ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕໍາຫຼວດ ເມັກຊິໂກ 3 ຄົນ ຖືກຍິງຕາຍ ທີ່ສະໜາມບິນ ໃນນະຄອນຫຼວງ


ຕໍາຫຼວດລັດຖະບານກາງເມັກຊິໂກ 3 ຄົນຖືກຍິງຕາຍ ຢູ່ເດີ່ນເຮືອບິນ ນາໆຊາດ
ຕໍາຫຼວດລັດຖະບານກາງເມັກຊິໂກ 3 ຄົນຖືກຍິງຕາຍ ຢູ່ເດີ່ນເຮືອບິນ ນາໆຊາດ

ຕໍາຫລວດ​ລັດ​ຖະ​ບານ​ກາງສາມ​ຄົນຂອງ​ເມັກ​ຊິ​ໂກ ​ໄດ້​ຖືກ​ຂ້າ​ຕາຍໃນ​ການ​ຍິງ​ກັນ​
ກັບຕໍາຫລວດ​ອີກ​ສອງ​ຄົນ ທີ່​ສົງໄສ​ວ່າ​ຄ້າ​ຢາ​ເສບ​ຕິດ ​ໃນ​ວັນ​ຈັນວານ​ນີ້ ທີ່​ສະໜາມ​
ບິນ​ນາໆ​ຊາດ​ໃນ​ນະຄອນຫຼວງ​ Mexico ຊີ​ຕີ້.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ຕຳຫຼວດທີ່​ຖືກ​ຂ້າ​ຕາຍ ​ໄດ້​ພະຍາຍາມ​ທີ່​ຈະ​ຈັບ​ຜູ້​ຕ້ອງ​ສົງ
ໄສ ເວລາ​ການ​ຍິງ​ກັນລະ​ເບີດ​ຂຶ້ນ​ ຢູ່​ໃນ​ບ່ອນ​ຂາຍ​ອາຫານທີ່​ແອ​ອັດ​ໄປ​ດ້ວຍຜູ້​ຄົນ
​ແຫ່ງ​ນຶ່ງ ທີ່​ເຮັດ​ໃຫ້​ພວກຜູ້​ເດີນທາງທີ່​ຕົກ​ໃຈພາກັນ​ໝອບ​ລົງກັບ​ພື້ນ.

ຕຳຫຼວດສອງ​ຄົນ​ໄດ້​ເສຍ​ຊີວິດ​ຄາ​ທີ່ ​ແລະ​ຜູ້​ທີ່​ສາມໄປ​ເສຍ​ຊີວິດ​ຢູ່ທີ່​ໂຮງໝໍ. ຜູ້​ຕ້ອງ​
ສົງໄສ​ໄດ້​ເອົາ​ຕົວ​ຫລົບໜີ​ໄປ​ຈາກ​ບ່ອນ​ເກີດ​ເຫດ ​ແລະເວລາ​ນີ້ຍັງ​ຈັບ​ບໍ່​ໄດ້ ​ເທື່ອ.
ກະ​ຊວງ​ຮັກສາ​ຄວາມ​ສະຫງົບພາຍ​ໃນຂອງ​ເມັກ​ຊິ​ໂກກ່າວ​ວ່າ ​ເຊື່ອ​ວ່າຕຳຫຼວດ
ທັງ​ສອງ ເປັນ​ພາກ​ສ່ວນ​ນຶ່ງ ​ຂອງ​ກຸ່ມ​ເຈົ້າໜ້າ​ທີ່​ສໍ້​ລາດ​ບັງ​ຫລວງ ຂະໜາດ​ໃຫຍ່​
ທີ່​ພົວພັນ​ໃນ​ການລັກລອບ​ຄ້າ​ຢາໂຄເຄນ.

ຫລາຍ​ກວ່າ 50.000 ​ຄົນ​ໄດ້ເສຍ​ຊີວິດ​ໃນ​ຄວາມ​ຮຸນ​ແຮງທີ່​ພົວພັນ​ກັບການ​ຄ້າ​ຢາ​
ເສບຕິດທີ່​ປະ​ເທດ Mexico ນັບ​ຕັ້ງ​ແຕ່​ປີ 2006 ​ເປັນຕົ້ນມາ ​ເວລາ​ປະທາ ນາ​ທິບໍດີ
Felipe Calderon ​ໄດ້​ອອກ​ຄໍາ​ສັ່ງ​ໃຫ້ກອງທັບ​ເມັກ​ຊິ​ໂກ ​ເຂົ້າຄວບ​ຄຸມ​ຄວາມ​ຮຸນ​
ແຮງ​ຂອງ​ກຸ່ມ​ຄ້າ​ຢາ​ເສບ​ຕິດ. ​ແຕ່​ຄວາມ​ຮຸນ​ແຮງ​ທຳນອງ​ນີ້ບໍ່​ຄ່ອຍ ​ເກີດ​ຂຶ້ນ​ຢູ່ທີ່​ສະ
ໜາມບິນ​ນາໆ​ຊາດ ​ໃນ​ນະຄອນຫຼວງ​ຂອງ​ເມັກ​ຊິ​ໂກ.

XS
SM
MD
LG