ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານ ສປຊ 4 ຄົນ ແລະ ມາລີ ຄົນນຶ່ງ ເສຍຊີວິດ ໃນການໂຈມຕີ ຂອງພວກຈີຮາດ


ແຜນທີ່ມາລີ
ແຜນທີ່ມາລີ

ກຳລັງຮັກສາສັນຕິພາບ ຂອງອົງການສະຫະປະຊາຊາດໃນປະເທດມາລີຖະແຫຼງວ່າ ທະຫານຂອງຕົນ 4 ຄົນ ແລະທະຫານມາລີ 1 ຄົນ ໄດ້ຖືກຂ້າຕາຍ ໃນວັນສຸກວານນີ້ ໃນການປະທະກັນ 2 ຄັ້ງ. ນອກນັ້ນ ຍັງມີອີກ 21 ຄົນໄດ້ຮັບບາດເຈັບໃນການໂຈມຕີ
ດັ່ງກ່າວ.

ທ່ານຟາຣານ ຮັຄ ໂຄສົກຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດກ່າວ
ວ່າ ໃນການສູ້ລົບກັນຢູ່ບ່ອນທຳອິດນັ້ນ ກຳລັງຮັກສາສັນຕິພາບໄດ້ຂັບໄລ່ພວກບຸກ
ໂຈມຕີ ທີ່ບໍ່ລະບຸຝ່າຍ ໃຫ້ລ່າຖອຍໄປ ໃນລະຫວ່າງ ການປະຕິບັດງານ ທີ່ມີການປະ
ສານງານກັນ ກັບທະຫານມາລີ.” ກຳລັງຮັກສາສັນຕິພາບ 3 ຄົນ ແລະທະຫານມາລີ
ຜູ້ນຶ່ງເສຍຊີວິດ ໃນການປະທະທີ່ເກີດຂຶ້ນຢູ່ໃນເຂດເມນາກາ.

ໃນການໂຈມຕີຢູ່ບ່ອນທີສອງຂອງພວກຫົວຮຸນແຮງນັ້ນແມ່ນມີຂຶ້ນໃກ້ໆເມືອງດູແອັນ
ເຊ ຊຶ່ງເຮັດໃຫ້ກຳລັງຮັກສາສັນຕິພາບອີກຄົນນຶ່ງ ເສຍຊີວິດ.

ທ່ານຮັຄເວົ້າວ່າ ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານອານໂຕນີໂອ
ກິວເຕເຣສ ໄດ້ປະນາມຢ່າງແຮງ ຕໍ່ການໂຈມຕີຢ່າງບັງອາດ ໃສ່ກຳລັງຮັກສາສັນຕິ
ພາບນາໆຊາດຂອງອົງການສະຫະປະຊາຊາດໃນປະເທດມາລີທີ່ເອີ້ນຫຍໍ້ເປັນພາ
ສາອັງກິດວ່າ MINUSMA ນັ້ນ.

ໂຄສົກກ່າວວ່າ ການໂຈມຕີຕໍ່ກຳລັງສະຫະປະຊາຊາດ “ອາດປະກອບເປັນການກໍ່
ອາຊະຍາກຳສົງຄາມພາຍໃຕ້ກົດໝາຍສາກົນແລະສາມາດນຳໃຊ້ການລົງໂທດຕໍ່
ພວກທີ່ຮັບຜິດຊອບ.”

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດກ່າວວ່າ ກອງກຳລັງໃໝ່ທີ່ປະກອບ
ດ້ວຍ 5 ປະເທດໃນເຂດຊາແຮລ ຄືປະເທດມາລີ ໄນເຈີ ເບີກີນາຟາໂຊ ມໍຣິເຕເນຍ
ແລະຊາດ ອາດຈະຊ່ອຍເຮັດໃຫ້ “ມີບັນຍາກາດ ທີ່ຄວາມໝັ້ນຄົງຕື່ມຂຶ້ນ” ຢູ່ໃນຂົງ
ເຂດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG