ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກແຮັກເກີ ຜູ້ທີ່ຮັບຜິດຊອບ ໃນການໂຈມຕີ ຕໍ່ພວກຮ້ານຄ້າ ຂອງ ສຫລ ຖືກຈັບ


ຜູ້ຕ້ອງສົງໄສ 3 ຄົນ ໄດ້ຖືກກ່າວຫາວ່າ ທຳການໂຈມຕີ ຕໍ່ບໍລິສັດຕ່າງໆ ຢູ່ເກືອບ 100 ປະເທດ ໃນໄລຍະສອງສາມປີ ເມື່ອບໍ່ດົນມານີ້ ແລະ ໄດ້ລັກເອົາ ເລກ ບັດເຄຣດິນ ແລະ ບັດເດບິດ ຂອງລູກຄ້າໄປ ຫຼາຍລ້ານບັດ ພ້ອມດ້ວຍບັນທຶກ
ຕ່າງໆ ຂອງບໍລິສັດທັງຫຼາຍ.
ຜູ້ຕ້ອງສົງໄສ 3 ຄົນ ໄດ້ຖືກກ່າວຫາວ່າ ທຳການໂຈມຕີ ຕໍ່ບໍລິສັດຕ່າງໆ ຢູ່ເກືອບ 100 ປະເທດ ໃນໄລຍະສອງສາມປີ ເມື່ອບໍ່ດົນມານີ້ ແລະ ໄດ້ລັກເອົາ ເລກ ບັດເຄຣດິນ ແລະ ບັດເດບິດ ຂອງລູກຄ້າໄປ ຫຼາຍລ້ານບັດ ພ້ອມດ້ວຍບັນທຶກ ຕ່າງໆ ຂອງບໍລິສັດທັງຫຼາຍ.

ພວກໂຈນຂະໂມຍທາງໄຊເບີ ຫຼື ແຮັກເກີ ຜູ້ທີ່ໄດ້ລັກເອົາ ໂຕເລກ ຂອງ ບັດເຄຣດິດ
ແລະ ບັດເດບິຕ ຂອງທະນາຄານ ຫຼາຍລ້ານບັດ ຈາກພວກຮ້ານຄ້າ ແລະ ພວກຮ້ານ
ອາຫານທີ່ມີຫຼາຍເຄືອຂ່າຍ ຂອງສະຫະລັດ ໃນສອງສາມປີ ບໍ່ດົນມານີ້ ຖືກຈັບໄດ້ແລ້ວ.

ໃນວັນພຸດວານນີ້ ບັນດາເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍຂອງສະຫະລັດ ໄດ້ປະກາດການ
ຈັບກຸມດັ່ງກ່າວ ແລະກ່າວຟ້ອງ ຜູ້ນຳຂອງກຸ່ມ FIN7 ຊຶ່ງເປັນກຸ່ມອາຊະຍາກອນທາງ
ໄຊເບີ ທີ່ມີຊື່ສຽງອັນເໜົ່າເໝັນ ຢູ່ໃນພາກຕາເວັນອອກ ຂອງທະວີບຢູໂຣບ ທີ່ໄດ້ຖືກ
ສົງໄສມາເປັນເວລາດົນນານ ວ່າ ດຳເນີນການໂຈມຕີຫຼາຍໆຄັ້ງລຽນຕິດ ຕໍ່ບໍລິສັດຕ່າງໆ
ຂອງ ສະຫະລັດ ຫຼາຍກວ່າ 120 ບໍລິສັດ ໃນລະຫວ່າງ ປີ 2015 ຫາ 2017.

ພວກບໍລິສັດເປົ້າໝາຍ ສ່ວນໃຫຍ່ແລ້ວ ແມ່ນຮ້ານອາຫານ ບໍລິສັດຫລິ້ນກາຊີໂນ ແລະ
ອຸດສາຫະກຳດ້ານການຕ້ອນຮັບ ອີງຕາມບັນດາໄອຍະການທັງຫຼາຍ. ທາງການ
ສະຫະລັດ ໄດ້ລະບຸໂຕ ພຽງແຕ່ 7 ທຸຸລະກິດ ທີ່ຕົກເປັນຜູ້ເສຍຫາຍ ໂດຍປະກອບມີ
ຮ້ານອາຫານ Chipotle Mexican Grill, Chili’s, Arby’s, Red Robin ແລະ
Jason’s Deli ຮ້ານອາຫານທັງໝົດນີ້ ໄດ້ເປີດເຜີຍຕໍ່ສາທາລະນະ ວ່າ ການລັກເອົາ
ຂໍ້ມູນ ເມື່ອບໍ່ດົນມານີ້ ແມ່ນເປັນຍ້ອນກຸ່ມ FIN7.

ບັນດາເຈົ້າໜ້າທີ່ ໄດ້ລະບຸໂຕ ຜູ້ນຳຂອງກຸ່ມ FIN7 3 ຄົນ ສັນຊາດຢູເຄຣນ ຄື ທ້າວ
ດີມີໂທຣ ແຟໂດຣັອຟ ອາຍຸ 44 ປີ ທ້າວ ແຟເດຍ ຮາລາເດຍຣ ອາຍຸ 33 ປີ ແລະ ທ້າວ
ອານດຣີ ໂຄລປາຄັອຟ ອາຍຸ 30 ປີ.

ປາກົດວ່າ ທ້າວ ຮາລາເດຍຣ ເປັນຜູ້ບໍລິຫານລະບົບຂອງກຸ່ມ ແມ່ນຢູ່ໃນການຄວບຄຸມ
ໂຕ ໂດຍລັດຖະບານກາງ ສະຫະລັດ ໃນນະຄອນ ຊີແອໂຕລ ຫຼັງຈາກທີ່ ໄດ້ຖືກຈັບກຸມ
ຢູ່ໃນປະເທດເຢຍຣະມັນ ເມື່ອເດືອນມັງກອນ ແລະ ໄດ້ຖືກສົ່ງໂຕ ຜູ້ຮ້າຍຂ້າມແດນ ໃຫ້
ແກ່ ສະຫະລັດ ເມື່ອຕົ້ນເດືອນ ພຶດສະພາ ຜ່ານມານີ້.

ສ່ວນທ້າວ ແຟໂດຣັອຟ ຜູ້ທີ່ປາກົດວ່າ ກຳກັບນຳ ພວກແຮັກເກີ ຂອງກຸ່ມ FIN7 ຄົນ
ອື່ນໆ ແລະ ທ້າວ ໂຄລປາຄັອຟ ກໍເປັນຜູ້ກຳກັບ ອີກຄົນນຶ່ງ ຂອງກຸ່ມ ຍັງຄົງຖືກຄວບຄຸມ
ໂຕ ຢູ່ໃນປະເທດ ໂປແລນ ແລະ ສະເປນ ຕາມລຳດັບ ໂດຍການລໍຖ້າ ການສົ່ງຜູ້ຮ້າຍ
ຂ້າມແດນ ໃຫ້ແກ່ ສະຫະລັດ.

ພວກແຮັກເກີ ທັງສາມຄົນນີ້ ແຕ່ລະຄົນ ຖືກຟ້ອງຮ້ອງໂດຍສານລັດຖະບານກາງ ໃນ
ນະຄອນ ຊີແອໂຕລ ໃນຂໍ້ຫາສົມຮູ້ຮ່ວມຄິດ ການສໍ້ໂກງທາງໂທລະຄົມມະນາຄົມ
ການລັກເຈາະຂໍ້ມູນທາງຄອມພິວເຕີ ການສໍ້ໂກງໂດຍເຂົ້າໃນອຸປະກອນ ແລະ
ການຂະໂມຍເອກກະລັກຂອງບຸກຄົນ ຊ້ຳແລ້ວຊ້ຳອີກ ລວມທັງໝົດ 26 ກະໂທງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG