ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີ 3 ຄົນ ຖືກລາງວັນ Powerball ທີ່ມີຍອດເງິນສູງເຖິງ 1 ພັນ 500 ລ້ານໂດລາ ສະຫະລັດ


ປ້າຍປະກາດລາງວັນ lottery ສູງສຸດ ເປັນປະຫວັດການໃນ
ສະຫະລັດ ທີ່ມີຍອດເງິນສູງເຖິງ 1 ພັນ 500 ລ້ານໂດລາ ສະຫະລັດ ທີ່ມອງເຫັນຈາກໃນກາງເມືອງ Pittsburgh, ລັດ Pennsylvania, 12 ມັງກອນ 2016.
ປ້າຍປະກາດລາງວັນ lottery ສູງສຸດ ເປັນປະຫວັດການໃນ ສະຫະລັດ ທີ່ມີຍອດເງິນສູງເຖິງ 1 ພັນ 500 ລ້ານໂດລາ ສະຫະລັດ ທີ່ມອງເຫັນຈາກໃນກາງເມືອງ Pittsburgh, ລັດ Pennsylvania, 12 ມັງກອນ 2016.

ລັດ California ທາງ​ພາກ​ຕາ​ເວັນ​ຕົກ, ລັດ Tennessee
ທາງ​ພາກກາງ​ຕອນໃຕ້ ​ແລະ​ລັດ Florida ທາງ​ພາກ​ຕາ​ເວັນ​
ອອກສຽງໃຕ້ຂອງ​ສະຫະລັດແມ່ນ​ມີ​ພວກ​ທີ່​ຖືກ lottery ທີ່​ຮູ້​ກັນ
​ວ່າ Powerball ທີ່​ມີລາງວັນ​ຫລາຍ​ເປັນ​ປະຫວັດ​ການ 1 ພັນ
500 ລ້ານ​ໂດ​ລ່າ​.

​ໂຄ​ສົກ​ຂອງ​ຫ້ອງການ lottery ​ໃ​ນລັດ California ທ່ານ Alex
Traverso ​ໄດ້​ກ່າວ​ໃນແລງວັນພຸດ​ວານ​ນີ້ວ່າ ນຶ່ງ​ໃນ lottery
ທີ່ຖືກ​ນັ້ນ​ ແມ່ນ​ໄດ້ຊື້​ຈາກ​ຮ້ານ​ຊື້ສະດວກ​ 7-11 ​ໃນເຂດ Chino Hills ຄຸ້ມທີ່​ຂ້ອນ​ຂ້າງ​ຮັ່ງມີ ນອກອອກ​ໄປ​ຈາກ​ນະຄອນ Los Angeles. ສະຖານ​ທີ່​ອື່ນໆ ທີ່ມີ​ຄົນ​ຖື​ກ lottery ນັ້ນ ​ແມ່ນ​ຢູ່​ໃນ​ລັດ Tennessee ​ແລະ​ລັດ Florida ຊຶ່ງຍັງ​ບໍ່​ທັນ​ຮູ້​ແນ່​ນອນ​ເທື່ອວ່າ​ຢູ່​ບ່ອນ​ໃດ​ແທ້. ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ ກ່ຽວ​ກັບ​ລາຍລະອຽດຕ່າງໆ​ຂອງພວ​ກທີ່​ຖືກ​ lottery ນັ້ນເທື່ອ.

​ໂອກາດ​ຂອງ​ການ​ທີ່​ຈະ​ຖືກ lottery ນີ້​ແມ່ນກະ​ປະມານ​ວ່າ 1 ​ໃນຈຳນວນ 292 ລ້ານ 2 ​ແສນ.

ພວກ​ທີ່​ຖືກ​ລາງວັນ Powerball ທັງ​ໝົດນີ້ ຈະ​ຕ້ອງ​ແບ່ງປັນເງິນ​ລາງວັນ​ເທົ່າໆ​ກັນ. ພວກ​ເຂົາ​ເຈົ້າ​ອາດ​ຈະ​ເອົາ​ຍອດ​ທັງໝົດບາດ​ດຽວເລີຍກໍ​ໄດ້ ຊຶ່ງ​ຈະ​ຖືກ​ຕັດ​ພາສີ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ ຫຼື​ບໍ່ ກໍ​ຮັບ​ເ​ປັນ​ເງິນ​ລາຍ​ປີ ​ໃນ​ໄລຍະ 29 ປີ ຊຶ່ງ​ຖືກ​ຕັດພາສີ​ເປັນຫລຸດ​ນ້ອຍ​ລົງ.

​ເຈົ້າ​ໜ້າ​ທີ່​ຂອງ​ຫ້ອງການ lottery ​ກ່າວ​ວ່າ ການ​ຂາຍ​ບັດ lottery ​ແມ່ນ​ສູງ​ເປັນ​ປະຫວັດ​ການ ຊຶ່ງ​ເຮັດ​ໃຫ້​ລາງວັນ​ມີ​ຍອດ​ສູງ​ຫຼາຍ ​ໃນ​ທາງ​ດຽວ​ກັນ​ກໍ​ແມ່ນ​ວ່າ ​ໄດ້​ຂາຍ​ບັດ​ຫຼາຍ​ຂຶ້ນ.

ເກືອບ​ວ່າ​ທັງ 50 ລັດ​ໃນ​ສະຫະລັດ ອະນຸຍາດ​ໃຫ້​ມີ​ການ​ຂາຍ lottery ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ ​ແຕ່​ມີ​ປະມານ 6 ລັດ​ທີ່​ບໍ່​ອະນຸຍາດ​ໃຫ້​ປະກອບ​ທຸລະ​ກິດ​ດ້ານ​ນີ້ ຊຶ່ງ​ສ່ວນ​ໃຫຍ່​ຂອງ​ການ​ຂາຍ lottery ​ນີ້ ​ແມ່ນມີ​ຂຶ້ນ​ຢູ່​ຕາມ​ຊາຍ​ແດນ​ ຂອງ​ລັດ​ທີ່ບໍ່​ອະນຸຍາດ​ໃຫ້​ມີ​ການຂາຍບັດ lottery.

US Lottery Jackpot Tops $1 Billion, Shattering Records
please wait

No media source currently available

0:00 0:01:33 0:00

XS
SM
MD
LG