ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ດ້ວຍລະເບີດສະຫລະຊີບ ເຮັດໃຫ້ທະຫານປາກິສຖານ 4 ຄົນເສຍຊີວິດ ແລະ 18 ຄົນໄດ້ຮັບບາດເຈັບ


ເຈົ້າໜ້າທີ່ຮັກສາຄວາມສະຫງົບກວດເບິ່ງສະຖານທີ່ເກີດເຫດວາງລະເບີດສະຫລະຊີບ ຢູ່ປ້ອມດ່ານກວດຄົນຢູ່ນອກເມືອງ Quetta ຂອງປາກິສຖານ, ວັນທີ 5 ກັນຍາ 2021
ເຈົ້າໜ້າທີ່ຮັກສາຄວາມສະຫງົບກວດເບິ່ງສະຖານທີ່ເກີດເຫດວາງລະເບີດສະຫລະຊີບ ຢູ່ປ້ອມດ່ານກວດຄົນຢູ່ນອກເມືອງ Quetta ຂອງປາກິສຖານ, ວັນທີ 5 ກັນຍາ 2021

ການວາງລະເບີດສະຫລະຊີບ ໃນແຂວງບາລູຈິສຕານ (Baluchistan), ຢູ່ທາງພາກຕາເວັນຕົກສຽງໃຕ້ຂອງປາກິສຖານໄດ້ສັງຫານທະຫານຢ່າງໜ້ອຍ 4 ຄົນແລະເຮັດໃຫ້ບາດເຈັບອີກ 18 ຄົນ.

ຕຳຫຼວດກ່າວວ່າມືລະເບີດໄດ້ຂີ່ລົດຈັກ ໂດຍແນເປົ້າໝາຍໃສ່ບ່ອນຊຸມນຸມກັນຢູ່ຂອງສະມາຊິກກອງກຳລັງປ້ອງກັນຊາຍແດນ ຫລື FC ຢູ່ທີ່ປ້ອມຮັກສາຄວາມປອດໄພ ໃນເມືອງແຄວດຕາ (Quetta): ເມືອງເອກຂອງແຂວງດັ່ງກ່າວ.

ເຈົ້າໜ້າທີ່ຕຳຫຼວດຂັ້ນສູງຂອງແຂວງອາຊາ ອາກຣາມ (Azhar Akram) ກ່າວວ່າ ເຈົ້າໜ້າທີ່ສືບສວນໄດ້ພົບເຫັນສ່ວນຕ່າງໆຂອງຊາກສົບຂອງຜູ້ວາງລະເບີດ ແລະກ່າວວ່າບາງຄົນທີ່ໄດ້ຮັບບາດເຈັບໃນເຫດລະເບີດທີ່ຮ້າຍແຮງນີ້ ແມ່ນຢູ່ໃນອາການສາຫັດ.

ກຸ່ມນອກກົດໝາຍ ເຕຣິກ-ໄອ-ຕາລີບານປາກິສຖານ (Tehrik-i-Taliban Pakistan) ຫລື TTP ໄດ້ອອກມາອ້າງເອົາຄວາມຮັບຜິດຊອບໃນການໂຈມຕີໃນຕອນເຊົ້າທີ່ວ່ານີ້, ໂດຍອ້າງວ່າ ຕົນໄດ້ສັງຫານແລະເຮັດໃຫ້ຫຼາຍກວ່າ 30 ຄົນໄດ້ຮັບບາດເຈັບ. ນາຍົກລັດຖະມົນຕີປາກິສຖານ, ທ່ານອິມຣານ ຄານ (Imran Khan) ໄດ້ປະນາມການວາງລະເບີດໃນວັນອາທິດວານນີ້.

“ຂໍປະນາມການໂຈມຕີສະຫຼະຊີບຂອງ TTP ໃສ່ປ້ອມດ່ານກວດ FC, ຖະໜົນ ມັສຕັງ (Mastung) ເມືອງແຄວດຕາ (Quetta). ຂໍສະແດງຄວາມເສົ້າສະຫຼົດໃຈຂອງຂ້າພະເຈົ້າໄປຍັງຄອບຄົວຂອງຜູ້ເສຍຊີວິດ ແລະອະທິຖານໃຫ້ຜູ້ໄດ້ຮັບບາດເຈັບຟື້ນຕົວຢ່າງວ່ອງໄວ. ຂໍຊົມເຊີຍກຳລັງຮັກສາຄວາມປອດໄພຂອງພວກເຮົາແລະການເສຍສະຫລະຂອງເຂົາເຈົ້າເພື່ອຮັກສາຄວາມປອດໄພໃຫ້ແກ່ພວກເຮົາໂດຍການຂັດຂວາງແຜນການຂອງພວກກໍ່ການຮ້າຍທີ່ໄດ້ຮັບການສະໜັບສະໜູນຈາກຕ່າງປະເທດ,” ນັ້ນຄືຄໍາເວົ້າຂອງທ່ານຄານທີ່ຂຽນລົງໃນທວີດເຕີ (Twitter).

ອົງການ TTP, ເປັນທີ່ຮູ້ຈັກທົ່ວໄປໃນນາມກຸ່ມຕາລີບານປາກິສຖານ, ໄດ້ມີການໂຈມຕີຢູ່ໃນປະເທດຫວ່າງບໍ່ດົນມານີ້. ເຈົ້າໜ້າທີ່ປາກິສຖານກ່າວວ່າຜູ້ນຳທີ່ໄປລີ້ໄພຢູ່ຂອງກຸ່ມດັ່ງກ່າວໃຫ້ການຊີ້ນຳການກໍ່ຄວາມຮຸນແຮງຕໍ່ປາກິສຖານຈາກບ່ອນລີ້ໄພຢູ່ຟາກຊາຍແດນໃນອັຟການິສຖານ.

ນາຍພົນເຟສ ຮາມິດ (Faiz Hameed), ຫົວໜ້າຄະນະບໍລິຫານຂອງອົງການ ການບໍລິການສືບລັບລະຫວ່າງພາກສ່ວນຕ່າງໆ, ຊຶ່ງເປັນອົງການສືບລັບຂອງປາກິສຖານ, ໄດ້ໄປຢ້ຽມຢາມອັຟການິສຖານ ໃນວັນເສົາຜ່ານມານີ້ ທ່າມກາງທີ່ມີລາຍງານວ່າ ທ່ານຈະຍົກເອົາບັນຫາຂອງກຸ່ມ TTP ຂຶ້ນມາສົນທະນາກັບກຸ່ມຕາລີບານໃນອັຟການິສຖານ, ເຊິ່ງໄດ້ຂຶ້ນກໍາອຳນາດຄືນໃນນະຄອນຫຼວງກາບູນໃນວັນທີ 15 ສິງຫາຜ່ານມານີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG