ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

3 ຄົນ ເສຍຊີວິດ ຍ້ອນ ການປະທະກັນ ທີ່ ນະຄອນ Kyiv (ວີດີໂອ/ສະໄລດ໌)


Ukraine Crisis Deepens As Protesters Shot Dead
please wait

No media source currently available

0:00 0:02:55 0:00
ລິງໂດຍກົງ

ເບິ່ງລາຍງານວີດີໂອ ກ່ຽວກັບຂ່າວນີ້:

ບັນດາ​ເຈົ້າ​ໜ້າ​ທີ່ ​ໃນ ​ຢູ​ເຄຣນ ກ່າວ​ວ່າ ພວກ​ປະ​ທ້ວງຕໍ່ຕ້ານ​ລັດ
ຖະບານ ສາມ​ຄົນ ​ໄດ້​ເສຍ​ຊີວິດ ຢູ່​ໃນ​ນະຄອນຫລວງ Kyiv ໃນ
ການ​ປະ​ທະ​ຮອບ​ໃໝ່​ ກັບ​ຕໍາຫລວດ.

ມີລາຍງານວ່າ ພວກ​ປະ​ທ້ວງ​ສອງ​ຄົນ ໄດ້​ຮັບ​ບາດ​ເຈັບ​ຈາກ​ການ
ຖືກຍິງ. ​ເຈົ້າ​ໜ້າ​ທີ່​ການ​ແພດ​ຄົນ​ນຶ່ງ ກ່າວ​ວ່າ ນັກ​ເຄື່ອນ​ໄຫວ​ຄົນ
​ນຶ່ງ ​ໄດ້​ລົ້ມ​ຕາຍ​ ຢູ່​ທີ່​ບ່ອນປະ​ທະ​ກັນນັ້ນ.

ລາຍ​ງານ​ຂ່າວແຈ້ງ​ວ່າ ຕໍາຫລວດ​ພະຍາຍາມ ມ້າງ​ເພ​ຄ້າຍ​ຂອງ​
ພວກ​ປະ​ທ້ວງ ​ທີ່ນະຄອນຫຼວງ Kyiv ​ໃນ​ວັນ​ພຸດ​ມື້​ນີ້ ​ແລະ​ໄດ້​ຍິງ
​ລະເບີດ​ນໍ້າຕາໃສ່​ພວກ​ປະ​ທ້ວງຊຶ່ງ​ໄດ້​ຕອບ​ໂຕ້​ດ້ວຍ​ການ​ແກວ່ງ
​ກ້ອນ​ຫີນ ​ແລະ​ລະ​ເບີດ​ທີ່​ເຮັດ​ເອົາ​ເອງ​ເຂົ້າໃສ່ຕໍາຫລວດ.



ສະຖານທູດສະຫະລັດ ​ໃນ​ນະຄອນ Kyiv ກ່າວໃນ​ວັນ​ພຸດ​ມື້​ນີ້​ວ່າ ຕົນ​ໄດ້​ຍົກ​ເລີກ​ການ​ອອກ
​ວີ​ຊາ ​ໃຫ້​ແກ່ຊາວຢູ​ເຄຣນຫລາຍ​ຄົນ ທີ່​ພົວພັນ ​ກັບ​ຄວາມ​ຮຸນ​ແຮງ. ແຕ່ບັນດາ​ຊື່​ຂອງ​ຊາວຢູ​ເຄຣນເຫຼົ່ານີ້ ບໍ່​ໄດ້​ຖືກ​ເປີດ​ເຜີຍໃຫ້ຊາບ.

ແລະ ຫົວໜ້າ ນະ​ໂຍບາຍ​ຕ່າງປະ​ເທດ ຂອງສະຫະພາບ​ຢູໂຣບ ທ່ານ​ນາງ Catherine
Ashton ​ໃນ​ວັນ​ພຸດມື້ນີ້ ​ໄດ້​ຮຽກຮ້ອງ “​ໃຫ້​ຍຸຕິໃນ​ທັນ​ທີ” ​ຕໍ່ການ​ເພີ້​ມທະວີ​ຄວາມ​ຮຸນ​ແຮງ.
ຫລັງ​ຈາກ​ໄດ້ມີລາຍ​ງານກ່ຽວກັບການ​ເສຍ​ຊີວິດ ທ່ານ​ນາງ ໄດ້​ປະນາມ​ຢ່າ​ງ​ແຮງ ​ຕໍ່​ເຫດ
ການຄວາມ​ຮຸນ​ແຮງດັ່ງກ່າວ.

Ukraine
please wait
Embed

No media source currently available

0:00 0:01:14 0:00
XS
SM
MD
LG