ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຣິສ ໄວ້ອາໄລ ນຳບັນດາຜູ້ເຄາະຮ້າຍຈາກໄຟໄໝ້ປ່າ


ພວກດັບເພີງກຳລັງຍ້າຍສົບຜູ້ເຄາະຮ້າຍຈາກອັກຄີໄພໃນເມືອງ
ມາຕີ ທາງພາກຕາເວັນອອກຂອງ ນະຄອນເອເທັນ ວັນທີ 24 ກໍລະກົດ 2018.
ພວກດັບເພີງກຳລັງຍ້າຍສົບຜູ້ເຄາະຮ້າຍຈາກອັກຄີໄພໃນເມືອງ ມາຕີ ທາງພາກຕາເວັນອອກຂອງ ນະຄອນເອເທັນ ວັນທີ 24 ກໍລະກົດ 2018.

ກຣິສກຳລັງ​ໄວ້ອາ​ໄລ ​ໃນ​ວັນ​ພຸດ​ມື້​ນີ້ ​ໃນ​ຂະນະ​ທີ່​ພວກ​ກູ້​ໄພ ຍັງສືບຕໍ່ກວດ​ຄົ້ນ​ເບິ່ງບັນ
ດາລົດ ​ແລະ​ບ້ານ​ເຮືອນ​ທີ່​ຖືກ​ໄຟ​ໄໝ້ ທີ່​ແຜ່​ລາ​ມຢ່າ​ງວ່ອງ​ໄວ ຊຶ່ງ​ເຮັດໃຫ້​ມີ​ຜູ້​ເສຍຊີວິດ
ແລ້ວຢ່າງ​ໜ້ອຍ 74 ຄົນ.

ນາຍົກລັດຖະມົນຕີອາ​ເລັກ​ຊິ​ສ ຊີ​ປຣາສ ​ໄດ້​ປະກາດໃນ​ວັນ​ອັງຄານ​ວານ​ນີ້​ວ່າ​ຈະ​ມີ​ກາ
​ໄວ້ອາ​ໄລ​ແຫ່ງ​ຊາດ​ເປັນ​ເວລາ​ສາມ​ວັນ.

​ໄຟ​ໄໝ້​ທີ່​ຮ້າຍ​ແຮງ​ສຸດ ​ໄດ້​ລາມໄປ​ໃສ່ບໍລິເວນໃກ້​ທ່າ​ເຮືອ​ໂຣຟີ​ນາ ຊຶ່ງຕັ້ງຢູ່ໃກ້​ກັບ​ນະ
ຄອນ​ຫຼວງເອ​ເທັນ ​ເຮັດ​ໃຫ້​ຫຼາຍ​ຄົນ​ພາກັນ​ໄປ​ຢູ່​ຫາດ​ຊາຍ​ແຄມ​ທະ​ເລ ​ແລະ​ລົງ​ໄປ​ຢູ່​ນໍ້າ
ເພື່ອ​ການ​ຊອກ​ຫາ​ຄວາມ​ປອດ​ໄພ. ພວກ​ເຮືອ​ຕ່າງໆໄດ້ຍົກ ຍ້າຍຫຼາຍ​ກວ່າ 700 ຄົນ.

ແມ່ຍິງຄົນນຶ່ງມີປະຕິກິລິຍາຕໍ່ໄຟໄໝ້ ໃນຂະນະທີ່ຊອກຫາໝາຂອງລາວ ທີ່ໝູ່ບ້ານມາລີ ໃກ້ກັບນະຄອນເອເທັນ ປະເທດກຣິສ.
ແມ່ຍິງຄົນນຶ່ງມີປະຕິກິລິຍາຕໍ່ໄຟໄໝ້ ໃນຂະນະທີ່ຊອກຫາໝາຂອງລາວ ທີ່ໝູ່ບ້ານມາລີ ໃກ້ກັບນະຄອນເອເທັນ ປະເທດກຣິສ.

ບັນດາ​ໂຮງໝໍ​ໄດ້​ປິ່ນປົວ​ເກືອບ 200 ຄົນ ສ່ວນ​ໃຫຍ່​ຖືກ​ໄຟ​ໄໝ້.

ຍັງ​ບໍ່​ທັນ​ໄດ້​ມີ​ການ​ນັບ​ຈຳນວນ​ຄົນ​ທີ່​ຫາຍ​ສາບ​ສູນ​ໄປ​ຢ່າງ​ເປັນ​ທາງ​ການເທື່ອ.

ລົມແຮງໄດ້ເຮັດ​ໃຫ້​ໄຟໄໝ້ລາມອອກໄປ​ຢ່າງ​ວ່ອງ​ໄວ ຢູ່​ໃ​ນສະພາບອາກາດ​ຮ້ອນຈັດ
ແລະແຫ້ງ​ແລ້ງ. ບັນດາ​ນັກ​ພະຍາກອນ​ອາກາດໄດ້​ຄາດ​ວ່າ ຈະມີ​ຝົນຕົກ​ຈຳນວນ​ນຶ່ງ​ໃນ​
ວັນ​ພຸດ​ມື້​ນີ້ ​ໃນ​ຂະນະ​ທີ່​ພວກ​ດັບ​ເພີງ​ເຮັດ​ວຽກ​ມອດ​ໄຟຢູ່​ນັ້ນ

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG