ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປາແລັສໄຕນ໌ 4 ຄົນ ເສຍຊີວິດ ໃນຄວາມຮຸນແຮງ ຫຼ້າສຸດ ຢູ່ທີ່ຕາເວັນອອກກາງ


ພວກປະທ້ວງ ຊາວປາແລັສໄຕນ໌ ແກວ່ງກ້ອນຫິນ ໃສ່ກອງກຳລັງຮັກສາຄວາມປອດໄພ ອິສຣາແອລ ໃນລະຫວ່າງ ການປະທະກັນ ຢູ່ໃກ້ກັບ ເຂດຕັ້ງຖິ່ນຖານ Beit El ຢູ່ນອກ ເມືອງ Ramallah ໃນ West Bank, ວັນທີ 17 ຕຸລາ 2015.
ພວກປະທ້ວງ ຊາວປາແລັສໄຕນ໌ ແກວ່ງກ້ອນຫິນ ໃສ່ກອງກຳລັງຮັກສາຄວາມປອດໄພ ອິສຣາແອລ ໃນລະຫວ່າງ ການປະທະກັນ ຢູ່ໃກ້ກັບ ເຂດຕັ້ງຖິ່ນຖານ Beit El ຢູ່ນອກ ເມືອງ Ramallah ໃນ West Bank, ວັນທີ 17 ຕຸລາ 2015.

ຄວາມ​ຮຸນ​ແຮງ​ລະຫວ່າງ ພວກຊາວ​ນຸ່ມ​ປາ​ແລັດ​ໄຕ​ນ໌ ​ແລະ ​
ເຈົ້າໜ້າ​ທີ່​ຕຳຫຼວດ ​ໄດ້ທະວີ​ຮ້າຍ​ແຮງຂຶ້ນ​ໃນ​ວັນ​ເສົາ​ວານ​ນີ້
ຢູ່ໃນ​ ເມືອງ Hebron ​ແລະ Jerusalem ໃນເຂດຝັ່ງຕາເວັນຕົກ
ຂອງແມ່ນ້ຳຈໍແດນ ທີ່ຄອບ​ຄອງ​ໂດຍ​ອິສຣາ​ແອ​ລ ​ໂດຍ​ມີ​ລາຍ​ງານ
​ຈາກ​ເຈົ້າໜ້າ​ທີ່​ຕຳຫຼວດວ່າ ມີ​ຊາວ​ປາ​ແລັສ​ໄຕນ໌ ຖື​ມີດ​ເປັນ​ອາວຸຸດ
​ແກວ່ງ​ໄປ​ແກ​ວ່ງມາ ຢ່າງ​ໜ້ອຍ 4 ຄົນ ທີ່​ລວມທັງ ຍິງ​ສາວ ອາຍຸຸ
16 ປີ ນຳ​ດ້ວຍ ພວກ​ກ່ຽວ​ຖືກ​ຂ້າ​ຕາຍ​ໃນ​ເຫດການ​ຕ່າງ​ກັນ. ​
ເຈົ້າໜ້າ​ທີ່​ອິສຣາ​ແອ​ລ ກ່າວ​ວ່າ ​ມີເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ
ອິສຣາ​ແອ​ລ ຈຳນວນ​ນຶ່ງ ​ໄດ້​ຮັບ​ບາດ​ເຈັບ ​ໃນ​ການ​ໂຈມຕີຫຼາຍບັ້ນ.

ຊາວ​ປາ​ແລັສ​ໄຕ​ນ໌ ຢ່າງ​ໜ້ອຍ 40 ຄົນ ​ແລະ ຊາວ​ອິສຣາ​ແອ​ລ 7
ຄົນ ​ໄດ້ເສຍ​ຊີວິດ ​ໃນ​ລະຫວ່າງ ​ຄວາມ​ຮຸນ​ແຮງ​ຢູ່​ຕາມ​ທ້ອງ​ຖະໜົນ ​ເມື່ອສອງ​ສາມ​ອາ​ທິດ​
ຜ່ານ​ມາ ທີ່​ທາງ​ການ​ປາ​ແລັສ​ໄຕ​ນ໌ ​ໄດ້​ເຊື່ອມ​ໂຍງ​ໃສ່ ​ການ​ລ່ວງລ້ຳ​ເຂົ້າ​ໄປ​ໃນ​ສະຖານ​ທີ່​
ສັກສິດ​ ທີ່​ເພີ້​ມຂຶ້ນ ຂອງ​ຊາວ​ຢິວ ຢູ່ທາງ​ພາກ​ຕາ​ເວັນ​ອອກ​ຂອງ Jerusalem ທີ່​ຮູ້ຈັກ​ກັນ​
ສຳ​ຫລັບ​ຊາວມຸສລິ​ມ ວ່າ ວັດ​ມຸສລິ​ມ al-Aqsa ​ແລະ ສຳ​ຫລັບ​ຊາວ​ຢິວ ວ່າ Temple
Mount ນັ້ນ. ອິສຣາ​ແອ​ລ ​ໄດ້​ປະຕິ​ເສດຢ່າງ​ແຂງ​ຂັນ ຕໍ່​ຂໍ້​ອ້າງ​ຂອງ​ທາງ​ການ​ປາແລັສ​ໄຕ​ນ໌
ທີ່​ວ່າ ຕົນ​ມີ​ຈຸດປະ​ສົງ​ທີ່​ຈະ​ຢຶດ​ເອົາ​ສະຖານ​ທີ່​ສັກສິດ​ດັ່ງກ່າວ​ນັ້ນ.

ຕຳຫຼວດຊາຍແດນ ຍ່າງຢູ່ໃກ້ ຈຸດເກີດເຫດ ບ່ອນຊາຍປາແລັສໄຕນ໌ ຄົນນຶ່ງ ຖືກຂ້າຕາຍ ຫຼັງຈາກ ຜູ່ກ່ຽວ ພະຍາຍາມແທງ ທະຫານຄົນນຶງ ໃນເຂດຕັ້ງຖິ່ນຖານຂອງຊາວຢິວ ທີ່ Jerusalem ກ້ຳຕາເວັນອອກ ຂອງ Armon Hanatsiv ກົງກັນຂ້າມ ກັບ ຄຸ້ມ Jabal Mukaber ຂອງຊາວປາແລັສໄຕນ໌, ວັນທີ 17 ຕຸລາ 2015.
ຕຳຫຼວດຊາຍແດນ ຍ່າງຢູ່ໃກ້ ຈຸດເກີດເຫດ ບ່ອນຊາຍປາແລັສໄຕນ໌ ຄົນນຶ່ງ ຖືກຂ້າຕາຍ ຫຼັງຈາກ ຜູ່ກ່ຽວ ພະຍາຍາມແທງ ທະຫານຄົນນຶງ ໃນເຂດຕັ້ງຖິ່ນຖານຂອງຊາວຢິວ ທີ່ Jerusalem ກ້ຳຕາເວັນອອກ ຂອງ Armon Hanatsiv ກົງກັນຂ້າມ ກັບ ຄຸ້ມ Jabal Mukaber ຂອງຊາວປາແລັສໄຕນ໌, ວັນທີ 17 ຕຸລາ 2015.

ໃນ​ການ​ໂຈມຕີບັ້ນນຶ່ງ ຕຳຫຼວດອິສຣາ​ແອ​ລ ກ່າວ​ວ່າ ຕຳຫຼວດຊາຍ​ແດນຄົນ​ນຶ່ງ ທີ່​ເຝົ້າ
ຍາມ ​ດ່ານ​ກວດກາ Qalandiya ຢູ່​ລະຫວ່າງ Jerusalem ​ແລະ ເຂດຝັ່ງຕາເວັນຕົກ ຂອງແມ່ນ້ຳຈໍແດນ ​ໄດ້​ຍິງ​ຊາຍ​ນຸ່ມ​ປາ​ແລັສ​ໄຕ​ນ໌ ທີ່​ຖືມີດ​ເປັນ​ອາວຸດ ​ທຳ​ອິດ ​ແມ່ນບາດ​
ເຈັບ ​ແລະ ຕໍ່​ຈາກ​ນັ້ນ ​ກໍໄດ້ເສຍ​ຊິວິດ ຫຼັງຈາກ​ທີ່​ຜູ້​ກ່ຽວ ພະຍາຍາມແທງ​ຕຳຫຼວດຊາຍ​ແດນ
ອີກ​ເປັນເທື່ອ​ທີ​ສອງ. ການ​ຍິງ​ຕາຍ​ດັ່ງກ່າວ ​ໄດ້​ເກີດ​ຂຶ້ນ​ໃນ​ຂະນະ​ທີ່ ພວກ​ນັກ​ເຄື່ອນ​ໄຫວ
ຊາວ​ອິສຣາ​ແອ​ລ ​ແລະ ຊາວ​ອາຣັບ ຫຼາຍຮ້ອຍ​ຄົນ​ ​ໄດ້​ເຕົ້າ​ໂຮມ​ກັນ ຢູ່​ໃນ​ນະຄອນ
Jerusalem ​ເມື່ອຕອນ​ແລງ​ວັນ​ເສົາ​ວານ​ນີ້ ສຳ​ຫລັບ ​ການ​ໂຮມ​ຊຸຸມນຸມ​ເພື່ອ​ສັນຕິພາບ.

ຕຳຫຼວດກ່າວ​ວ່າ ຊາຍນຸ່ມ ອາຍຸ 16 ປີ ​ໄດ້​ຖືກ​ສັງຫານ ຢູ່​ໃນບໍລິ​ເວນ​ດຽວ​ກັນນັ້ນ ​ເມື່ອ​
ຕອນ​ເຊົ້າວັນ​ເສົາ​ວານ​ນີ້ ຫຼັງຈາກ ຜູ້ຢືນ​ເບິ່ງຄົນ​ນຶ່ງ ບອກ​ຕຳຫຼວດວ່າ ຊາຍ​ນຸ່ມຄົນ​ນັ້ນ
ມີ​ພຶດຕິ​ກຳ​ທີ່​ໜ້າສົງ​ໄສ ​ແລະ ຕຳຫຼວດ​ໄດ້​ສອບ​ຖາມ​ຫາ​ບັດປະຈຳ​ຕົວຈາກ​ຊາຍນຸ່ມດັ່ງກ່າວ.
ບັນດາ​ເຈົ້າໜ້າ​ທີ່​ກ່າວ​ວ່າ ຕຳຫຼວດສອງ​ຄົນ ​ໄດ້​ຍິງ ຜູ້​ຕ້ອງ​ສົງ​ໄສ ​ໃນ​ເວລາ​ຜູ້ກ່ຽວ​ພະຍາຍາມ
​ແທງ​ພວກ​ເຂົາ​ເຈົ້າ.

ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ລົງຂະແນນສຽງ ເພື່ອຮັບຮອງເອົາ ຍັດຕິສະບັບນຶ່ງ ຢູ່ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ ໃນນະຄອນ New York, ວັນທີ 20 ກໍລະກົດ 2015.
ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ລົງຂະແນນສຽງ ເພື່ອຮັບຮອງເອົາ ຍັດຕິສະບັບນຶ່ງ ຢູ່ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ ໃນນະຄອນ New York, ວັນທີ 20 ກໍລະກົດ 2015.

​ຢູ່​ໃນ​ເມືອງ Hebron ທະຫານ​ອິສຣາ​ແອລ ກ່າວ​ວ່າ ຊາວ​ປາ​ແລັສ​ໄຕ​ນ໌ ຄົນ​ນຶ່ງ ຖືກ​ຍິງ​
ອາການ​ສາຫັດ ​ໃນ​ຂະນະ​ທີ່ ຜູ້ກ່ຽວ​ພະຍາຍາມ​ແທງ ຜູ້ຕັ້ງຖິ່ນ​ຖານ​ໃໝ່​ຊາວ​ອິສຣາ​ແອ​ລ
ທີ່​ບໍ່​ມີອາວຸດ. ​ໃນ​ເຫດການ​ທີ​ສອງ​ຢູ່​ໃນ​ເມືອງ​ດຽວ​ກັນ ຕຳຫຼວດກ່າວ​ວ່າ ຍິງສາວ​ຊາວ
​ປາ​ແລັສ​ໄຕ​ນ໌ຄົນນຶ່ງ ໄດ້ຖືກຍິງຕາຍ ​ໃນ​ຂະນະ​ທີ່ນາງໄດ້ ພະຍາ​ຍາມແທງທະຫານ​
ອິສຣາແອ​ລແມ່ຍິງ ຢູ່​ນອກ​ດ່ານ​ກວດກາ​ແຫ່ງ​ນຶ່ງ. ​ຊາວ​ປາ​ແລັສ​ໄຕ​ນ໌ຄົນທີສາມ ຖືກ​ຍິງ​
ໂດຍ​ຕຳຫຼວດ​ໃນ​ເມືອງ Hebron ​ເຊັ່ນ​ກັນ ຫຼັງຈາກ​ທີ່​ຜູ້ກ່ຽວແທງ ​ແລະ ​ເຮັດ​ໃຫ້​ເຈົ້າໜ້າ​ທີ່
​ຕຳຫຼວດ ຄົນ​ນຶ່ງ​ໄດ້​ຮັບ​ບາດ​ເຈັບ ​ເມື່ອ​ຕອນ​ຄຳ​ມື​ດ. ຕຳຫຼວດບໍ່​ໄດ້ເວົ້າ​ວ່າ ຜູ້​ທຳ​ການ​ໂຈມ​
ຕີນັ້ນ ​ເສຍ​ຊີວິດ ຫຼືບໍ່.

ປະທານາທິບໍດີ ສະຫະລັດ ທ່ານ​ບາຣັກ​ ​ໂອບ​າມາ ກ່າວ​ຖະ​ແຫລ​ງ ​ໃນ​ວັນ​ສຸກ​ຜ່ານ​ມາ
ຮຽກຮ້ອງ ບັນດາຜູ້ນຳ ​ໃນ​ຂົງ​ເຂດໃຫ້ “​ຜ່ອນ​ເບົາ​ຖ້ອຍ​ຄຳລົງ” ຊຶ່ງ​ຄຳ​ເວົ້າ​ບໍ່​ດີ​ອາດ​ສົ່ງເສີມ
“ຄວາມ​ຮຸນ​ແຮງ ​ແລະ ຄວາມ​ໂກດ​ແຄ້ນ ຫຼື ຄວາມ​ບໍ່​ເຂົ້າອົກ​ເຂົ້າ​ໃຈກັນ.”

ປະທານາທິບໍດີ ສຫລ ກ່າວ​ອີກ​ວ່າ ມັນ​ຂຶ້ນ​ຢູ່​ກັບ ​ອິສຣາ​ແອ​ລ​ ​ແລະ ປາ​ແ​ລັສ​ໄຕ​ນ໌ ເອງ
ທີ່ຈະ​ຕັດສິນວ່າ ຈະ​ເລີ້ມ​ຄືນ ການ​ເຈລະຈາ​ສັນຕິພາບ ສະໜັບສະໜູນ​ໂດຍ​ສະຫະ​ລັດ
ທີ່​ໄດ້​ຍຸດຕິ​ລົງນັ້ນ​ ຫຼືບໍ່. ທ່ານ​ໂອ​ບາ​ມາ ເວົ້າວ່າ “ຂ້າພະ​ເຈົ້າ ຄິດ​ວ່າ ​ມັນຈະ​ຂຶ້ນຢູ່​ກັບ
ຝ່າຍກ່ຽວຂ້ອງຕ່າງໆ ​ແລະ ພວກ​ເຮົາ​ພ້ອມ​ແລ້ວ ທີ່​ຈະ​ຊ່ວຍ​ເຫຼືອ ​ເພື່ອ​ເບິ່ງ​ວ່າ
ຖ້າ​ພວກ​ເຮົາ​ສາມາດ ​ເລີ້ມ​ຄືນ ການ​ພົວພັນ​ທີ່​ສ້າງສັນຫຼາຍຂຶ້ນຕື່ມ​ອີກ.”

ລັດຖະມົນຕີ​ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ມີ​ກຳນົດ​ທີ່​ຈະ​ພົບ​ປະ​ກັບ ນາຍົກ
ລັດຖະມົນ​ຕີ ອິສຣາ​ແອ​ລ ທ່ານ Benjamin Netanyahu ​ໃນ​ອາທິດ​ໜ້າ. ກະຊວງ​ການ​
ຕ່າງປະ​ເທດ ກ່າວ​ກ່າວ ການ​ພົບ​ປະກັນ​ນັ້ນ ຈະ​ມີ​ຂຶ້ນຢູ່​ໃນ​ປະ​ເທດ​ເຢຍຣະມັນ ​ແຕ່​ຫາກ​
ວ່າ ລາຍ​ລະ​ອຽດຕ່າງໆ ຂອງ​ການ​ພົບ​ປະກັນ​ນັ້ນ ຍັງ​ບໍ່​ໄດ້ສະ​ລຸ​ບ​ເທື່ອ.

Israel Palestinians
please wait
Embed

No media source currently available

0:00 0:00:54 0:00

XS
SM
MD
LG