ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຊີນຊົມ ວີດີໂອ ການພິມແບບ 3 ມິ​ຕິ ສາມາດ ເອົາມາໃຊ້ ໃນການຜະລິດ ເຄື່ອງຫຼິ້ນດົນຕີ ໄດ້ແລ້ວ


ພວກນັກດົນຕີ ມັກຈະພາກັນເວົ້າລົມ ກ່ຽວກັບເຄື່ອງຫລິ້ນດົນຕີຂອງເຂົາເຈົ້າ ໃນເລື່ອງທໍານອງ ແລະສຽງຂອງມັນ ເລື້ອຍໆ ​ຊຶ່ງ​ບໍ່ຕ່າງ​ຫຍັງກັນກັບການເວົ້າເຖິງຍີ່ຫໍ້ຂອງມັນ. ພວກ​ນັກຫລິ້ນກີຕາໄຟຟ້າ ກໍ​ເຊັ່ນ​ດຽວກັນ. ເຂົາເຈົ້າຈະສາມາດ ອະທິບາຍໄດ້ຢ່າງລະອຽດກ່ຽວກັບ ສຽງ ‘ໃສໆ’ ຂອງກີຕາຍີ່ຫໍ້ Fender ຫລື ກ່ຽວກັບເບສ ຍີ່ຫໍ້ Gibsons ທີ່ມີສຽງຕໍ່າ ທີ່ສຸດນັ້ນ. ດຽວນີ້ ມີກີຕາ 3ມິຕິ ຫລື 3D ອັນນຶ່ງ ແລະສິ່ງ​ນັ້ນ ອາດຈະເປັນການເລີ້ມຕົ້ນຂອງເຄື່ອງຫລິ້ນດົນຕີ ທີ່ພິມ ຫລື​ຫລໍ່ແບບ 3D ກໍອາດເປັນໄດ້. Kevin Enochs ນັກຂ່າວຂອງ VOA ມີລາຍງານກ່ຽວກັບເລື່ອງນີ້ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານ ເປັນພາສາລາວ.

ຕອນຕ່າງໆຂອງເລື້ອງ

ເບິ່ງໝົດທຸກຕອນ
XS
SM
MD
LG