ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ກຳປັ່ນ ບັນທຸກເຮືອບິນ 3 ລຳ ຂອງ ສຫລ ເຂົ້າຮ່ວມການຊ້ອມລົບ ຢູ່ເຂດປາຊີຟິກ

ກອງທັບເຮືອສະຫະລັດ ໄດ້ສົ່ງກຳປັ່ນບັນທຸກເຮືອບິນ USS Ronald Reagan, ກາງ, ແລະ ກຳປັ່ນພິຄາດ USS Stethem, ຊ້າຍ, ໄປປະຈຳການ ຢູ່ຄຽງຂ້າງ ກຳປັ່ນລົບ ຂອງເກົາຫຼີໃຕ້ ໃນລະຫວ່າງການຊ້ອມລົບຮ່ວມ, ວັນທີ 18 ຕຸລາ 2017, ຢູ່ທາງພາກຕາເວັນອອກ ຂອງແຫຼມເກົາຫຼີ.

ກອງທັບເຮືອສະຫະລັດ ຈະທຳການຊ້ອມລົບ ໂດຍມີກຳປັ່ນບັນທຸກເຮືອບິນ 3 ລຳເຂົ້າ
ຮ່ວມ ໃນເຂດມະຫາສະໝຸດປາຊີຟິກ ເປັນເທື່ອທຳອິດ ໃນຮອບ 10 ປີ.

ກຸ່ມກຳປັ່ນໂຈມຕີ ທີ່ປະກອບດ້ວຍ ກຳປັ່ນບັນທຸກເຮືອບິນ Ronald Reagan ກຳປັ່ນ
ບັນທຸກເຮືອບິນ Nimitz ແລະ ກຳປັ່ນບັນທຸກເຮືອບິນ Theodore Roosevelt ຈະທຳ
ການຊ້ອມລົບໃນການປ້ອງກັນທາງອາກາດ ການສັງເກດການທາງທະເລ ການສົ່ງກຳລັງ
ແລະສະບຽງອາຫານໄປຕື່ມ ແລະການຝຶກຊ້ອມອື່ນໆໃນເຂດນ່ານນ້ຳສາກົນ ແຕ່ວັນທີ
11 ຫາ 14 ພະຈິກ ອີງຕາມຄຳຖະແຫຼງ ຂອງກອງທັບເຮືອໃນວັນພຸດວານນີ້.

ກຸ່ມກຳປັ່ນໂຈມຕີ ທີ່ປະກອບດ້ວຍ ກຳປັ່ນບັນທຸກເຮືອບິນ USS Nimitz, USS Kitty Hawk ແລະ USS John C. Stennis ຮ່ວມກັນແລ່ນເປັນຖັນແຖວ ໃນລະຫວ່າງການຝຶກຊ້ອມທີ່ມີຊື່ວ່າ Valiant Shield 2007 ຢູ່ໃນມະຫາສະໝຸດ ປາຊີຟິກ ໃນພາບຖ່າຍເມື່ອວັນທີ 14 ສິງຫາ 2007.

ຜູ້ບັນຊາການກອງທັບເຮືອໃນເຂດປາຊີຟິກຂອງສະຫະລັດ ພົນເຮືອເອກ Scott Swift
ກ່າວວ່າ “ມັນເປັນໂອກາດຫາຍາກ ທີ່ຝຶກຊ້ອມໂດຍມີກຳປັ່ນບັນທຸກເຮືອບິນ 2 ລຳ
ເຂົ້າຮ່ວມ ແລະຍິ່ງຍາກຂຶ້ນໄປຕື່ມອີກທີ່ຈະຝຶກຊ້ອມໂດຍມີກຳປັ່ນບັນ ທຸກເຮືອບິນ​
3 ລຳ ເຂົ້າຮ່ວມ. ການຊ້ອມລົບຢູ່ໃນເຂດມະຫາສະໝຸດປາຊີຟິກຕາເວັນຕົກນີ້ ແມ່ນ
ຫຼັກຖານອັນເຂັ້ມແຂງ ທີ່ສະແດງໃຫ້ເຫັນເຖິງ ຄວາມສາມາດພິເສດຂອງກອງທັບເຮືອ
ສະຫະລັດ ໃນເຂດປາຊີຟິກ ແລະຄວາມໝັ້ນໝາຍ ແບບບໍ່ມີການປ່ຽນແປງທີ່ຈະສືບຕໍ່
ເຮັດໃຫ້ຂົງເຂດດັ່ງກ່າວ ມີຄວາມໝັ້ນຄົງ ແລະ ສະຖຽນລະພາບ.”

ເທື່ອຫລ້າສຸດທີ່ກຳປັ່ນບັນທຸກເຮືອບິນ 3 ລຳ ໄດ້ປະຕິບັດງານຮ່ວມກັນໃນເຂດມະຫາ
ສະໝຸດປາຊີຟິກ ມີຂຶ້ນໃນລະຫວ່າງການຊ້ອມລົບ Valiant Shield ປີ 2006 ແລະ
2007​ ຢູ່ນອກແຄມຝັ່ງທະເລຂອງເກາະກວາມ.

ການປະກາດກ່ຽວກັບການຊ້ອມລົບດັ່ງກ່າວ ມີຂຶ້ນໃນຂະນະທີ່ປະທານາທິບໍດີດໍໂນລ
ທຣຳ​ ເດີນທາງໄປເຖິງປະເທດຈີນ ເພື່ອເຈລະຈາຫາລືກ່ຽວກັບເລື່ອງອາວຸດນິວເຄລຍ
ແລະ ລູກສອນໄຟຂອງເກົາຫຼີເໜືອ.

ເຈົ້າໜ້າທີ່ທຳນຽບຂາວ ກ່າວວ່າ ປະທານາທິບໍດີຕ້ອງການທີ່ຈະກົດດັນໃຫ້ຈີນ ພັນທະມິດ
ທີ່ໃກ້ຊິດທີ່ສຸດ ແລະຄູ່ການຄ້າທີ່ໃຫຍ່ທີ່ສຸດຂອງເກົາຫຼີເໜືອ ກົດດັນໃຫ້ພຽງຢາງປະຖິ້ມ
ໂຄງການອາວຸດນິວເຄລຍຂອງຕົນ.

ກ່ອນໜ້ານີ້ ທີ່ນະຄອນຫຼວງໂຊລ ປະທານາທິບໍດີທຣຳ ໄດ້ເຕືອນພຽງຢາງວ່າ ເກົາຫຼີເໜືອ
ບໍ່ຄວນທີ່ຈະປະເມີນ ສະຫະລັດຕ່ຳເກີນໄປ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG