ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວເກົາຫຼີເໜືອ 3 ຄົນ ຖືກຂໍ້ກ່າວຫາ ໃນການລັກເຈາະຂໍ້ມູນ ບໍລິສັດ ໂຊນີ


ການໂຈມຕີລັກເຈາະຂໍ້ມູນ ແມ່ນກ້ອງຂ້ອງກັບຮູບເງົາ "The Interview" ຂອງບໍລິສັດ Sony Pictures.
ການໂຈມຕີລັກເຈາະຂໍ້ມູນ ແມ່ນກ້ອງຂ້ອງກັບຮູບເງົາ "The Interview" ຂອງບໍລິສັດ Sony Pictures.

ກະຊວງຍຸຕິທຳ ສະຫະລັດ ໄດ້ຟ້ອງຮ້ອງດຳເນີນຄະດີ ນັກຂຽນໂປຣແກຣມ ຄອມພິວເຕີຊາວ ເກົາຫຼີເໜືອ 3 ຄົນ ໃນການພະຍາຍາມທີ່ຈະຂົ່ມຂູ່ ແລະ ລັກເອົາເງິນຫຼາຍກວ່າ ນຶ່ງພັນສາມຮ້ອຍລ້ານໂດລາ ອັນເປັນສ່ວນນຶ່ງຂອງແຜນການໂຈມຕີທາງໄຊເບີ້ຢູ່ໃນທົ່ວໂລກ ທີ່ລວມມີການລັກເຈາະຂໍ້ ມູນຂອງ ບໍລິສັດບັນເທີງ ໂຊນີ ພິກເຈີສ໌ (Sony Pictures) ໃນປີ 2014.

ຊາວອາເມຣິກັນເຊື້ອສາຍ ການາດາ ຜູ້ທີ່ຖືກກ່າວຫາວ່າໄດ້ຟອກເງິນທີ່ຖືກລັກຈຳນວນນຶ່ງນັ້ນ ກໍໄດ້ຍອມສາລະພາບຜິດໃນແຜນການດັ່ງກ່າວ.

ຊາວເກົາຫຼີເໜືອ ທ້າວ ພາກ ຈິນ ຮຽກ (Park Jin. Hyok), ທ້າວ ຈອນ ຈາງ ຮຽກ (Jon Chang Hyok) ແລະ ທ້າວ ກິມ ອິລ (Kim Il) ຖືກຕັ້ງຂໍ້ກ່າວຫາສົມຮູ້ຮ່ວມຄິດທາງອາຍາ, ຊຶ່ງເປັນການສົມຮູ້ຮ່ວມຄິດເພື່ອກໍ່ການສໍ້ໂກງທາງໂທລະສັບ ແລະ ການສໍ້ໂກງທະນາຄານ.

ທ້າວ ພາກ, ເຊິ່ງແມ່ນນັກຂຽນໂປຣແກຣມຄອມພິວເຕີ ສຳລັບໜ່ວຍສືບລັບ ເກົາຫຼີເໜືອ ນັ້ນ, ຖືກຕັ້ງຂໍ້ກ່າວຫາເມື່ອສອງປີທີ່ຜ່ານມາ ສຳລັບບົດບາດຂອງລາວໃນການລັກເຈາະຂໍ້ມູນບໍລິສັດ ໂຊນີ.

ການລັກເຈາະຂໍ້ມູນດັ່ງກ່າວໄດ້ລຶບຂໍ້ມູນບໍລິສັດ, ລັກເອົາອີເມລທີ່ມີຂໍ້ມູນລະອຽດອ່ອນຂອງບັນດາຜູ້ບໍລິຫານລະດັບສູງຂອງ ຮໍລີວູດ (Hollywood) ຈົນເຮັດໃຫ້ບໍລິສັດຕ້ອງໄດ້ສ້າງເຄືອຂ່າຍຄອມພິວເຕີຂຶ້ນມາໃໝ່ທັງໝົດ.

ແຮງຈູງໃຈສຳລັບການລັກເຈາະຂໍ້ມູນດັ່ງກ່າວເຊື່ອວ່າຈະເປັນການແກ້ແຄ້ນຕໍ່ຮູບເງົາປີ 2014 ຊື່ວ່າ “The Interview”, ເຊິ່ງໄດ້ເຍາະເຍີ້ຍຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ແລະ ແມ່ນກະທັ້ງໄດ້ພັນລະນາເຖິງແຜນການລອບສັງຫານຕໍ່ທ່ານດ້ວຍ.

ໃນຖານະທີ່ເປັນສ່ວນນຶ່ງຂອງແຜນການ, ກະຊວງຍຸຕິທຳໄດ້ກ່າວວ່າທັງສາມຄົນໄດ້ວາງແຜນລັກເງິນຫຼາຍກວ່າ ນຶ່ງພັນສອງຮ້ອຍລ້ານໂດລາ ຈາກທະນາຄານໃນປະເທດ ຫວຽດນາມ, ເມັກຊິໂກ, ມາລຕ້າ ແລະ ອື່ນໆ. ພວກເຂົາຍັງໄດ້ລັກເງິນ 75 ລ້ານໂດລາ ຈາກບໍລິສັດສະກຸນເງິນດິຈິຕອລ ຂອງປະເທດ ສໂລເວເນຍ ແລະ ສິບເອັດລ້ານແປດແສນໂດລາ ຂອງສະກຸນເງິນດິຈິຕອລ ຈາກບໍລິສັດບໍລິການດ້ານການເງິນ ນິວ ຢອກ.

ຮັກສາການໄອຍະການ ສະຫະລັດ ທ່ານນາງ ເທຣຊີ ແອລ. ວິລກິນສັນທີ່ຮັບຜິດຊອບໃນເຂດພາກກາງຂອງລັດ ຄາລິຟໍເນຍ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ຂອບເຂດຂອງການດຳເນີນການກໍ່ອາຊະຍາກຳໂດຍພວກລັກເຈາະຂໍ້ມູນເກົາຫຼີເໜືອ ແມ່ນກວ້າງຂວາງ ແລະ ຍາວນານ, ແລະ ຂອບເຂດຂອງອາຊະຍາກຳທີ່ພວກເຂົາໄດ້ກໍ່ແມ່ນໜ້າຕົກໃຈ. ການດຳເນີນການທີ່ຖືກອະທິບາຍໃນການຟ້ອງຮ້ອງແມ່ນການກະທຳຂອງອາຊະຍາກອນຂອງປະເທດທີ່ມີຄວາມມຸ່ງໝັ້ນເພື່ອທຳ ການແກ້ແຄ້ນ ແລະ ລັກເອົາເງິນເພື່ອໄປສະໜັບສະ ໜູນການປົກຄອງຂອງພວກເຂົາ.”

ທັງສາມຄົນຍັງຖືກເຊື່ອວ່າຢູ່ເບື້ອງຫຼັງການໂຈມຕີຮຽກຄ່າໄຖ່ WannaCry 2.0 ໃນປີ 2017, ເຊິ່ງໄດ້ສົ່ງຜົນກະທົບຕໍ່ຄອມພິວເຕີໃນ 150 ປະເທດ ແລະ ມີຊື່ສຽງທີ່ສຸດແມ່ນການທຳລາຍເຄືອຂ່າຍ ຄອມພິວເຕີຂອງອົງການບໍລິການດ້ານສາທາລະນະສຸກແຫ່ງຊາດຂອງ ອັງກິດ.

ຊາວເກົາຫຼີເໜືອ ສາມຄົນທີ່ວ່ານັ້ນ ມີຄວາມເປັນໄປໄດ້ວ່າຈະບໍ່ມີວັນໄປປາກົດຕົວໃນສານຂອງ ສະຫະລັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG