ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີປືນ ໃສ່ເຄື່ອງແບບ ອັຟການີສຖານ ຍິງທະຫານ ເນໂຕ້ 3 ຄົນຕາຍ


ແຜນທີ່ ອັຟການີສຖານ
ແຜນທີ່ ອັຟການີສຖານ
ກໍາ​ລັງ​ທະຫານ ທີ່​ນໍາ​ໂດຍ​ກຸ່ມ​ເນ​ໂຕ້ ​ໃນ​ອັຟກາ​ນີສຖານ ​ເວົ້າ​ວ່າ ທະຫານ ຂອງ​ຕົນ​ສາມ​ຄົນ ​ຖືກ​ສັງຫານ ​ເມື່ອ​ວັນ​ເສົາ​ວານ​ນີ້ ​ເວລາ​ຊາຍ​ຄົນ​ນຶ່ງທີ່ນຸ່ງ​ເຄຶ່ອງ​ແບບ​ທະຫານ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອັຟກາ​ນີສຖານ ຍິງ​ໃສ່.

​ເຈົ້າໜ້າ​ທີ່​ອັຟກາ​ນີສຖານ ຢືນຢັນ​ກ່ຽວ​ກັບເຫດການ​ຄັ້ງ​ນີ້ ​ໂດຍ​ກ່າວ​ວ່າການ​ໂຈ​ມຕີເກີດ​ ຂຶ້ນຢູ່​ແຂວງ Paktia ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ.

ອັນທີ່​ເອີ້ນ​ກັນ​ວ່າ ການ​ໂຈມ​ຕີຈາກ​ພາຍ​ໃນນັ້ນ ​ກໍ​ຄືເວລາ​ທະຫານ​ອັຟການີສຖານ ຫັນ ປາຍປືນ​ມາ​ຍິງ​ຄູ່​ຕໍາ​ແໜ່​ງທີ່​ເປັນ​ທະຫານ​ຕ່າງປະ​ເທດ​ຂອງ​ພວກ​ເຂົາເຈົ້າ ທີ່​ໄດ້​ສັງຫານ​ທະຫານ​ຕ່າງປະ​ເທດ​ໄປຫຼາຍຄົນ​ແລ້ວ​ ​ໃນ​ອັຟກາ​ນີສຖານ.

ການ​ໂຈມ​ຕີຫຼາຍໆບັ້ນ​ເກີດ​ຂຶ້ນ ​ໃນ​ຂະນະ​ທີ່​ພວກ​ທະຫານ​ຂອງ​ຕ່າງ​ປະ​ເທດ ​ເຝິກ​ແອບ​ທະຫານ​ອັຟກາ​ນີສຖານ ​ເພື່ອ​ຮັບ​ເອົາ​ພາລະ​ຮັບຜິດຊອບດ້ານ ຄວາມ​ປອດ​ໄພ​ຂອງ​ປະ​ເທດ ລ່ວງ​ໜ້າການ​ຖອນ​ທະຫານ​ ຂອງ​ກຸ່ມ​ເນ​ໂຕ້ ​ໃນ​ປີໜ້າ​ນີ້.

​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ນັ້ນ ​ເນ​ໂຕ້​ເວົ້າ​ວ່າ ຕົນ​ກໍາລັງ​ປະຕິບັດ​ງານ​ກັບເຈົ້າໜ້າ​ທີ່ ອັຟ ກາ​ນີສຖານ ​ເພື່ອ​ປະ​ເມີນ​ຜົນ​ຂອງ​ເຫດການ​ຍິງ​ສັງຫານ​ດັ່ງກ່າວ​ ​ໃນ​ມື້​ວັນ​ເສົາ​ວານ​ນີ້.

​ເພື່ອ​ໃຫ້​ສອດຄ່ອງ​ກັບນະ​ໂຍບາ​ຍຂອງ​ເນ​ໂຕ້​ແລ້ວ ຖະ​ແຫຼງການ​ດັ່ງກ່າວ ​ບໍ່ໄດ້​ລະບຸ​ສັນ ຊາດ​ຂອງ​ທະ​ຫານ​ທີ່ເສຍ​ຊີວິດ.
XS
SM
MD
LG