ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກບິນອະວະກາດ 3 ຄົນ ຈາກສະຖາ​ນີ ອະວະ​ກາດນາ​ໆ​ຊາດ ກັບຄືນລົງມາ ສູ່ໂລກແລ້ວ


​ບັນດານັກອະວະກາດ ປະຈຳຢູ່ໃນສະຖາ​ນີອະວະ​ກາດນາ​ໆ​ຊາດ - ຈາກ ສຫລ ທ່ານ Terry Virts (ຊ້າຍ), ຈາກອີຕາລີ ທ່ານນາງ Samantha Cristoforetti (ຂວາ) ແລະ ຣັດເຊຍ ທ່ານ Anton Shkaplerov (ກາງ) - ກຳລັງພັກຜ່ອນ ຫຼັງຈາກໄດ້ທີ່ກັບຄືນລົງມາສູ່ໂລກ ໃນບໍລິເວນ ຢູ່ນອກເມືອງ Dzhezkazgan ປະເທດ Kazakhstan, ວັນທີ 11 ມີຖຸນາ 2015.
​ບັນດານັກອະວະກາດ ປະຈຳຢູ່ໃນສະຖາ​ນີອະວະ​ກາດນາ​ໆ​ຊາດ - ຈາກ ສຫລ ທ່ານ Terry Virts (ຊ້າຍ), ຈາກອີຕາລີ ທ່ານນາງ Samantha Cristoforetti (ຂວາ) ແລະ ຣັດເຊຍ ທ່ານ Anton Shkaplerov (ກາງ) - ກຳລັງພັກຜ່ອນ ຫຼັງຈາກໄດ້ທີ່ກັບຄືນລົງມາສູ່ໂລກ ໃນບໍລິເວນ ຢູ່ນອກເມືອງ Dzhezkazgan ປະເທດ Kazakhstan, ວັນທີ 11 ມີຖຸນາ 2015.

ນັກ​ບິນ​ອະວະ​ກາດ 3 ຄົນ​ ຈາກ​ສະຖາ​ນີອະວະ​ກາດນາ​ໆ​ຊາດ ​
ໄດ້​ກັບ​ຄື​ນລົງມາສູ່​ໂລກ ຫຼັງ​ຈາກການ​ທີ່ ​ໄດ້ໄປປະຈຳ​ຢູ່​ເທິງ​
ອະວະ​ກາດເກືອບ 200 ມື້.

​ຍານອະວະ​ກາດ Soyuz ທີ່​ບັນຈຸ​ນັກ​ບິນ​ອະວະ​ກາດ​ Terry Virts
ຂອງອົງການອະວະກາດສະຫະລັດຫຼື NASA, ທ່ານ​ນາງ
Samantha Cristoferetti ຈາກອົງການ​ອະວະ​ກາດ ຢູ​ໂຣບ
​ແລະ ນັກບິນ​ອະວະ​ກາດຣັດ​ເຊຍ ທ່ານ Anton Shkalerov ​
ໄດ້​ກັບ​ລົງ​ມາ​ຮອດ​ໂລກ​ຢ່າງ​ປອດ​ໄພ ​ໃນ​ວັນ​ພະຫັດ​ວານ​ນີ້ ຢູ່​ທົ່ງ
​ຫຍ້າ​ອັນກວ້າງ​ໃຫຍ່ ຂອງປະ​ເທ​ດ Kazakhstan.

ທັງ​ສາມ​ຄົນ​ໄດ້​ຂຶ້ນ​ໄປ​ຮອດ​ສະຖາ​ນີອະວະ​ກາດນາໆ​ຊາດ ເມື່ອວັນ​ທີ 24 ​ເດືອນ​ພະຈິກ
ປີ 2014 ​ແລະ ​ໄດ້ໃຊ້​ເວລາ​ຫຼາຍ​ກວ່າ 6 ​ເດືອນ ​ເພື່ອທຳການ​ຄົ້ນ​ຄວ້າ ​ແລະ ທົດ​ລອງ
​ເທັກ​ໂນ​ໂລ​ຈີຕ່າງໆ.

​ອົງການ NASA ​ເວົ້າ​ວ່າ ​ພວກ​ເຂົາ​ໄດ້ໃຊ້​ເວລາ​ຢູ່​ເທິງ​ສະ​ຖາ​ນີອະວະ​ກາດ 199 ມື້ ​ແລະ
​ບັນ​ທຶກ​ໄລຍະ​ທາງ​ຂອງ​ການ​ໂຄຈອນ​ອ້ອມໂລກ​ ​ຫຼາຍ​ກວ່າ 135 ລ້ານກິ​ໂລແມັດ ຫຼື 84
ລ້ານໄມ.

ນັກ​ບິນ​ທີ່​ຍັງ​ເຫຼືອ​ຢູ່​ເທິງ​ສະຖານີ​ອະວະ​ກາດ ​ແມ່ນຜູ້​ບັນຊາ​ການ ຄະນະ ສຳຫຼວດ 44 ຫຼື
Expedition 44 ທ່ານ Gennady Padalka ຂອງ​ອົງການ​ອະວະ​ກາດ​ສະຫະພັນຣັດເຊຍ
ນັກ​ວິສະວະກອນ​ ການ​ບິ​ນ ທ່ານ Scott Kelly ຈາກ​ອົງການ NASA ​ແລ​ະ ທ່ານ Mikhail Kornienko ຈາກ Roscosmos.

ທ່ານ Kelly ​ແລະ ທ່ານ Kornienko ຢູ່ເທິງສະຖາ​ນີອະວະ​ກາດ​ໄດ້ເກືອບ 3 ​ເດືອນ​
ໃນການປະຈຳການເປັນເວລາ 1 ປີ ຢູ່​ເທິງສະຖານີແລ້ວ ​ເຊິ່ງອົງການ NASA ​ກ່າວ​ວ່າ
"ພວກ​ເຂົາ​ຈະເກັບ​ກຳ​ຂໍ້​ມູນ​ ທີ່​ມີຄ່າ ​ເພື່ອ​ວາງ​ແຜນ​ການ​ອອກ​ອະວະ​ກາດ​ເລິກ​
ພາ​ລະ​ກິດໄລຍະ​ຍາວ ໃນ​ອະນາຄົດ."

ອົງການ NASA ເວົ້າວ່າ ພະນັກງານທີ່ຍັງເຫລືອ ຂອງຄະນະສຳຫຼວດ Expedition 44
ຊຶ່ງໄດ້ແກ່ນັກບິນອະວະກາດຂອງອົງການ NASA ທ່ານ Kjell Lindgen, ນັກອະວະກາດ
ຂອງຣັດເຊຍ ທ່ານ Oleg Kononenko ແລະ ທ່ານ Kimiya Yui ຈາກອົງການສຳ​ຫລວດ
ອະວະກາດຍີ່ປຸ່ນ ແມ່ນມີແຜນທີ່ຈະຖືກສົ່ງຂຶ້ນ ຈາກຖານສົ່ງຍານອະວະກາດ Baikonur
ໃນປະ​ເທດ Kazakhstan ໃນທ້າຍເດືອນ ກໍລະກົດນີ້.

NASA Space Station
please wait
Embed

No media source currently available

0:00 0:00:59 0:00

XS
SM
MD
LG