​ທີ່​ໄດ້​ສືບ​ຕໍ່​ທຳ​ລາຍ​ປະ​ເທດ​ທີ່​ມີ​ປະ​ຊາອນ 54 ລ້ານ​ຄົນ​ນັ້ນ.

ມັນ​ຍັງ​ຈະ​ເປັນ​ຄົບ​ຮອບ​ສາມ​ເດືອນກວ່າ​ ນັບ​ຕັ້ງ​ການ​ເປີດ​ປະ​ຕິ​ບັດ​ການ 1027, ເຊິ່ງ​ແມ່ນ​ການ​ໂຈມ​ຕີ​ທີ່​ສຳ​ຄັນ​ໂດຍ​ກຸ່ມ​ຕິດ​ອາ​ວຸດ​ບາງ​ກຸ່ມ​ຕໍ່​ລັດ​ຖະ​ບານ​ທະ​ຫານ. ການ​ຕໍ່​ສູ້​ດັ່ງ​ກ່າວ​ ໄດ້​ເຮັດ​ໃຫ້​ກອງ​ທັບ​ສູນ​ເສຍຫຼາຍ​ຄັ້ງ​ ແບບບໍ່​ເຄີຍ​ມີ​ມາ​ກ່ອນ ແລະ ພິ​ຈາ​ລະ​ນາ​ການ​ເຮັດສົງ​ຄາມດັ່ງ​ກ່າວ​ຄືນ​ໃໝ່.

ທ່ານ ຣິ​ເຈີດ ຮໍ​ຊີ, ທີ່​ປຶ​ກ​ສາ​ອາ​ວຸ​ໂສ​ ກ່ຽວ​ກັບ ມຽ​ນ​ມາ ສຳ​ລັບ​ກຸ່ມ​ວິ​ກິດ​ການ​ສາ​ກົນ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ເວ​ລາ​ເຮົາ​ເວົ້າ​ກ່ຽວ​ກັບ​ວ່າ​ພວກ​ເຮົາ​ຢູ່​ໃສ​ໃນ​ມື້ນີ້ຫຼັງ​ຈາກ​ສາມ​ປີ, ພວກ​ເຮົາຈະເວົ້າແທ້ໆ ກ່ຽວ​ກັບ ວ່າ​ພວກ​ເຮົາ​ຢູ່​ໃສ​ສາມ​ເດືອນຫຼັງ​ຈາກ​ປະ​ຕິ​ບັດ​ການ 1027.”

ນັບ​ຕັ້ງ​ແຕ່​ການ​ເລີ່ມ​ຕົ້ນ​ການ​ໂຈມ​ຕີ​ໃນ​ວັນ​ທີ 27 ຕຸ​ລາ, ກອງກຳ​ລັງ​ຝ່າຍ​ຄ້ານ​ໄດ້​ຍຶດ​ເອົາຫຼາຍ​ເມືອງ​ໃນ​ລັດ​ສານ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ມຽນ​ມາ​ຕິດ​ກັບ ຈີນ, ເຂົ້າ​ຄວບ​ຄຸມ​ຖະ​ໜົນ​ທີ່​ສຳ​ຄັນ​ໄປ​ສູ່​ເຂດ​ຊາຍ​ແດນ, ແລະ ໄດ້​ບັງ​ຄັບ​ທະ​ຫານ​ລັດ​ຖະ​ບານ​ທະ​ຫານຫຼາຍ​ຮ້ອຍ​ຄົນ​ໃຫ້​ຍອມ​ຈຳ​ນົນ.

ກອ​ງ​ທັບ​ໄດ້​ທຳ​ການ​ຕອບ​ໂຕ້​ດ້ວຍ​ການ​ການ​ໂຈມ​ຕີ​ທາງ​ອາ​ກາດ ແລະ ປືນ​ໃ​ຫຍ່​ຢ່າງ​ຮຸນ​ແຮງ ແຕ່​ໃນ​ປັດ​ຈຸ​ບັນ​ນີ້​ແມ່ນບໍ່​ສາ​ມາດ​ຍາດ​ເອົາ​ພື້ນ​ທີ່ໆ​ສູນ​ເສຍ​ໄປ​ຄືນ​ມາ. ນັ້ນ​ໄດ້​ເຮັດ​ໃຫ້​ກຸ່ມ​ກະ​ບົດ​ອື່ນໆ​ທົ່ວ​ ມຽນ​ມາ ​ມີ​ກຳ​ລັງ​ໃຈ​ທີ່​ຈະ​ໂຈມ​ຕີ ແລະ ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ລັດ​ຖະ​ບານ​ທະ​ຫານ.

ທ່ານ ຮໍ​ຊີ ໄດ້​ກ່າວ​ວ່າ “ໃນ​ທົ່ວຫຼາຍ​ພາກ​ສ່ວນ​ທີ່​ແຕກ​ຕ່າງ​ກັນ​ຂອງ​ປະ​ເທດ, ກຸ່ມ​ຊົນ​ເຜົ່າ​ຕິດ​ອາ​ວຸດ ແລະ ກອງ​ກຳ​ລັງ​ຕໍ່​ຕ້ານ​ໄດ້​ທຳ​ການ​ໂຈມ​ຕີ​ນັບ​ຕັ້ງ​ແຕ່​ວັນ​ທີ 27 ຂອງ​ເດືອນ​ຕຸ​ລາ​ເປັນ​ຕົ້ນ​ມາ. ປະ​ຊາ​ຊົນ​ຂອງ​ເຂົາ​ເຈົ້າ​ໄດ້​ເບິ່ງ​ສະ​ຖາ​ນະ​ການ ແລະ ເວົ້າ​ວ່າ, “ວາວ, ກອງ​ທັບ ມຽນ​ມາ ມີບັນ​ຫາ​ຢ່າງຫຼວງຫຼາຍ​ໃນ​ມື​ຂອງ​ເຂົາ​ເຈົ້າ​ ແລະ ມັນ​ເບິ່ງ​ຄື​ອ່ອນ​ແອ​ຢ່າງ​ແຮງ. ສະ​ນັ້ນ​ມັນ​ໄດ້​ໃຫ້ຄວາມ​ໝັ້ນໃຈ​ຕໍ່​ກຸ່ມ​ທີ່​ວ່ານີ້ ​ເພື່ອ​ທຳ​ການ​ໂຈມ​ຕີ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG