ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາຍປາແລັສໄຕນ໌ 3 ຄົນ ຖືກກຳລັງ ອິສຣາແອລ ສັງຫານ ໃນເຂດຊາຍແດນ ກາຊາ


ຊາວປາແລັສໄຕນ໌ ພາກັນຍົກຍ້າຍຜູ້ບາດເຈັບ ອອກໄປ ໃນລະວຫວ່າງ ການປະທະກັນ ກັບກຳລັງຂອງອິສຣາແອລ ຢູ່ໃກ້ໆຮົ້ວ ໃນເຂດແບ່ງແຍກ ກາຊາ ຈາກອິສຣາແອລ ເມື່ອວັນທີ 14 ມິຖຸນາ 2019.
ຊາວປາແລັສໄຕນ໌ ພາກັນຍົກຍ້າຍຜູ້ບາດເຈັບ ອອກໄປ ໃນລະວຫວ່າງ ການປະທະກັນ ກັບກຳລັງຂອງອິສຣາແອລ ຢູ່ໃກ້ໆຮົ້ວ ໃນເຂດແບ່ງແຍກ ກາຊາ ຈາກອິສຣາແອລ ເມື່ອວັນທີ 14 ມິຖຸນາ 2019.

ຊາຍປາແລັສໄຕນ໌ 3 ຄົນ ຖືກຂ້າຕາຍໂດຍກຳລັງຂອງອິສຣາແອລ ອີງຕາມກະຊວງ
ສາທາລະນະສຸກ ຂອງປາແລັສໄຕນ໌ ທີ່ໄດ້ກ່າວໃນວັນອາທິດມື້ນີ້ ນອກຈາກນັ້ນ
ກະຊວງນີ້ ກ່າວຕື່ມວ່າ ຊາຍປາແລັສໄຕນ໌ ອີກຄົນນຶ່ງ ກໍໄດ້ຮັບບາດເຈັບ ໃນການຍິງ
ສັງຫານດັ່ງກ່າວ.

ຖະແຫລງການຂອງກອງທັບອິສຣາແອລ ສະບັບນຶ່ງ ໄດ້ກ່າວວ່າ “ເຮລິຄັອບເຕີໂຈມຕີ
ແລະລົດຖັງ” ຂອງກອງທັບ ໄດ້ເປີດສາກຍິງເຂົ້າໃສ່ ກຸ່ມພວກຜູ້ຊາຍຕິດອາວຸດ ທີ່ໄດ້
ພົບເຫັນຢູ່ “ກົງກັນຂ້າມຮົ້ວຮັກສາຄວາມປອດໄພ ໃນເຂດກາຊາ ທາງຕອນເໜືອສຸດ”
ທີ່ແບ່ງແຍກອິສຣາແອລ ຈາກກາຊາ.

ເຫດການດັ່ງກ່າວເກີດຂຶ້ນ ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກຈະຫຼວດ 3 ລູກ ໄດ້ຖືກຍິງຈາກ
ເຂດກາຊາ ເຂົ້າມາໃນອິສຣາແອລ.

ບໍ່ມີລາຍງານໃນທັນທີທັນໃດ ກ່ຽວກັນການເສຍຊີວິດໃດໆ ໃນເຫດການໂຈມຕີດ້ວຍ
ຈະຫຼວດນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG