ພວກຜູ້ຊາຍທີ່ຖືອາວຸດ ຢູ່ພາກຕາເວັນອອກສຽງເໜືອຂອງໄນ
ຈີເຣຍ ໄດ້ສັງຫານ ນາຍແພດເກົາຫລືເໜືອ ສາມຄົນ ໃນການ
ໂຈມຕີຄັ້ງຫລ້າສຸດຕໍ່ພະນັກງານພະຍາບານ ຢູ່ໃນປະເທດດັ່ງ
ກ່າວທີ່ຕົກຢູ່ໃຕ້ການໂຈມຕີໂດຍກຸ່ມອິສລາມຫົວຮຸນແຮງນັ້ນ.
ບັນດາເຈົ້າໜ້າທີ່ໄນຈີເຣຍ ກ່າວໃນວັນອາທິດວານນີ້ວ່າ ຢ່າງໜ້ອຍນາຍແພດສອງຄົນໄດ້ຖືກປາດຄໍ ໂດຍພວກຄົນຮ້າຍທີ່ບໍ່ຮູ້ວ່າແມ່ນກຸ່ມໃດ ທີ່ເຂົ້າໄປໃນເຮືອນພັກ ບ່ອນທີ່ເຂົາເຈົ້າຢູ່ຮ່ວມກັນ ໃນຕອນກາງຄືນ ຢູ່ເມືອງ Potiskum ໃນລັດ Yobe.
ອົງການຂ່າວ Assoicated Press ລາຍງານວ່າ ນາຍແພດ
ຄົນທີ່ສາມ ໄດ້ຖືກຕັດຄໍໃນເບື້ອງຕົ້ນ ບັນດານາຍແພດຢູ່ໂຮງໝໍ
ທີ່ໄດ້ເຮັດວຽກຮ່ວມກັບນາຍແພດຜູ້ເຄາະຮ້າຍນັ້ນ ກ່າວວ່າເຂົາ
ເຈົ້າເປັນຊາວເກົາຫລີໃຕ້ ໃນຂະນະ ທີ່ເຈົ້າໜ້າທີ່ຕໍາຫລວດເວົ້າວ່າ ພວກຜູ້ຕາຍມາຈາກຈີນ.
ຕໍ່ມາ ປະທານ ສະພາຄຸ້ມຄອງໂຮງໝໍລັດ Yobe ຢັ້ງຢືນວ່າ ພວກເຄາະຮ້າຍແມ່ນຄົນ ເກົາຫລີເໜືອ ແລະໄດ້ເຮັດວຽກຢູ່ໃນລັດນັ້ນມາແຕ່ປີ 2005 ໃນຖານະເປັນພາກສ່ວນນຶ່ງຂອງໂຄງການ
ຊ່ວຍເຫລືອດ້ານການແພດ ລະຫວ່າງ ລັດ Yobe ແລະເກົາຫລີເໜືອ.
ບໍ່ມີຜູ້ໃດອ້າງເອົາຄວາມຮັບຜິດຊອບສໍາລັບການໂຈມຕີຄັ້ງນີ້ ເຖິງແມ່ນວ່າ ເມືອງ Potiskum ໄດ້ເປັນເປົ້າໝາຍການໂຈມຕີຂອງກຸ່ມອິສລາມ Boko Haram ຢູ່ເລື້ອຍໆ ຊຶ່ງເປັນກຸ່ມທີ່ສັງຫານຫລາຍຮ້ອຍຄົນໃນປີແລ້ວນີ້ ໃນຄວາມພະຍາຍາມທີ່ຈະແບ່ງແຍກດິນແດນ ແລະຈັດຕັ້ງລັດອິສລາມຂຶ້ນ ຢູ່ໃນພາກເໜືອຂອງໄນຈີເຣຍ ທີ່ມີຊາວມຸສລິມອາໄສຢູ່ເປັນສ່ວນໃຫຍ່ນັ້ນ.