ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໓ ກຸມພາ ໒໐໒໖

ຜູ້ຊາຍກຳປູເຈຍສາມຄົນ ຖືກສານຟ້ອງໂທດ ໃນຂໍ້ຫາ ຖານຄາດຕະກຳ ນັກຂ່າວ

ຝູງຊົນພາກັນຢ່າງໄປຫາບ່ອນ ນັກຂ່າວ ທ່ານ Chut Wutty ນັກເຄຶ່ອນໄຫວຕ້ານການຕັດໄມ້ ທີ່ຖືກຂ້າ ໃນແຂວງ Koh Kong ໃນເດືອນພຶສພາ ປີ 2012.
ຝູງຊົນພາກັນຢ່າງໄປຫາບ່ອນ ນັກຂ່າວ ທ່ານ Chut Wutty ນັກເຄຶ່ອນໄຫວຕ້ານການຕັດໄມ້ ທີ່ຖືກຂ້າ ໃນແຂວງ Koh Kong ໃນເດືອນພຶສພາ ປີ 2012.

ຜູ້​ຊາຍ​ກຳປູ​ເຈຍ​ສາມ​ຄົນ ​ໄດ້​ຖືກສານ​ກ່າວ​ຟ້ອງ​ໂທດ ​ໃນ​ຂໍ້​ຫາ
ສັງຫານ​ນັກ​ຂ່າວ​ຄົນ​ນຶ່ງ​ ໃນ​ທ້າຍ​ອາທິດ​ທີ່​ຜ່ານ​ມາ​ນີ້ ຊຶ່ງ​ນັກ​
ຂ່າວ​ຄົນ​ນັ້ນ​ໄດ້​ໄປສືບ​ສວນ​ແລະ​ເອົາ​ຂ່າວ ກ່ຽວ​ກັບການ​ຕັດ​ໄມ້​
ທີ່​ຜິດ​ກົດໝາຍ.

ທ້າວ La Narong ທ້າວ Kem Pheakdey ​ແລະ ທ້າວ Pin
Heng ​ໄດ້​ຖືກ​ກ່າວ​ຫາ​ວ່າ ສັງຫານ ນັກ​ຂ່າວ Taing Try ທີ່​ຖືກ​
ຍິງ​ຢູ່​ຫົວ ​ໃນ​ວັນ​ອາທິດ​ທີ່​ຜ່ານ​ມາ ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​
ແຂວງ Kratie.

ເຈົ້າ​ໜ້າ​ທີ່ກ່າວ​ວ່າ ນອກ​ນັ້ນ ທັງ​ສາມ​ຄົນທີ່​ມີ​ສາຍພົວພັນ ​ກັບ
ຕຳຫລວດ​ ແລະ​ທະຫານ ຍັງ​ໄດ້​ຖືກ​ກ່າວ​ຫາ ​ໃນ​ຖານ​ມີ​ອາວຸດ​ຜິດ​ກົດໝາຍ​ ຢູ່​ໃນ​ຄວາມ
ຄອບຄອງອີກ.

ບັນດາ​ເພື່ອ​ນຮ່ວມ​ງານ​ ກ່າວ​ວ່າ ທ່ານ Taing Try ​ໄດ້ໄປສື​ບສວນ​ກ່ຽວ​ກັບ ຂ່າວການ​ຕັດ​
ໄມ້​ຜິດ​ກົດໝາຍ ​ໃນ​ແຂວງ Kratie ​ໃນ​ເວລາ​ທີ່​ທ່ານ​ເສຍ​ຊີວິດ ​ແລະ​ຢ່າງ​ໜ້ອຍ​ຜູ້​ຕ້ອງ​ສົງ​
ໄສ​ຄົນ​ນຶ່ງ ແມ່ນເປັນ​ພໍ່ຄ້າ​ໄມ້ທ່ອນ.

ວີດີໂອພາສາລາວ: ຊາວຂະເໝນໂກດແຄ້ນ ກ່ຽວກັບການຕັດໄມ້:

ຊາວບ້ານກຳປູເຈຍ ໂກດແຄ້ນ ກ່ຽວກັບ ການຕັດໄມ້ ທຳລາຍປ່າ
please wait

No media source currently available

0:00 0:02:25 0:00

XS
SM
MD
LG