ເຊີນຊົມ ວີດີໂອ ການພິມແບບ 3 ມິຕິ ສາມາດ ເອົາມາໃຊ້ ໃນການຜະລິດ ເຄື່ອງຫຼິ້ນດົນຕີ ໄດ້ແລ້ວ
ພວກນັກດົນຕີ ມັກຈະພາກັນເວົ້າລົມ ກ່ຽວກັບເຄື່ອງຫລິ້ນດົນຕີຂອງເຂົາເຈົ້າ ໃນເລື່ອງທໍານອງ ແລະສຽງຂອງມັນ ເລື້ອຍໆ ຊຶ່ງບໍ່ຕ່າງຫຍັງກັນກັບການເວົ້າເຖິງຍີ່ຫໍ້ຂອງມັນ. ພວກນັກຫລິ້ນກີຕາໄຟຟ້າ ກໍເຊັ່ນດຽວກັນ. ເຂົາເຈົ້າຈະສາມາດ ອະທິບາຍໄດ້ຢ່າງລະອຽດກ່ຽວກັບ ສຽງ ‘ໃສໆ’ ຂອງກີຕາຍີ່ຫໍ້ Fender ຫລື ກ່ຽວກັບເບສ ຍີ່ຫໍ້ Gibsons ທີ່ມີສຽງຕໍ່າ ທີ່ສຸດນັ້ນ. ດຽວນີ້ ມີກີຕາ 3ມິຕິ ຫລື 3D ອັນນຶ່ງ ແລະສິ່ງນັ້ນ ອາດຈະເປັນການເລີ້ມຕົ້ນຂອງເຄື່ອງຫລິ້ນດົນຕີ ທີ່ພິມ ຫລືຫລໍ່ແບບ 3D ກໍອາດເປັນໄດ້. Kevin Enochs ນັກຂ່າວຂອງ VOA ມີລາຍງານກ່ຽວກັບເລື່ອງນີ້ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານ ເປັນພາສາລາວ.
ຕອນຕ່າງໆຂອງເລື້ອງ
-
ມິຖຸນາ ໐໙, ໒໐໒໓
ອະດີດຜູ້ປົກຄອງລັດນິວເຈີຊີ ປະກາດລົງສະໝັກແຂ່ງຂັນ ເປັນປະທານາທິບໍດີ
-
ມິຖຸນາ ໐໘, ໒໐໒໓
ລັດຖະມົນຕີການຕ່າງປະເທດ ແອນໂທນີ ບລິງເກັນ ຢ້ຽມຢາມ ຊາອຸດີ ອາຣາເບຍ
-
ມິຖຸນາ ໐໗, ໒໐໒໓
ວັນຄົບຮອບ ທີ່ພັນທະມິດ ຍົກພົນຂຶ້ນບົກ ທີ່ປະເທດຝຣັ່ງ
-
ມິຖຸນາ ໐໖, ໒໐໒໓
ຢູເຄຣນ ຍື່ນຟ້ອງຣັດເຊຍ ຢູ່ສານລະຫວ່າງປະເທດ
-
ມິຖຸນາ ໐໕, ໒໐໒໓
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ພົບປະກັບຄູ່ຕຳແໜ່ງ ຢູ່ອິນເດຍ