ມີຫຼາຍເຖິງ 3 ລ້ານ 1 ແສນຄົນ ອາດຈະຖືກຕັດບໍ່ໃຫ້ໄດ້ຮັບບັດຊື້ອາຫານ ຫຼື Food
Stamps ພາຍໃຕ້ຂໍ້ສະເໜີໃໝ່ ຂອງລັດຖະບານທ່ານດໍໂນລ ທຣຳ ທີ່ໄດ້ເປີດເຜີຍ
ໃນວັນອັງຄານວານນີ້.
ລັດຖະມົນຕີກະຊວງກະເສດສະຫະລັດ ທ່ານ Sonny Perdue ກ່າວຢູ່ໃນຖະແຫຼງ
ການວ່າ “ເປັນເວລາດົນນານແລ້ວ ຊ່ອງຫວ່າງນີ້ ໄດ້ຖືກນຳໃຊ້ ເພື່ອຂ້າມຜ່ານຄຳແນະ
ນຳ ທີ່ສຳຄັນ. ມັກຈະເກີດຂຶ້ນຢູ່ເລື້ອຍໆ ທີ່ບັນດາລັດໄດ້ໃຊ້ບໍ່ຖືກຕ້ອງໃນການແກ້ໄຂ
ແບບງ່າຍໆໂດຍປາດສະຈາກການຢັບຢັ້ງ.”
ລະບຽບທີ່ມີການສະເໜີດັ່ງກ່າວ ແມ່ນເປັນເລື້ອງຫລ້າສຸດຢູ່ໃນຄວາມພະຍາຍາມຂອງ
ລັດຖະບານທ່ານທຣຳ ທີ່ຈະຕັດຄືນໂຄງການຊ່ວຍເຫຼືອອາຫານ ຫຼື SNAP ທີ່ເປັນຊື່
ທາງການຂອງໂຄງການ Food Stamps. ນອກນັ້ນ ຍັງໄດ້ສະເໜີໃຫ້ ເຄັ່ງຄັດຂຶ້ນ
ກວ່າເກົ່າກ່ຽວວຽກທີ່ບັງຄັບສຳລັບບັນດາຜູ້ທີ່ໄດ້ຮັບການຊ່ວຍເຫຼືອອາຫານຈາກ
ລັດຖະບານກາງ.
ເທົ່າທີ່ຜ່ານມາ ບັນດາຄອບຄົວທີ່ໄດ້ລົງທະບຽນຢູ່ໃນລັດທີ່ບໍລິຫານການຊ່ວຍເຫຼືອອາ
ຫານຢ່າງອັດຕະໂນມັດ ໄດ້ກາຍມາລົງທະບຽນ ຢູ່ໃນໂຄງການ food stamps ໂດຍ
ປາດສະຈາກ ການກວດກາເບິ່ງລາຍໄດ້ຂອງເຂົາເຈົ້າ ຫຼືຊັບສົມບັດ.
ບັນດາເຈົ້າໜ້າທີ່ອົງການ ກ່າວວ່າ ຂໍ້ສະເໜີນີ້ ອາດຈະປະຢັດເງິນຜູ້ເສຍພາສີ ຫຼາຍ
ພັນລ້ານໂດລາ. ບັນດາຜູ້ທີ່ສູນເສຍການຊ່ວຍເຫຼືອ ເຂົາເຈົ້າຈະສາມາດຂໍຄືນໃໝ່ໄດ້
ແລະຮັບການຊ່ວຍເຫຼືອ ຖ້າຫາກເຂົາເຈົ້າມີຄຸນສົມບັດບົນພື້ນຖານການຊ່ວຍເຫຼືອ
ຂອງລັດຖະບານກາງ.