ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ຈັບກຸມ ທະຫານເຮືອ ສະຫະລັດ ທີ່ສົງໄສ ຂົ່ມຂືນ ແມ່ຍິງຍີ່ປຸ່ນ


ເອກອັກຄະລັດຖະທູດສະຫະລັດ ທ່ານ John Roos ຖະແຫຼງກ່ຽວກັບ ເຫດການຫຼັງຈາກໄດ້ພົບປະກັບເຈົ້າໜ້າທີ່ອາວຸໂສກະຊວງຕ່າງປະ ເທດຍີ່ປຸ່ນ
ເອກອັກຄະລັດຖະທູດສະຫະລັດ ທ່ານ John Roos ຖະແຫຼງກ່ຽວກັບ ເຫດການຫຼັງຈາກໄດ້ພົບປະກັບເຈົ້າໜ້າທີ່ອາວຸໂສກະຊວງຕ່າງປະ ເທດຍີ່ປຸ່ນ
ຕໍາຫຼວດຍີ່ປຸ່ນ ​ໄດ້​ຈັບ​ກຸມ​ທະຫາ​ນ​ເຮືອ​ສະຫະລັດ​ສອງ​ຄົນ ທີ່​ສົງໄສ​ວ່າ ​ໄດ້​ຂົ່ມຂືນ​ແມ່ຍິງ​ຍີ່ປຸ່ນ​ຄົນ​ນຶ່ງ ຢູ່​ທີ່​ເກາະ​ໂອ​ກິ​ນາວາ ທີ່​ກໍ່​ໃຫ້​ເກີດ​ຄວາມເຄັ່ງ​ຕຶງ​ຕື່ມ​ອີກ ກ່ຽວ​ກັບ​ການ​ມີໜ້າ​ຂອງ​ທະຫານ​ອະ​ເມ​ຣິກັນ​ ຢູ່​ທີ່​ເກາະດັ່ງກ່າວ.

​ໂຕ​ກຽວ​ໄດ້​ຮຽກ​ຕົວ ທ່ານ John Roos ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະ​ຈໍາ​ຍີ່ປຸ່ນ ​ເຂົ້າ ພົບ ​ແລະ​ທໍາ​ການ​ປະ​ທ້ວງເປັນທາງ​ການ​ຕໍ່​ເຫດການດັ່ງ ກ່າວ ຊຶ່ງ​ເວົ້າ​ກັນ​ວ່າ ​ໄດ້​ເກີດ​ຂຶ້ນ​ໃນ​ຕອນ​ເຊົ້າຂອງ​ວັນ​ອັງຄານ​ວານ​ນີ້ ຢູ່​ເກາະ​ໃຫຍ່ສຸດ ​ຂອງໝູ່​ເກາະ Okinawa.

​ເອກ​ອັກຄະລັດຖະທູດ Roos ​ເວົ້າ​ວ່າ ທາງ​ວໍ​ຊິງ​ຕັນ​ແມ່ນ​ມີ​ຄວາມ​ເປັນ​ຫ່ວງ​ທີ່​ສຸດ ກ່ຽວ​ກັບ​ເຫດການ​ທີ່​ເກີດ​ຂຶ້ນ ​ແລະ​ພ້ອມແລ້ວທີ່​ຈະໃຫ້ການ​ສະໜັບສະໜຸນ​ ​ແກ່​ການສືບສວນ​ສອບ​ສວນກ່ຽວ​ກັບ​ເລື່ອງ​ນີ້ ໂດຍ​ເຕັມ ຢ່າງສົມບູນ​ແລະຈະ​ແຈ້ງ.
XS
SM
MD
LG