ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

4 ຄົນໄດ້​ເສຍ​ຊີ​ວິດ 7 ຄົນ​ໄດ້​ຮັບ​ບາດ​ເຈັບ ຫຼັງ​ຈາກ​ລະ​ເບີດສອງ​ລູກ​ແຕກຂຶ້ນ ໃນ​ເນ​ປານ


​ສົບ​ຜູ້​ເຄາະ​ຮ້າຍ​ຄົນ​ນຶ່ງ ກໍ​າ​ລັງ​ຖືກຍ້າຍ​ອອກ​ຈາກ​ບ່ອນ​ລະ​ເບີດ​ແຕກ ໃນ​ນະ​ຄອນ​ກັດ​ມັນ​ດູ ປະ​ເທດ​ເນ​ປານ ວັນ​ທີ 26 ພຶດ​ສະ​ພາ 2019.
​ສົບ​ຜູ້​ເຄາະ​ຮ້າຍ​ຄົນ​ນຶ່ງ ກໍ​າ​ລັງ​ຖືກຍ້າຍ​ອອກ​ຈາກ​ບ່ອນ​ລະ​ເບີດ​ແຕກ ໃນ​ນະ​ຄອນ​ກັດ​ມັນ​ດູ ປະ​ເທດ​ເນ​ປານ ວັນ​ທີ 26 ພຶດ​ສະ​ພາ 2019.

ລະ​ເບີດ​ຮ້າຍ​ແຮງສາມ​ລູກ ໄດ້​ແຕກ​ຂຶ້ນຢູ່​ໃນກັດ​ມັນ​ດູ ນະ​ຄອນ​ຫຼວງ​ຂອງ
​ເນ​ປານ ເຮັດ​ໃຫ້​ສີ່​ຄົນ​ເສຍ​ຊີ​ວິດ ແລະບາດ​ເຈັບ​ຢ່າງ​ໜ້ອຍ​ເຈັດ​ຄົນ​ໃນ​ວັນ
​ອາ​ທິດວ​ານ​ນີ້.

ເຖິງ​ແມ່ນ​ວ່າ​ຈະບໍ່​ມີ​ກຸ່ມ​ໃດ​ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບກໍຕາມ ແຕ່ຕຳ
​ຫຼວດກໍ​ໄດ້​ສົງ​ໄສວ່າ ແມ່ນ​ອົງ​ການ​ຄອມ​ມິວ​ນິ​ສນອກ​ກົດ​ໝາຍ ກຸ່ມ
Splinter Communist Group ທີ່ເປັນ​ຜູ້​ຮັບ​ຜິດ​ຊອບ​ຕໍ່​ການລະ​ເບີດ​
ດັ່ງກ່າວ.

ຕຳ​ຫຼວດ​ກ່າວ​ວ່າ​ ໃບ​ປິວ​ໄດ້​ພົບເຫັນຢູ່​ບ່ອນ​ລະ​ເບີດ​ແຕກ. ຢ່າງ​ໜ້ອຍ​ຜູ້​
ເສຍ​ຊີ​ວິດ ແລະ​ໄດ້​ຮັບ​ບາດ​ເຈັບ​ຈຳ​ນວນ​ນຶ່ງ​ເຊື່ອ​ວ່າ​ເປັນ​ສະ​ມາ​ຊິກ ຫຼື​ບັນ​
ດາ​ຜູ້​ສະ​ໜັບ​ສະໜູນກຸ່ມດັ່ງກ່າວ.

ຕຳ​ຫຼວດ​ໄດ້ເຂົ້າ​ຮັ​ກສາຄວາມປອດໄພໃຫ້ສະ​ຖານ​ທີ່ດັ່ງກ່າວ​ຢ່າງວ່ອງ​ໄວ
ແລະ​ພວກ​ເຄາະ​ຮ້າຍ​ໄດ້ຖືກນຳ​ໄປ​ໂຮງໝໍ​ທີ່​ຢູ່​ໃກ້ໆ​ນັ້ນ. ກຳ​ລັງ​ຮັກ​ສາ​ຄວາມ
​ປອດ​ໄພ​ຢູ່​ໃນ​ຂົງ​ເຂດ​ພາ​ກັນ “ຕຽມ​ພ້ອມ​ທີ່​ສຸດ” ແລະ​ພວກ​ເຈົ້າ​ໜ້າ​ທີ່​ພາ​
ກັນ​ລາດ​ຕະ​ເວນ​ບັນ​ດາ​ໝູ່​ບ້ານ​ໃນ​ນະ​ຄອນ​ຫຼວງ ​ເນ​ປ​ານ.

ກຸ່ມ Spinter Communist Group ທີ່​ໜີ​ອອກ​ຈາກ​ພັກ Maoist ໄດ້​ສູ້ລົບ​
ກັບ ກຳ​ລັງ​ລັດ​ຖະ​ບານຈາກ​ປີ 1996 ຫາ​ ປີ 2006.

ບັນ​ດາ​ສະ​ມາ​ຊິກ​ຂອງ​ພັກ Maoist ໄດ້​ຍຶດ​ອາ​ວຸດ​ເຂົາ​ເຈົ້າລຸ​ກ​ຮື​ຂຶ້ນ ແລະ
​ເຂົ້າ​ໄປ​ຢູ່ໃນ​ພັກ​ການ​ເມືອງ​ທີ່​ສຳ​ຄັນ.

ໃນ​ເດືອນ​ກຸມ​ພາ ກຸ່ມ Spinter Communist Group ໄດ້ຖືກ​ສົງ​ໄສວ່າ​ ພົວ​
ພັນກັບ​ ລະ​ເບີດ​ແຕກ ​ທີ່​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ນຶ່ງ​ຄົນ​ຢູ່ນອກ​ຫ້ອ​ງ​ການ
​ບໍ​ລິ​ສັດ​ໂທ​ລະ​ຄົມ​ມະ​ນາ​ຄົມ Ncell ທີ່​ເປັນ​ພາກ​ສ່ວນ​ຂອງ​ຫ້ອງ​ການ​ມາ​
ເລ​ເຊຍ Axiata Group Berhad.

ເວ​ລາ​ນັ້ນ​ລັດ​ຖະ​ບານ​ໄດ້​ເກືອດຫ້າມ​ກຸ່ມນີ້ ຫຼັງ​ຈາກ​ເຫດ​ການ ແລະ​ກີດ
​ຫ້າມ​ກິດ​ຈະ​ການ​ຕ່າງໆ​ຂອງ​ພວກເຂົາ​.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG