ລະເບີດໄດ້ແຕກຂຶ້ນ ໃນລົດບັສທ່ອງທ່ຽວຄັນນຶ່ງ ຢູ່ໃກ້ໆກັບ
ຊາຍແດນຕິດກັບ ອິສຣາແອລ ເຮັດໃຫ້ນັກທ່ອງທ່ຽວແມ່ຍິງ
ເກົາຫຼີໃຕ້ 3 ຄົນແລະຄົນຂັບລົດບັສທີ່ເປັນຄົນ ອີຈິບ ເສຍຊີ
ວິດ.
ລົດບັສຄັນນີ້ ຊຶ່ງບັນທຸກນັກທ່ອງທ່ຽວ 33 ຄົນ ກຳລັງເດີນທາງ
ຈາກວັດ St. Catherine’s Monastry ໃນພາກກາງແຫລມ
Sinai ໄປຍັງອິສຣາແອລ ເວລາມັນລະເບີດຂຶ້ນ ຢູ່ດ່ານຂ້າມ
ຊາຍແດນ ໃນເມືອງ Taba.
ກະຊວງການຕ່າງປະເທດເກົາຫຼີໃຕ້ ໄດ້ສະແດງຄວາມບໍ່ພໍໃຈ
ແລະໂກດແຄ້ນຢ່າງທີ່ສຸດຂອງປະເທດ ພ້ອມກັບກ່າວປະນາມ
ຢ່າງແຂງແຮງຕໍ່ການໂຈມຕີດັ່ງກ່າວ ຊຶ່ງໄດ້ເຮັດໃຫ້ມີຜູ້ບາດເຈັບ
ຢ່າງສາຫັດ ຕື່ມອີກ 12 ຄົນນັ້ນ.
ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພ ກ່າວວ່າ ສາເຫດຂອງ
ການລະເບີດຍັງບໍ່ເປັນທີ່ແຈ້ງຂາວເທື່ອ ແຕ່ມີທາງເປັນໄປໄດ້
ຫຼາຍທີ່ສຸດວ່າ ເກີດຈາກລະເບີດຢູ່ໃນລົດບັສ ຫຼືຢູ່ໃກ້ໆກັບລົດ.
ພວກນັກຕໍ່ສູ້ຫົວຮຸນແຮງອິສລາມ ທີ່ມີຖານຕັ້ງຢູ່ໃນແຫລມ Sinai ໄດ້ເພີ່ມທະວີການໂຈມຕີ
ຂອງພວກເຂົາຂຶ້ນຕໍ່ພວກກຳລັງຮັກສາຄວາມປອດໄພ ນັບແຕ່ມີການໂຄ່ນລົ້ມອະດີດປະທາ
ນາທິບໍດີ Mohamed Morsi ອອກຈາກຕຳແໜ່ງ ໃນເດືອນກໍລະກົດປີກາຍ ເປັນຕົ້ນມາ.