ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກັບດັກ ພິມໂດຍ ເຄື່ອງພິມ 3 ມິຕິ ຊ່ວຍນັກວິທະຍາສາດ ສຶກສາ ພວກແມງໄມ້ ທີ່ທຳລາຍຕົ້ນໄມ້


3-D-Printed Devices Help Scientists Trap, Study Tree-Damaging Bugs
please wait

No media source currently available

0:00 0:02:51 0:00

ຊົມວີດີໂອ ລາຍງານນີ້

ພວກດ້ວງ ຫຼື ແມງນ້ຳຝົນ ທີ່ບໍ່ໄດ້ເກີດຢູ່ໃນພື້ນທີ່ ຂອງພາກໃຕ້
ລັດ California ແມ່ນກຳລັງກໍ່ຄວາມເສຍຫາຍຢ່າງໜັກ ຕໍ່ຕົ້ນ
ໄມ້ທັງຫຼາຍ ລວມທັງ ຕົ້ນໝາກ avocado ຊຶ່ງເປັນຜົນປູກຂອງ
ລັດ California ທີ່ສ້າງລາຍໄດ້ດີ. ບັນດານັກວິທະຍາສາດ ຢູ່ທີ່
ມະຫາວິທະຍາໄລຂອງ ລັດ California ທີ່​ເມືອງ Riverside
ແມ່ນພວມສູ້ຊົນ ກັບບັນຫານີ້ ໂດຍໄດ້ຮັບການຊ່ວຍເຫຼືອ ຈາກ
ເຄື່ອງພິມ 3 ມິຕິ ຫຼື 3D printer ຈຳນວນສອງໜ່ວຍ. ຜູ້ສື່ຂ່າວ
ວີໂອເອ Elizabeth Lee ມີລາຍລະອຽດເພີ້ມຕື່ມ ຊຶ່ງ
ໄຊຈະເລີນສຸກ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.


ມັນເປັນເລື້ອງທີ່ກົງກັນຂ້າມກັບອັນທີ່ຄາດກັນໄວ້ ທີ່ວ່າ ຊື່ຂອງສວນ Acacia ນັ້ນ ແມ່ນ
ໄດ້ຕັ້ງຊື່ ຕາມຕົ້ນໄມ້ຊະນິດນຶ່ງ ໃນເມື່ອຕົ້ນໄມ້ສ່ວນໃຫຍ່ ໃນສວນນີ້ ກຳລັງຈະຕາຍຈົນ
ເກືອບໝົດ.

ທ່ານ Akif Eskalen ນັກຊ່ຽວຊານດ້ານພະຍາດວິທະຍາຂອງຕົ້ນໄມ້ ເວົ້າວ່າ “ພວກ
ຕົ້ນໄມ້ ສ່ວນໃຫຍ່ທີ່ຢັ່ງຢາຍ​ກັນ ໃນພາກໃຕ້ຂອງລັດ California ແມ່ນກຳລັງ
ຖືກຄຸກຄາມ ໃນເວລານີ້ ແລະ ມັນກຳລັງຂະຫຍາຍອອກໄປເລື້ອຍໆ.”


ສິ່ງທີ່ລົບກວນພວກຕົ້ນໄມ້ນັ້ນ ກໍແມ່ນພວກແມງໄມ້ປີກແຂງ ທີ່ໄດ້ບຸກລຸກເຂົ້າມາຈາກ
ເອເຊຍຕາເວັນອອກສຽງໃຕ້. ບັນດານັກວິທະຍາສາດ ບໍ່ແນ່ໃຈວ່າ ພວກມັນເຂົ້າມາໃນ​
ເຂດນີ້ ດ້ວຍວິທີໃດ. ການຄາດຄະເນ ອັນນຶ່ງ ກໍແມ່ນວ່າ ຈາກກ່ອງວັດຖຸສິນຄ້າຕ່າງໆ
ທີ່ໄດ້ຖືກສົ່ງເຂົ້າມາໃນ ລັດ California ຈາກ ເອເຊຍ ທາງທະເລ. ໃນເມື່ອມາຮອດທີ່​
ນີ້ແລ້ວ ພວກມັນກໍໄດ້ເລີ້ມທຳລາຍ ຢ່າງຮ້າຍ​ແຮງ.

ທ່ານ Eskalen ເວົ້າວ່າ “ມັນຈະໃຊ້ເວລາ ປະມານ ນຶ່ງ ຫາ ສອງປີ ຫຼື ສູງສຸດ
ແມ່ນ ສາມປີ ທີ່ພວກມັນສາມາດ ​ເຮັດ​ໃຫ້ຕົ້ນໄມ້ຕົ້ນນຶ່ງ ຕາຍໄດ້.”

ເກືອບ 40 ສາຍພັນຂອງຕົ້ນໄມ້ ແມ່ນມີຄວາມສ່ຽງ ຕໍ່ຄວາມເສຍຫາຍ ໂດຍພວກແມງ
ໄມ້ເຫຼົ່ານີ້ ລວມທັງຕົ້ນໝາກ avocado ນຳດ້ວຍ.

ທ່ານ Eskalen ເວົ້າຕື່ມວ່າ “ຊຶ່ງເປັນ ອຸດສາຫະກຳທີ່ສຳຄັນ ໃນລັດ California.
ຜູ້ຄົນຈຳນວນຫຼວງຫຼາຍ ແມ່ນກຳລັງມີລາຍໄດ້. ວຽກງານຂອງພວກເຂົາເຈົ້າ
ແມ່ນກາງຕໍ່ ອຸດສາຫະກຳດັ່ງກ່າວ.”

ແມງໄມ້ປີກແຂງ ທີ່ກິນອາຫານໄດ້ທຸກຊະນິດ ເປັນປະເພດດ້ວງເຈາະ ທີ່ເຈາະເຂົ້າໄປ
ໃນພາກສ່ວນ ທີ່ສຳຄັນທີ່ສຸດຂອງຕົ້ນໄມ້ ແລະລົບກວນ ການໄຫລຂອງນ້ຳ ຈາກຮາກ
ໄປຫາໃບໄມ້.

ນອກ​ນັ້ນ ມັນຍັງເປັນພາຫະນະໃນ​ການ​ຂະຫຍາຍເຊື້ອເຫັດ ​ໂດຍປາກຂອງມັນ ທີ່ເປັນ
ອັນຕະລາຍຕໍ່ພວກຕົ້ນໄມ້. ເຊື້ອເຫັດນັ້ນ ເຕີບໂຕຂຶ້ນ ແລະ ອຸດຕັນສາຍໃຍທີ່ນຳສົ່ງສານ
ອາຫານຕ່າງໆ ແລະນ້ຳ ໄປໃຫ້ຕົ້ນໄມ້ ແລະພວກຕົ້ນໄມ້ ກໍຈະອຶດຫິວຈົນຕາຍ ໃນທີ່ສຸດ.

ບັນດານັກຊ່ຽວຊານດ້ານແມງໄມ້ ໄດ້ພະຍາຍາມ ໃຊ້ຫຼາຍວິທີ ແຕກຕ່າງກັນ ເພື່ອຂ້າ
ພວກແມງໄມ້ປີກແຂງ ແລະ ພວກເຊື້ອເຫັດ. ແຕ່ມັນໃຊ້ເວລາຫຼາຍ ແລະ ຫຍຸ້ງຍາກ
ເພື່ອທີ່ຈະຮຽນຮູ້ວ່າ ຖ້າການໃຊ້ວິທີການຕ່າງໆນັ້ນ ​ໄດ້​ຮັບ​ຜົນຫຼືບໍ່ ຈົນກວ່າມີອຸປະກອນ
ອັນນີ້ ຄືກັບດັກແມງໄມ້ ທີ່ພິມອອກມາໂດຍ ເຄື່ອງພິມ 3 ມິຕິ ໄດ້ຖືກປະດິດສ້າງຂຶ້ນມາ
ເພື່ອນຳໄປຫ້າງໃສ່ເທິງຮູຕ່າງໆ ໃນພວກຕົ້ນໄມ້.

ທ່ານ Richard Stouthamer ອາຈານຊ່ຽວຊານດ້ານແມງໄມ້ ເວົ້າວ່າ “ພວກເຮົາ
ເກັບເອົາຂີ້ຝອຍ ແລະ ຂີ້ຂອງແມງໄມ້ປີກແຂງ ດັ່ງທີ່​ເຫັນ ແລະ ສະນັ້ນແລ້ວ
ພວກເຮົາອາດຈະຮູ້ໄດ້ ຖ້າວ່າແມງໄມ້ ມັນເຄື່ອນໄຫວຢູ່ໃນນັ້ນ.”


ຖ້າພວກແມງໄມ້ປີກແຂງ ແມ່ນຍັງເຄື່ອນໄຫວຢູ່ ອັນນັ້ນມັນໝາຍຄວາມວ່າ ຢາຂ້າແມງ
ໄມ້ ແມ່ນບໍ່ໄດ້ຜົນ. ບັນດານັກວິທະຍາສາດ ກ່າວວ່າ ກັບດັກ ທີ່ພິມອອກມາຈາກ ເຄື່ອງ
ພິມ 3 ມິຕິ ຄືກັບອັນນີ້ ເຮັດໃຫ້ຂະບວນການເກັບກຳຂໍ້ມູນໄວຂຶ້ນ ແລະເຮັດໃຫ້ຜົນຕ່າງໆ
ມີຄວາມເຊື່ອຖືໄດ້. ເຄື່ອງພິມ 3 ມິຕິ ອະນຸຍາດ ໃຫ້ບັນດານັກວິທະຍາສາດ ດັດແກ້ກັບ
ດັກຂອງພວກເຂົາເຈົ້າ ໄດ້ຢ່າງງ່າຍດາຍ ສຳຫລັບພວກແມງໄມ້ ທີ່ເຂົາເຈົ້າ ທຳການສຶກ ສານັ້ນ.

ທ່ານ Roger Duncan Selby ນັກສຶກສາຄົ້ນຄວ້າ ລະດັບສູງສຸດ ເວົ້າວ່າ “ອັນທີ່
ເຄື່ອງພິມ 3 ມິຕິ ອະນຸຍາດ ໃຫ້ພວກເຮົາເຮັດໄດ້ ກໍແມ່ນອອກແບບຕົ້ນສະບັບ
ໃໝ່ ຢ່າງວ່ອງໄວທີ່ສຸດ ແລະ ເພື່ອສ້າງພວກແບບຕ່າງໆເຫຼົ່ານັ້ນ ບໍ່ພຽງແຕ່
ສຳຫລັບ ການທົດລອງເທົ່ານັ້ນ ແຕ່ສະເພາະເຄື່ອງພິມໂດຍສະເພາະອັນນີ້
ພວກເຮົາສາມາດພິມ ອອກມາໄດ້ ຫຼາຍຮ້ອຍອັນ ແລະ ອາດເປັນໄປໄດ້ວ່າ
ເກືອບຮອດ ໜຶ່ງພັນແລ້ວດຽວນີ້ ຂອງການອອກແບບ ທີ່ພວກເຮົາມີຢູ່.”


ແລະມັນບໍ່ພຽງແຕ່ ສະເພາະຫ້ອງທົດລອງນີ້ ທີ່ໄດ້ຮັບຜົນປະໂຫຍດ ຈາກເຄື່ອງພິມ 3
ມິຕິເຫຼົ່ານີ້.

ທ່ານ Stouthamer ເວົ້າອີກວ່າ “ມັນຈະກາຍເປັນເລື້ອງທີ່ທຳມະດາໄປ ທີ່ຈະມີ
ເຄື່ອງພິມ 3 ມິຕິ ຢູ່ໃນຫ້ອງທົດລອງ ເພາະວ່າ ສ່ວນຫຼາຍ ທ່ານຕ້ອງການ
ບາງສິ່ງບາງຢ່າງ ທີ່ພິເສດ ແລະ ຕໍ່ຈາກນັ້ນ ໃນເມື່ອທ່ານມີຄວາມສາມາດ
ໂປແກຣມອຸປະກອນພວກນີ້ ທ່ານສາມາດເຮັດໄດ້.”

ມັນເປັນເຄື່ອງມື ຂ້ອນຂ້າງບໍ່ແພງປານໃດ ທີ່ສາມາດສ້າງຂຶ້ນ ໃນ​ການຮັບ​ມື​ກັບຄວາມ
ເປັນໄປໄດ້ໃໝ່ໆ ຂອງບັນດານັກຄົ້ນຄວ້າ​ເພື່ອຊ່ວຍພວກເຂົາເຈົ້າໃຫ້ໄດ້ຮັບຜົນຫຼາຍຂຶ້ນ.

XS
SM
MD
LG