ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

3 ຄົນ ຖືກ​​ຕັດສິນ​ລົງ​ໂທດ ປະຫານ​ຊີວິດ ​ຢູ່ຈີນ (ວີດີໂອ)


ມີ 5 ຄົນ​ ເສຍ​ຊີວິດ ​ແລະ ອີກ 40 ຄົນ​ໄດ້​ຮັບ​ບາດ​ເຈັບ​​ເມື່ອວັນທີ 28 ​ຕຸລາ 2013 ​ຜ່ານ​ມາ ​​ເວລາລົດ​ຄັນນຶ່ງ​ໄດ້​ແລ່ນ​ເຂົ້າ​ໄປ​ຕຳ​ ​ກຸ່ມ​​ນັກ​ທ່ອງ​ທ່ຽວ ຢູ່​ເບື້ອງ​ເໜືອ​ສຸດ​ຂອງຈະຕຸ​ລັດ ຕຽນ​ອັນ​ເໝິນ ​ແລະ ລະ​ເບີດ​ຂຶ້ນ​ເປັນ​ ​​ໄຟ​.
ມີ 5 ຄົນ​ ເສຍ​ຊີວິດ ​ແລະ ອີກ 40 ຄົນ​ໄດ້​ຮັບ​ບາດ​ເຈັບ​​ເມື່ອວັນທີ 28 ​ຕຸລາ 2013 ​ຜ່ານ​ມາ ​​ເວລາລົດ​ຄັນນຶ່ງ​ໄດ້​ແລ່ນ​ເຂົ້າ​ໄປ​ຕຳ​ ​ກຸ່ມ​​ນັກ​ທ່ອງ​ທ່ຽວ ຢູ່​ເບື້ອງ​ເໜືອ​ສຸດ​ຂອງຈະຕຸ​ລັດ ຕຽນ​ອັນ​ເໝິນ ​ແລະ ລະ​ເບີດ​ຂຶ້ນ​ເປັນ​ ​​ໄຟ​.
ສານແຫ່ງ​ນຶ່ງ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ ​ໄດ້​ຕັດສິນ​ລົງ​ໂທດ
ປະຫານ​ຊີວິດ ​3 ຄົນ ທີ່​ໄດ້​ວາງ​ແຜນ​ການ​ໃຊ້​ລົດຂັບ​ເຂົ້າ​ຕຳ​
ປະຕູ​ໃຫຍ່ ​ທາງ​ເຂົ້າ​ຈະຕຸ​ລັດ ຕຽນ​ອັນ​ເໝິນ ໃນນະຄອນຫລວງ
​ປັກ​ກິ່ງ ທີ່​ເຮັດໃຫ້​ຄົນ​ເສຍ​ຊີວິດ ​ໃນ​ປີ​ກາຍ​ນີ້.

​ໃນ​ວັນ​ຈັນ​ມື້​ນີ້ ສານ​ປະຊາຊົນຊັ້ນ​ກາງ​ຂອງ​ເມືອງ ອຸລຸ​ມຈີ ໃນ
​ເຂດ​ປົກຄອງ​ຕົນ​ເອງ ຊີນ​ຈຽງ ​ຂອງ​ຊາ​ວວີ​ເກີ້ ໄດ້ຕັດສິນ​ລົງ​ໂທ​ດ
ອີກຄົນ​ນຶ່ງ ​ໃຫ້ຈຳຄຸກ​ຕະຫຼອດຊີວິດ ​ແລະຈຳ​ຄຸກ ​ອີກ 4 ຄົນ ​
ຕັ້ງ​ແຕ່ 5 ປີ ​ໄປຫາ 20 ປີ ຍ້ອນ​ບົດບາດ​ຂອງ​ເຂົາ​ເຈົ້າ ໃນ​ການ​
ວາງ​ແຜນ​ໂຈມ​ຕີ ດັ່ງກ່າວ.

ມີ 5 ຄົນ​ ເສຍ​ຊີວິດ ​ແລະ ອີກ 40 ຄົນ​ໄດ້​ຮັບ​ບາດ​ເຈັບເມື່ອເດືອນ​ຕຸລາ​ຜ່ານ​ມາ ເວລາ
ລົດ​ຄັນນຶ່ງ​ໄດ້​ແລ່ນ​ເຂົ້າ​ໄປ​ຕຳ​ ​ກຸ່ມນັກ​ທ່ອງ​ທ່ຽວ ຢູ່​ເບື້ອງ​ເໜືອ​ສຸດ​ຂອງຈະຕຸ​ລັດ ຕຽນ
​ອັນ​ເໝິນ ​ແລະລະ​ເບີດ​ຂຶ້ນ​ເປັນ​ ໄຟ​. ລວມຢູ່​ໃນ​ຈຳນວນ 5 ຄົນ ທີ່​ເສຍ​ຊີວິດ​ນັ້ນ 2 ຄົນ
​ເປັນ​ຜູ້​ຢືນ​ເບິ່ງ ​ແລະ​ອີກ 3 ຄົນ ​ເປັນ​ຜູ້​ຂັບ​ລົດ ​ພ້ອມ​ກັບເມຍ ແລະ​ ແມ່​ເຖົ້າ​ຂອງ​ຜູ້​ກ່ຽວ.

ເຂດ​ປົກຄອງ​ຕົນ​ເອງ Xinjiang ​ເປັນ​ສູນ​ກາງຂອງ​ຂະ​ບວນການ​ແບ່ງ​ແຍ​ກດິນ​ແດນ
ທີ່​ໃຊ້​ຄວາມ​ຮຸນ​ແຮງ ຂອງຊາວ​ມຸສລິ​ມ ​ເຜົ່າວີ​ເກີ້ ທີ່​ເວົ້າວ່າ ​ເຂົາ​ເຈົ້າຖືກ​ລັດຖະບານ
ປັກ​ກິ່ງ ກົດ​ຂີ່ປາບ​ປາມ.
CHINA TIANANMEN VO
please wait
Embed

No media source currently available

0:00 0:00:58 0:00
XS
SM
MD
LG