ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອີຣ່ານ ກັກຂັງ ນັກຂ່າວ 4 ຄົນ ຮວມທັງ ນັກຂ່າວ ໜັງສືພິມ ວໍຊິງຕັນໂພສຕ໌


ແຜນທີ່ອີຣ່ານ
ແຜນທີ່ອີຣ່ານ

ໜັງສື​ພິມ The Washington Post ກ່າວ​ວ່າ ອີຣ່ານ ປາກົດ​
ວ່າ​ ໄດ້​ກັກ​ຂັງນັກ​ຂ່າວ​ຂອງຕົນ ປະຈຳນະຄອນ Tehran ພັນ​
ລະ​ຍາ​ຂອງ​ລາວ ​ແລະ​ນັກ​ຂ່າ​ວອາ​ເມຣິກັນ ອີກ​ສອງ​ຄົນ.

ຢູ່​ໃນ​ລາຍ​ງານທີ່ພິມເຜີຍແຜ່ໃນວັນ​ພະຫັດວານ​ນີ້ໜັງສືພິມ
The Washington Post ກ່າວ​ວ່າ ນັກ​ຂ່າວຂອງຕົນ ທ່ານ
Jason Rezaian ​ແລະພັນ​ລະ​ຍາ​ຂອງລາວ ​ໄດ້​ຖືກ​ກັກ​ຂັງ
​ໃນ​ຕອນ​ແລງ​ວັນ​ອັງຄານຜ່ານມາ ຢູ່​ທີ່ນະຄອນຫລວງ​ຂອງ
ອີຣ່ານ.

ໜັງ​ສື​ພິມ​ສະບັບນີ້ລາຍ​ງານ​ວ່າ ຕົນ​ບໍ່​ຊາບ​ວ່າແມ່ນ​ໃຜ​ຈັບ
ໂຕບຸກຄົນທັງສອງ​ໄປ ຫລື​ວ່າເປັນ​ດ້ວຍເຫດໃດ ​ແຕ່ກໍ​ກ່າວ​ວ່າ ຕົນມີ​ຄວາມ “​ກັງວົນ​ໃຈ
|ທີ່​ສຸດ” ​ແລະ​ເປັນ​ຫ່ວງ​ນຳ​ຄວາມປອດໄພຂອງ​ເຂົາ​ເຈົ້າ.

ທ່ານ Rezaian ອາຍຸ 38 ປີ ທີ່​ໄດ້ເລີ້ມ​ເຮັດ​ວຽກເປັນ​ນັກ​ຂ່າວ​ ໃຫ້​ແກ່ໜັງສື ພິມ The Washington Post ​ຢູ່ທີ່ນະຄອນເຕຫະຣ່ານ ມາຕັ້ງ​ແຕ່ປີ 2012 ​ນັ້ນ ແມ່ນຖືສອງສັນ
ຊາດ ຄືທັງອີຣ່ານ ​ແລະສະຫະລັດ.

ພັນ​ລະ​ຍາ​ຂອງ​ລາວ ນາງ Yeganeh Salehi ​ທີ່ຖື​ສັນຊາດ​ອີຣ່ານ ໄດ້​ເຮັດ​ວຽກ​ໃຫ້​ແກ່​ໜັງສືພິມ National ທີ່ມີສຳນັກງານຢູ່ສະຫະລັດອາຣັບ Emirates. ນາງໄດ້ຍື່ນຄຳຮ້ອງ
​ຂໍ​ບັດຢູ່ຢ່າງເປັນການຖາວອນ ​ໃນສະຫະລັດ.

ໜັງ​ສື​ພິມ The Washington Post ​ໄດ້​ລະບຸວ່າ ບຸກຄົນທັງສອງ​ເປັນ​ນັກ​ຖ່າຍຮູບ​ໜັງສື
​ພິມ ທີ່ເປັນອິດສະຫຼະ.

ກະຊວງ​ການ​ຕ່າງປະ​ເທດສະຫະລັດ ກ່າວ​ວ່າ ຕົນຮູ້​ຂ່າວແລ້ວກ່ຽວ​ກັບ​ລາຍ​ງານ ການ​ກັກ​
ຂັງ ​ແຕ່​ບໍ່​ໄດ້​ໃຫ້ຄວາມເຫັນໃດໆ ​ຍ້ອນ “​ພິຈາລະນາເຫັນວ່າເປັນເລື່ອງ ຄວາມລັບກ່ຽວ
ກັບສ່ວນບຸກຄົນ.”

XS
SM
MD
LG