ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

3 ຄົນຖືກຕັ້ງຂໍ້ຫາ ໃນການໂຈມຕີ ສະມາຊິກສະພາ ກຳປູເຈຍ


ທ້າວ Chay Sarith (ທີ່ສອງຈາກຊ້າຍ) ແລະ ທ້າວ Mao Hoeun (ຂວາສຸດ) ນຸ່ງເສື້ອສີຟ້າ, ຜູ້ຕ້ອງສົງໄສໂຈມຕີ ສະມາ ຊິກສະພາ 2 ທ່ານ, ຖືກນຳຕົວໄປສານ ພະນົມເປັນ ໂດຍຕຳ ຫຼວດ ທີ່ສານເທດສະບານ ພະນົມເປັນ ໃນນະຄອນຫຼວງ ພະນົມເປັນ, ກຳປູເຈຍ, 4 ພະຈິກ, 2015.
ທ້າວ Chay Sarith (ທີ່ສອງຈາກຊ້າຍ) ແລະ ທ້າວ Mao Hoeun (ຂວາສຸດ) ນຸ່ງເສື້ອສີຟ້າ, ຜູ້ຕ້ອງສົງໄສໂຈມຕີ ສະມາ ຊິກສະພາ 2 ທ່ານ, ຖືກນຳຕົວໄປສານ ພະນົມເປັນ ໂດຍຕຳ ຫຼວດ ທີ່ສານເທດສະບານ ພະນົມເປັນ ໃນນະຄອນຫຼວງ ພະນົມເປັນ, ກຳປູເຈຍ, 4 ພະຈິກ, 2015.

ຜູ້ຊາຍ ກຳປູເຈຍ 3 ຄົນທີ່ອ້າງວ່າພວກເຂົາໄດ້ເຂົ້າຮ່ວມໃນການ ໂຈມຕີ ສະມາຊິກສະພາພັກຝ່າຍຄ້ານໃນສັບປະດາທີ່ຜ່ານມາ ໄດ້ຖືກຕັ້ງຂໍ້ ກ່າວຫາຢ່າງເປັນທາງການໂດຍສານໃນນະຄອນ ຫຼວງ ພະນົມເປັນ.

ຜູ້ຕ້ອງສົງໄສ ທ້າວ Chay Sarith, ທ້າວ Mao Hoeurn ແລະ ທ້າວ Suth Vanny ໄດ້ມອບຕົວໃຫ້ຕຳຫຼວດໃນຕອນສວາຍຂອງ ວັນອັງຄານທີ່ຜ່ານມາ, ອ້າງວ່າເປັນຜູ້ ໂຈມຕີສະມາຊິກສະພາ ທ່ານ Nyay Chamroeun ແລະ ທ່ານ Kong Saphea.

ການໂຈມຕີໃນສັບປະດາທີ່ຜ່ານມາ, ເຊິ່ງຕາມມາດ້ວຍການປະ ທ້ວງຕໍ່ຕ້ານຝ່າຍຄ້ານ ໂດຍພັກປະຊາຊົນ ກຳປູເຈຍ ທີ່ປົກຄອງປະຄອງປະເທດຢູ່, ຈັດຂຶ້ນ ຢູ່ພາຍນອກ ສະພາແຫ່ງຊາດ ແລະ ຢູ່ພາຍໃຕ້ການເຝົ້າຍາມຂອງຕຳຫຼວດ, ເຊິ່ງບໍ່ໄດ້ເຂົ້າ ໄປລົບກວນ.

ບັນດາເຈົ້າໜ້າທີ່ຈາກພັກຝ່າຍຄ້ານ ກ່າວວ່າພວກເຂົາເຈົ້າເຊື່ອວ່າມີຜູ້ໂຈມຕີຫຼາຍກວ່າ 3 ຄົນ.

ທ່ານ Meas Chan Piseth ຮອງໄອຍາການ ທີ່ສານເທດສະບານ ພະນົມເປັນ ໄດ້ກ່າວຕໍ່ ວີໂອເອວ່າ ທ່ານໄດ້ຕັ້ງຂໍ້ຫາໃສ່ຜູ້ຊາຍທັງສາມຄົນສຳລັບ “ການກໍ່ຄວາມຮຸນແຮງ ແລະ ທຳ ລາຍຊັບສິນໂດຍເຈຕະນາ.” ຜູ້ຕ້ອງສົງໄສດັ່ງກ່າວ, ອາດຈະຖືກຂັງຄຸກ 7 ປີ, ແລະ ປະຈຸບັນ ນີ້ຖືກຄວບຄຸມຕົວ ໃນເວລາຜູ້ພິພາກສາສືບສວນສອບສວນ ທົບທວນຄະດີຢູ່.

ໂຄສົກພັກຊ່ວຍເຫຼືອທ່ານ Yem Ponrith ໄດ້ຍົກຍ້ອງການຕັ້ງຂໍ້ກ່າວຫາຢ່າງ ລະມັດລະວັງ, ແຕ່ທ່ານໄດ້ກ່າວວ່າ ຈຳນວນຂອງຜູ້ໂຈມຕີແມ່ນມີຫຼາຍກວ່າ 3​ຄົນ.

XS
SM
MD
LG